ກົມຊ່າງເເສງ ມອບເຄື່ອງຊຸກຍູ້ ໃຫ້ບັນດາກ້ອນສວນສະໜາມເຫຼົ່າຮົບຊ່າງເເສງ
ເວລາອອກຂ່າວ: 2025-11-06 12:07:58 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1146 | ຄວາມນິຍົມ: ![]()
ໃນວັນທີ 4 ພະຈິກ 2025 ນີ້, ກົມຊ່າງເເສງ ກົມໃຫຍ່ເສນາທິການກອງທັບ ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ, ລວມມູນຄ່າທັງໝົດ 31 ລ້ານກວ່າກີບ ໃຫ້ກ້ອນສວນສະໜາມເຫຼົ່າຮົບຊ່າງເເສງ ເພື່ອປະກອບສ່ວນຊຸກຍູ້ວຽກງານຮັບປະກັນກະກຽມເດີນສວນສະໜາມ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ຢູ່ທີ່ວິທະຍາຄານນາຍທະຫານບົກກົມມະດຳ, ຕາງໜ້າກ່າວມອບໂດຍ ສະຫາຍ ພັນເອກ ມອນໄຊ ສະລິດໄຊ ຫົວໜ້າກົມຊ່າງເເສງ ກົມໃຫຍ່ເສນາທິການກອງທັບ, ຕາງໜ້າຮັບໂດຍ ສະຫາຍ ພັນໂທ ຄຳເຫຼັກ ຂຸນຈັນທະວົງ ອະນຸກຳມະການຮັບຜິດຊອບກ້ອນເດີນສວນສະໜາມເຫຼົ່າຮົບຊ່າງເເສງ ພ້ອມອ້າຍນ້ອງກ້ອນກຳລັງເດີນສວນສະໜາມເຫຼົ່າຮົບຊ່າງເເສງເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພັນເອກ ມອນໄຊ ສະລິດໄຊ ຍັງໄດ້ມີຄໍາເຫັນເນັ້ນໜັກຫຼາຍບັນຫາ ຕໍ່ຄະນະຮັບຜິດຊອບ ເເລະ ອ້າຍນ້ອງກຳລັງສວນສະໜາມເຫຼົ່າຮົບທຸກສະຫາຍ ຈົ່ງພ້ອມກັນກຳເເໜ້ນໜ້າທີ່ການເມືອງທີ່ການຈັດຕັ້ງມອຍໝາຍໃຫ້ສຳເລັດ, ເອົາໃຈໃສ່ຕັ້ງໃຈເຝິກຊ້ອມຢ່າງຕັ້ງໜ້າ, ສາມັກຄີກັນພາຍໃນໃຫ້ເເໜ້ນເເຟ້ນ, ບຸກບືນຫ້າວຫັນອົດທົນຜ່ານຜ່າຄວາມຫຍຸ້ງຍາກ ຕະຫຼອດໄລຍະການຫັດແອບ ເພື່ອຮັບປະກັນໃຫ້ແກ່ການເຂົ້າຮ່ວມ ເດີນສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ມີຄວາມເປັນເອກະພາບ, ງົດງາມ, ຄ່ອງແຄ້ວ ແລະ ໄດ້ຮັບໝາກຜົນສູງໃຫ້ສົມກັບເປັນກ້ອນຕົວເເທນໃຫ້ອ້າຍນ້ອງເຫຼົ່າຮົບຊ່າງເເສງທົ່ວປະເທດ.
ຈາກນັ້ນ, ສະຫາຍ ພັນໂທ ຄຳເຫຼັກ ຂຸນຈັນທະວົງ ໄດ້ຕາງຫນ້າໃຫ້ພະນັກງານ-ນັກຮົບກ້ອນສວນສະໜາມເຫຼົ່າຮົບຊ່າງເເສງ ໄດ້ສະແດງຄວາມຂອບໃຈຕໍ່ຄະນະກົມຊ່າງເເສງ ທີ່ເຫັນໄດ້ຄວາມສໍາຄັນຂອງວຽກງານເຝິກຊ້ອມຫັດແອບເດີນສວນສະໜາມ ສະເຫຼີມສະຫຼອງວັນ ສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກມາມອບໃຫ້ໃນຄັ້ງນີ້, ພ້ອມທັງໃຫ້ຄຳໜັ້ນສັນຍາວ່າຈະນຳໄປມອບໃຫ້ບັນດາອ້າຍ-ນ້ອງ ກ້ອນສວນສະໜາມນຳໃຊ້ໃຫ້ເກີດປະໂຫຍກສູງສຸດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















