ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 05 ທັນວາ 2025

  

ຫ້ອງວ່າການກະຊວງປ້ອງກັນປະເທດ ປິດບັ້ນເຝີກອົບຮົມ-ຫັດແອບ ແລະ ຍິງລູກປືນແທ້ປະຈໍາປີ 2025
ເວລາອອກຂ່າວ: 2025-11-11 13:58:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1030 | ຄວາມນິຍົມ:



ວັນທີ 11 ພະຈິກ 2025 ນີ້, ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ປິດບັ້ນເຝິກອົບຮົມ-ຫັດແອບ ແລະ ຍິງລູກປືນແທ້ປະຈຳປີ 2025, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ສຸລິໄຊ ພິຈິດ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ ກົມ, ຫ້ອງການ, ບໍລິສັດ-ລັດວິສາຫະກິດ ແລະ ພະນັກງານ-ນັກຮົບເຂົ້າຮວ່ມ. ສະຫາຍ ພັນໂທ ອີນແປງ ໄຊຍະວົງ ຫົວໜ້າພະແນກກຳລັງພົນ ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຜ່ານບົດສະຫຼຸບຜົນຂອງການຈັດຕັ້ງອົບຮົມ-ຫັດແອບຕົວຈິງຕາມແຜນການອົບຮົມຂອງກົມໃຫຍ່ເສນາທິການກອງທັບ ແລະ ການຊີ້ນໍາຈາກຄະນະນໍາຫ້ອງວ່າການກະຊວງປ້ອງກັນປະເທດ ກໍຄືຄະນະຮັບຜິດຊອບແຕ່ລະຂັ້ນເຮັດໃຫ້ການຈັດຕັ້ງອົບຮົມ-ຫັດແອບ ແລະ ຍິງລູກປືນແທ້ໃນຄັ້ງນີ້ດໍາເນີນໄປຕາມທິດຊີ້ນໍາຂອງກົມກອງ. ຜ່ານການອົບຮົມ-ຫັດແອບເຫັນວ່າພະນັກງານ-ນັກຮົບ ກໍາແໜ້ນທິດສະດີ, ຫຼັກການ ແລະ ພາກປະຕິບັດຕົວຈິງທາງດ້ານສິລະປະຍຸດ-ຍຸດທະວິທີຂັ້ນພື້ນຖານຂອງທະຫານຮາບສາມາດຕີລາຄາຜົນໄດ້ຮັບດັ່ງນີ້: ວິຊາງົດງາມລະບຽບຮູບແຖວ-ເຄົາລົບລາຍງານປະຕິບັດ 60%, ຄາດໝາຍ 30%, ວິຊາສິລະປະຍຸດ-ຍຸດທະວິທີ ຍິງລູກປືນແທ້ບຸກຄົນຍິງດີເດັ່ນປະເພດປືນ AK47 ມີ 10 ສະຫາຍ, ຍິງເກັ່ງມີ 16 ສະຫາຍ, ຍິງຊໍານານມີ 13 ສະຫາຍ, ປະເພດປືນ K59 ບຸກຄົນຍິງດີເດັ່ນມີ 1 ສະຫາຍ, ຍິງເກັ່ງມີ 9 ສະຫາຍ ແລະ ຍິງຊໍານານມີ 23 ສະຫາຍ. ໂອກາດນີ້, ສະຫາຍ ພົນຈັດຕະວາ ສຸລິໄຊ ພິຈິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ແລະ ເນັ້ນໜັ້ກໃຫ້ທຸກພາກສ່ວນໃຈໃສ່ສຶກສາອົບຮົມ ການເມືອງ-ນໍາພາແນວຄິດ, ສຸມໃສ່ປະຕິບັດຄໍາສັ່ງຂອງຂັ້ນເທິງ, ຍົກສູງສະຕິລະວັງຕົວຮູ້ຈຳແນກໄດ້ມິດ ແລະ ສັດຕູຢ່າງຈະແຈ້ງ ຖືເອົາບັ້ນອົບຮົມ-ຫັດແອບໃນຄັ້ງນີ້ໜູນໃຊ້ເຂົ້າໃນການປະຕິບັດໜ້າທີ່ການເມືອງ ແລະ ວິຊາສະເພາະຂອງຕົນໃຫ້ມີຜົນສຳເລັດ ແລະ ມີປະສິດທິພາບສູງ. ໂດຍ: ໜູແດງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ