ທະຫານເມືອງບໍລິຄັນ ເອົາໃຈໃສ່ຄຸ້ມຄອງ-ລ້ຽງດູກຳລັງ
ເວລາອອກຂ່າວ: 2025-11-06 09:07:48 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 397 | ຄວາມນິຍົມ: ![]()
ເພື່ອຮັບປະກັນເຮັດໃຫ້ຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ໃຫ້ກິນອີ່ມນຸ່ງອຸ່ນ, ມີສຸ ຂະພາບແຂງແຮງ ກຽມພ້ອມປະຕິບັດໜ້າທີ່ການເມືອງ ທີ່ຂັ້ນເທິງມອບໝາຍໃຫ້ສຳເລັດຜົນເປັນຢ່າງດ.ີ ໃນນີ້, ເວົ້າສະເພາະ ວຽກງານດ້ານພະລາທິການ ກອງບັນຊາການທະຫານເມືອງບໍລິຄັນ ແຂວງບໍລິຄຳໄຊ ຍາມໃດຄະນະພັກ-ຄະນະບັນຊາ ກໍໄດ້ເອົາໃຈໃສ່ຍົກສູງຄຳຂັວນທີ່ວ່າ: ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ທີ່ກົມໃຫຍ່ພະລາທິການກອງທັບວາງອອກ ເພື່ອສູ້ຊົນປະ ຕິບັດບັນດາຕົວເລກຄາດໝາຍແຕ່ລະດ້ານໃຫ້ມີຜົນສຳເລັດ ທັງຮັບປະກັນແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ໃນກົມກອງໃຫ້ດີຂຶ້ນເປັນກ້າວໆ.
ສະຫາຍ ພັນຕີ ສິນພາ ອ່ອນວິໄລວິນ ຮອງຫົວໜ້າພະແນກພະລາທິການ ກອງບັນຊາການທະຫານເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ສຳພາດວ່າ: ໃນຕະຫຼອດໄລຍະຜ່ານມາ ກໍຄືປັດຈຸບັນ ຄະນະພັກ-ຄະນະບັນ ຊາກົມກອງ ຍາມໃດກໍໄດ້ຖື ເອົາວຽກງານສຶກສາອົບຮົມການ ເມືອງ-ນຳພາແນວຄິດ ໃຫ້ພະ ນັກງານວິຊາສະເພາະ ທີ່ເຮັດວຽກງານພະລາທິການໃນກົມກອງ ໃຫ້ມີຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ ຕໍ່ກັບວຽກງານຮັບປະກັນພະ ລາທິການກຽມພ້ອມສູ້ຮົບ ແລະ ຮັບປະກັນ ໃຫ້ແກ່ກົມກອງເຄື່ອນ ໄຫວເຮັດໜ້າທີ່ໃນດ້ານຕ່າງໆ ໃນນີ້, ໄດ້ຊຸກຍູ້ວຽກງານການປູກຝັງ-ລ້ຽງສັດ ເປັນຕົ້ນຕໍ, ສະ ແດງອອກໃນປີທີ່ຜ່ານມາ ກົມກອງພວກເຮົາມີເຮືອນຮົ່ມປູກຜັກ 3 ຫຼັງ ປູກຜັກໄດ້ 850 ກິໂລ, ມີເນື້ອທີ່ສວນປູກມັນຕົ້ນ 3 ເຮັກຕາ ເກັບກູ້ ໄດ້ 22.216 ກິໂລ, ປູກໄມ້ກິນໜໍ່ໄດ້ 28 ສຸມ ສາມາດເກັບ ກິນໄດ້ຕະຫຼອດປີ, ມີໜອງປາ 4 ໜອງ ປ່ອຍປາ 150 ກິໂລ, ມີອ່າງລ້ຽງກົບ, ອ່າງລ້ຽງປາ 7 ອ່າງ, ລ້ຽງກົບຂາຍໄດ້ 98 ກິໂລ, ລ້ຽງປາດຸກພັນຂາຍ ໄດ້ 63 ກິໂລ, ລ້ຽງງົວ 7 ໂຕ, ໂດຍລວມແລ້ວ ໃນ 1 ປີທີ່ຜ່ານມາ ກົມກອງພວກເຮົາສາມາດສ້າງລາຍຮັບ ໄດ້ທັງໝົດ 108.300.000 ກວ່າກີບ. ນອກຈາກນີ້, ດ້ານວຽກງານຮັບປະກັນການຄຸ້ມຄອງເບີກຈ່າຍ ແມ່ນສາມາດຮັບປະກັນໄດ້ໃນລະດັບທີ່ແນ່ນອນ ເປັນຕົ້ນແມ່ນ ການຄຸ້ມຄອງດ້ານການປິ່ນປົວ, ການປ້ອງ ແລະ ຢາປິ່ນປົວກັນພະຍາດ ພ້ອມນີ້, ຍັງໄດ້ເອົາໃຈໃສ່ຄຸ້ມຄອງພາຫະນະ ປະຕິບັດການນຳໃຊ້ໃຫ້ຮັບປະກັນການຂົນສົ່ງ ແລະ ນ້ຳມັນເຊື້ອໄຟ ສາມາດຕອບສະໜອງໄດ້ເປັນຢ່າງດີ.
ສະຫາຍ ພັນຕີ ສິນພາ ອ່ອນວິໄລວິນ ຍັງໄດ້ກ່າວຕື່ມອີກວ່າ: ໃນຕໍ່ໜ້າຈະຕ້ອງໄດ້ສຸມ ໃສ່ຊີ້ນຳພະນັກງານວິຊາສະເພາະ ທີ່ເຮັດວຽກງານພະລາທິການໃຫ້ຮັດກຸມ ແລະ ມີປະສິດທິພາບຂຶ້ນກວ່າເກົ່າ ໂດຍສະເພາະແມ່ນ ແບ່ງການຄຸ້ມຄອງຕາມແຜນ ງົບປະມານ ທີ່ຂັ້ນເທິງຕອບສະ ໜອງບໍ່ໃຫ້ຕົກເຮ່ຍເສຍຫາຍ ເພື່ອຄຸ້ມຄອງປະຢັດມັດທະຍັດ, ເອົາໃຈໃສ່ບຳລຸງຮັກສາປົວແປງສົ່ງເສີມການປູກການລ້ຽງໃຫ້ມີປະສິດທິພາບ ສາມາດຕອບສະໜອງດ້ານຜັກກິນ, ຊີ້ນກິນ ເພື່ອປ້ອນເຂົ້າເຮືອນຄົວລວມ ໃຫ້ບັນລຸໄດ້ຕາມແຜນການ ແລະ ລື່ນແຜນການ ທີ່ຂັ້ນເທິງກຳນົດໄວ້.
ໂດຍ: ແສງເດືອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















