ມອບ-ຮັບໜ້າທີ່ ຫົວໜ້າກົມສື່ສານ ກົມໃຫຍ່ເສນາທິການກອງທັບ
ເວລາອອກຂ່າວ: 2025-11-06 09:04:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 936 | ຄວາມນິຍົມ: ![]()
ພິທີມອບ-ຮັບໜ້າທີ່ ຫົວໜ້າກົມສື່ສານ ກົມໃຫຍ່ເສນາທິການກອງທັບ ລະຫວ່າງ ສະຫາຍ ພົນຈັດຕະວາ ສຸບັນ ພັນທະວີ ຫົວໜ້າກົມສື່ສານ (ຜູ້ເກົ່າ) ແລະ ສະຫາຍ ພັນເອກ ພູວຽງ ຈັນທະວົງ ຫົວໜ້າກົມສື່ສານຜູ້ໃໝ່ (ຜູ້ໃໝ່) ໄດ້ຈັດຂຶ້ນໃນວັນທີ 5 ພະຈິກ 2025 ນີ້, ໂດຍການເປັນປະທານຂອງສະຫາຍ ພົນຕີ ວັນທອງ ບຸດຕະວົງ ກຳມະການຄະນະປະຈໍາພັກກະຊວງ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ, ກົມກອງອ້ອມຂ້າງ, ພ້ອມດ້ວຍພະນັກງານຫຼັກແຫຼ່ງພາຍໃນກົມເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ສຸບັນ ພັນທະວີ ຫົວໜ້າກົມສື່ສານ (ຜູ້ເກົ່າ) ໄດ້ລາຍງານສະພາບການເຄື່ອນໄຫວຕະຫຼອດໄລຍະທີ່ຕົນໄດ້ເຮັດໜ້າທີ່ເປັນຫົວໜ້າກົມ ເຊິ່ງໄລຍະຜ່ານມາ ຄະນະກົມໄດ້ເອົາໃຈໃສ່ວຽກງານການຈັດຕັ້ງປັບປຸງກໍ່ສ້າງກໍາລັງ ໂດຍປະກາດຍົກລະດັບໝວດສື່ສານ ຂຶ້ນເປັນກອງຮ້ອຍ ສື່ສານກອງບັນຊາການທະຫານແຂວງຜົ້ງສາລີ, ແຂວງໄຊສົມບູນ ພ້ອມທັງສ້າງຕັ້ງກອງພັນເອເລັກໂຕຼ (216) ແລະ ສູນ 2061, ນອກນັ້ນຍັງໄດ້ຊັບຊ້ອນແຕ່ງຕັ້ງພະນັກງານຕາມຕຳແໜ່ງງານ ກົມກອງສື່ສານເຂດໃຈກາງ ແລະ ຂອບເຂດທົ່ວປະເທດ, ປັບປຸງຍົກລະດັບຫຼັກສູດການຮຽນການສອນໂຮງຮຽນ 205 ຂຶ້ນເປັນວິທະຍາໄລໂດຍນໍາເອົາຫຼັກສູດການຮຽນ-ການສອນ ເຂົ້າສອນໃນສົກ 2025, ນອກນີ້ຍັງໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາກະກຽມດໍາເນີນກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍພັກກົມສື່ສານ, ນໍພາ-ຊີ້ນໍາປະຕິບັດໂຄງການຍຸດທະສາດ, ໂຄງການຍຸດທະບັ້ນຮົບ ຮ່ວມກັບບັນດາບໍລິສັດຕ່າງໆ, ຊີ້ນຳກົມກອງຮັບປະກັນວຽກງານຕິດຕໍ່ສື່ສານ, ປະກອບພາຫະນະສື່ສານຮັບປະກັນກຽມພ້ອມສູ້ຮົບ, ຮັບໃຊ້ຫັດແອບຊ້ອມຮົບ, ຊ້ອມໄພພິບັດ, ຮັບປະກັນວຽກງານສື່ສານໃຫ້ແກ່ການເກັບກູ້ລະເບີດ ແລະ ຮັບປະກັນການຕິດຕໍ່ສື່ສານຮັບໃຊ້ກອງປະຊຸມລະດັບຊາດ ແລະ ສາກົນ, ຄຽງຄູ່ກັນນັ້ນຍັງໄດ້ຊີ້ນຳກົມກອງສື່ສານເຂດໃຈກາງ ປັບປຸງວຽກງານພະລາທິການກັບທີ່ຂອງກົມກອງ ໂດຍເຊັນສັນຍາຮ່ວມມືກັບບໍລິສັດ ສົມສະໜຸກຟາມ ກ່ຽວກັບວຽກງານປູກຝັງ-ລ້ຽງສັດ, ເຊັນສັນຍາຮ່ວມມືກັບ ບໍລິສັດ ເອັບເອັມບີ ກ່ຽວກັບການສ້າງຕັ້ງໂຮງງານພັດທະນາເຕັກໂນໂລຊີ ແລະ ການສື່ສານ, ວຽກງານພົວພັນການຮ່ວມມື ພາຍໃນ ແລະ ຕ່າງປະເທດໄດ້ພົວພັນບັນດາບໍລິສັດຄູ່ຮ່ວມມືໃນການຍາດແຍ່ງການຊ່ວຍເຫຼືອດ້ານງົບປະມານຮັບໃຊ້ເຂົ້າໃນວຽກງານຕ່າງໆຂອງເຫຼົ່າຮົບສື່ສານ ເຊິ່ງໄດ້ໝູນໃຊ້ເຂົ້າໃນວຽກງານຕ່າງໆທີ່ປິ່ນອ້ອມຂອງກົມສື່ສານໄດ້ເປັນຢ່າງດີ. ຈາກນັ້ນ ກໍໄດ້ລົງນາມເຊັນບົດບັນທຶກມອບ-ຮັບໜ້າທີ່ ຢ່າງເປັນທາງການ.
ສະຫາຍ ພົນຕີ ວັນທອງ ບຸດຕະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ສະຫາຍຫົວໜ້າກົມສື່ສານ (ຜູ້ເກົ່າ) ໄດ້ສຸມສະຕິປັນຍາຄວາມຮູ້ຄວາມສາມາດເຂົ້າໃນການນໍາພາ-ຊີ້ນໍາ ວຽກງານດ້ານຕ່າງໆ ແລະ ເຮັດສໍາເລັດໜ້າທີ່ຂອງຕົນໃນໄລຍະຜ່ານມາ, ພ້ອມທັງ ເນັ້ນໜັກໃຫ້ຫົວໜ້າກົມສື່ສານ (ຜູ້ໃໝ່ ) ຈົ່ງສືບຕໍ່ສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ພະນັກງານ-ນັກຮົບພາຍໃນກົມກອງມີຄວາມຄິດອຸ່ນອຽນທຸ່ນທ່ຽງ, ມີແບບແຜນວິທີເຮັດວຽກຢ່າງວິທະຍາສາດ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຕາມພາລະບົດບາດຂອງຕົນດ້ວຍຄວາມຮັບຜິດຊອບສູງ, ສືບຕໍ່ຍູ້ແຮງຂະບວນການດ້ານຕ່າງໆຂອງກົມກອງໃຫ້ຟົດຟື້ນແຂງແຮງກວ່າເກົ່າ.
ໂດຍ: ນາລີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















