ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 05 ທັນວາ 2025

  

ທະຫານ​ແຂວງ​ຄຳ​ມ່ວນ ດຳເນີນ​ການ​ສຳ​ຫຼວດ​ພົນລະເມືອງ ແລະ ທີ່ຢູ່​ອາໄສ ຄັ້ງ​ທີ V ປີ 2025
ເວລາອອກຂ່າວ: 2025-11-06 08:58:25 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 411 | ຄວາມນິຍົມ:



ວັນ​ທີ 3 ພະຈິກ 2025, ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ ໄດ້​ດຳເນີນ​ການ​ສຳ​ຫຼວດ​ພົນລະເມືອງ ແລະ ທີ່ຢູ່​ອາໄສ ຄັ້ງ​ທີ V ປີ 2025, ນຳພາ​ໂດຍ ສະຫາຍ ພັນ​ເອກ ບຸນ​ເລີດ ບຸບຜາ​ວັນ ຫົວໜ້າ​ການ​ທະຫານ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ, ມີ​ວິຊາ​ການ​ນັກ​ເດີນ​ສຳ​ຫຼວດ​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ຈາກ​ອົງການ 5 ຫ້ອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ ເຂົ້າ​ຮ່ວມ. ການ​ດຳເນີນ​ການ​ສຳ​ຫຼວດ​ພົນລະເມືອງ ແລະ ທີ່ຢູ່​ອາໄສ​ຂອງ​ພະນັກງານ-ນັກຮົບ ໃນ​ທົ່ວ​ທະຫານ​ແຂວງ​ຄຳ​ມ່ວນ ​ຄັ້ງ​ນີ້ ປະກອບ ມີ 4 ຈຸ, ມີ 16 ສະ ຫາຍ, ເຊິ່ງ​ການ​ສຳ​ຫຼວດ​ພົນລະເມືອງ​ຄັ້ງ​ນີ້ ແມ່ນ​ມີ​ຄວາມ​ສຳຄັນ​ຫຼາຍເພາະ​ຈະ​ເປັນ​ແຫຼ່ງ​ຂໍ້​ມູນ​ຕົ້ນຕໍ​ກ່ຽວ​ກັບ​ຂະໜາດ, ການແຈກຢາຍ ແລະ ອົງ​ປະກອບ​ຂອງ​ພົນລະເມືອງ, ລວມ​ທັງ​ຄຸນ​ລັກສະນະ​ທາງ​ດ້ານ​ເສດຖະກິດ ແລະ ສັງຄົມ​ອື່ນໆ, ຈຸດປະສົງ ກໍ​ເພື່ອ​ສະໜອງ​ຂໍ້​ມູນ​ທີ່ໄດ້​ຮັບ​ການ​ປັບປຸງ​ໃໝ່ ເຊິ່ງ​ມີ​ຄວາມ​ຈຳເປັນ​ສຳລັບ​ການ​ວາງ​ແຜນການ​ພັດທະນາ, ຮັບ​ໃຊ້​ວຽກ​ງານ​ການ​ບໍລິຫານ, ການ​ຕັດສິນ​ໃຈ​ດ້ານນະໂຍບາຍ ແລະ ການ​ຄົ້ນຄວ້າ​ວິໄຈ​ລົງ​ເລິກ​ຕ່າງໆ, ການ​ສຳ​ຫຼວດ​ພົນລະ ເມືອງ​ລາວ ແລະ ທີ່ຢູ່​ອາໄສ ປີ 2025 ແມ່ນ​ເພື່ອ​ເກັບ​ກຳ​ຂໍ້​ມູນ​ທີ່​ສຳຄັນ, ຂະໜາດ, ຄຸນ​ລັກສະນະ ແລະ ການແຈກຢາຍ​ຂອງ​ພົນລະເມືອງ, ລະດັບ​ການ​ສຶກ​ສາ​ຂອງ​ພົນລະເມືອງ, ຂະໜາດ ແລະ ຄຸນ​ລັກສະນະ​ຂອງ​ກຳລັງ​ແຮງ​ງານ, ອັດຕາ​ຄວາມ​ເປັນ​ພິການ​ຂອງ​ພົນລະເມືອງ, ລະດັບ​ການ​ຈະເລີນ​ພັນ, ການ​ຕາຍ ແລະ ການ​ຍົກຍ້າຍ, ອັດຕາ ແລະ ຮູບ​ແບບ​ການ​ຫັນ​ເປັນ​ຕົວ​ເມືອງ, ສະພາບ​ທີ່ຢູ່​ອາໄສ, ສິ່ງ​ອຳນວຍ​ຄວາມ​ສະດວກ ແລະ ຊັບ​ສິນ​ຂອງ​ຄົວ​ເຮືອນ, ການ​ມີ​ສ່ວນ​ຮ່ວມ​ຂອງ​ພົນລະເມືອງ ໃນ​ການ​ຜະລິດ​ກະສິກຳ. ສະຫາຍ ພັນ​ເອກ ບຸນ​ເລີດ ບຸບຜາ​ວັນ ຍັງ​ເນັ້ນ​ໜັກ​ໃຫ້​ນັກ​ເດີນ​ສຳ​ຫຼວດທີ່​ຈະ​ລົງ​ເຮັດ​ໜ້າທີ່​ເດີນ​ສຳ​ຫຼວດຮັກສາ​ຄວາມ​ສາມັກຄີ​ກັນ ເອົາໃຈ​ໃສ່​ຍົກ​ສູງ​ຄວາມ ຮັບຜິດຊອບ​ຕໍ່ໜ້າ​ທີ່​ວຽກ​ງານ, ຕ້ອງ​ຮັບປະກັນ​ການບັນທຶກ​ຈົດ​ກ່າຍ​ໃຫ້​ຖືກຕ້ອງ​ຊັດ​ເຈນ, ບັນລຸ​ໄດ້​ຕາມ​ຄາດໝາຍ​ທີ່​ວາງ​ໄວ້ ແລະ ໄດ້​ຮັບ​ຜົນສຳເລັດ. ໂດຍ: ເກດ​ມະນີ ສຸວັນນະ​ລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ