ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 05 ທັນວາ 2025

  

ສາມອົງການຈັດຕັ້ງມະຫາຊົນ ກອງທັບ ມອບເຄື່ອງຊຸກຍູ້ ໃຫ້ບັນດາກ້ອນສວນສະໜາມ
ເວລາອອກຂ່າວ: 2025-11-06 12:23:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1119 | ຄວາມນິຍົມ:



ໃນວັນທີ 6 ພະຈິກ 2025 ນີ້, ສາມອົງການຈັດຕັ້ງມະຫາຊົນ ກອງທັບ ໄດ້ມອບເຄື່ອງຊຸກຍູ້ ໃຫ້ບັນດາກ້ອນສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ຢູ່ສະໜາມວິທະຍາຄານນາຍທະຫານບົກກົມມະດຳ, ຕາງໜ້າກ່າວມອບໂດຍ ສະຫາຍ ພັນເອກ ສຸວັນນີ ດວງປະເສີດ ຫົວໜ້າຫ້ອງການກຳມະບານ ກອງທັບ ພ້ອມດ້ວຍຄະນະ ແລະ ຕາງໜ້າກ່າວຮັບໂດຍ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຫົວໜ້າ ຫ້ອງວ່າການກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ. ເຄື່ອງທີ່ນຳມາມອບໃນຄັ້ງນີ້ ມີນ້ຳດື່ມ, ເຄື່ອງດື່ມຊູກຳລັງ ລວມມູນຄ່າ 35.000.000 ກີບ. ຈຸດປະສົງເພື່ອເປັນການປະກອບສ່ວນຊຸກຍູ້ ແລະ ໃຫ້ກຳລັງໃຈ ພະນັກງານ-ນັກຮົບ ໃນກ້ອນກໍາລັງ ສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃຫ້ມີຄວາມກະຕືລືລົ້ນ, ອົດທົນຜ່ານຜ່າຄວາມຫຍຸ້ງຍາກ ຕະຫຼອດໄລຍະການຫັດແອບ ເພື່ອຮັບປະກັນໃຫ້ແກ່ການເຂົ້າຮ່ວມ ເດີນສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ມີຄວາມເປັນເອກະພາບ, ງົດງາມ, ຄ່ອງແຄ່ວ ແລະ ໄດ້ຮັບໝາກຜົນສູງ. ໂອກາດນີ້ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ໄດ້ສະແດງຄວາມຂອບໃຈຕໍ່ ສາມອົງການຈັດຕັ້ງມະຫາຊົນ ກອງທັບທີ່ເຫັນໄດ້ເຖິງຄວາມສໍາຄັນຂອງວຽກງານເຝິກຊ້ອມຫັດແອບສວນສະໜາມ ສະເຫຼີມສະຫຼອງວັນ ສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຈຶ່ງໄດ້ນໍາເອົາເຄື່ອງບໍລິໂພກ ມາມອບໃຫ້ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນເຂົ້າໃນວຽກງານສໍາຄັນຕ່າງໆ ພ້ອມທັງກ່າວວ່າ ຈະນໍາເອົາເຄື່ອງດັ່ງກ່າວໄປແຈກຢາຍໃຫ້ບັນດາອ້າຍ-ນ້ອງ ກ້ອນສວນສະໜາມໃຫ້ທົ່ວເຖິງ. ໂດຍ: ແສງເດືອນ ແລະ ຈອນນີ້



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ