ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 05 ທັນວາ 2025

  

ກອງພັນ 233 ເຊື່ອມ​ຊຶມ ມະຕິ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ສະມາຊິກ​ພັກ ຄັ້ງ​ທີ VI ອົງຄະ​ນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ
ເວລາອອກຂ່າວ: 2025-11-06 08:55:51 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 361 | ຄວາມນິຍົມ:



ໃນ​ວັນ​ທີ 31 ຕຸລາ 2025, ກອງພັນ 233 ທີ່​ຂຶ້ນ​ກັບ ກົມ 213 ໄດ້​ເຊື່ອມ​ ຊຶມ​ມະຕິ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ສະມາຊິກ​ພັກ ຄັ້ງ​ທີ VI ອົງຄະ​ນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ຄຳ​ໄພ ສຳ​ມະ​ວົງ ຫົວໜ້າ​ການເມືອງ​ ກອງພັນ 233, ມີ​ສະຫາຍ ພັນ​ໂທ ໄຊ​ເຈີນ ຈັນທະ​ລາ ຫົວໜ້າ​ການ​ທະຫານ ກອງພັນ 233, ຄະນະ​ພັກ-ຄະນະ​ບັນຊາ ຕະຫຼອດ​ຮອດ ພະນັກງານ​ຫຼັກ​ແຫຼ່ງ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຄຳ​ໄພ ສຳ​ມະ​ວົງ ໄດ້​ຜ່ານ​ມະຕິ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ສະມາຊິກ​ພັກ ຄັ້ງ​ທີ VI ຂອງ​ອົງຄະ​ນະ​ພັກ​ກະຊວງ​ປ້ອງ​ດັນ​ປະເທດ ໃຫ້​ພະ ນັກງານ​ຫຼັກ​ແຫຼ່ງ ຢູ່​ກົມ​ກອງ​ຂອງ​ຕົນເຂົ້າໃຈ​ແນວທາງການ ນຳພາ-ຊີ້​ນຳ ຂອງ​ອົງຄະ​ນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ໃນ​ແຕ່​ລະ​ໄລຍະ; ໂອກາດ​ດຽວ​ກັນ​ນີ້, ຍັງ​ໄດ້​ຜ່ານ​ຂໍ້​ຕົກລົງ ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ວ່າ​ດ້ວຍ​ການ​ປະດັບ​ທຽບ​ຊັ້ນ ຮ້ອຍ​ໂທ ໃຫ້​ພະນັກງານ-ນັກຮົບ ຜູ້​ທີ່​ຮຽນ​ຈົບ​ໂຮງຮຽນ​ຈາກ​ສາຍ​ລັດ ຈຳນວນ 3 ສະຫາຍ ແລະ ຜ່ານ​ຂໍ້​ຕົກລົງ​ສັບ​ຊ້ອນ​ໜ້າທີ່​ໃຫ້ ພະນັກງານ-ນັກຮົບ ຢູ່​ພາຍ​ໃນ​ກົມ​ກອງ​ອີກ​ຈຳນວນ​ໜຶ່ງ. ສະຫາຍ ພັນ​ໂທ ຄຳ​ໄພ ສຳ​ມະ​ວົງ ຍັງ​ໄດ້​ເນັ້ນ​ໜັກ​ໃຫ້ ຄະນະ​ພັກ-ຄະນະ​ບັນຊາ ແຕ່​ລະ​ຂັ້ນ ພ້ອມ​ດ້ວຍພະນັກງານ-ນັກຮົບ ສືບຕໍ່​ສ້າງ​ຜົນງານ​ຂອງ​ຕົນ ປະຕິບັດ​ໜ້າທີ່​ໃຫ້​ມີ​ຄວາມ​ຫ້າວຫັນ, ດຸໝັ່ນໃຫ້​ເປັນ​ແບບ​ເປັນ​ຢ່າງ​ນຳ​ໜ້າ​ໃຫ້​ແກ່​ມະຫາຊົນ ນຳພາ​ມະຫາຊົນ​ສ້າງ​ຂະ​ບວນ​ການ​ຕ່າງໆ ຢູ່ພາຍ​ໃນ​ກົມ​ກອງ ເພື່ອ​ຂ່ຳນັບ​ຮັບ​ຕ້ອນ ມູນເຊື້ອ​ວັນ​ປະຫວັດສາດ​ຂອງ​ຊາດ​ຕ່າງໆ ໂດຍ​ສະເພາະການ​ສ້າງ​ຂະ​ບວນ​ການ​ຂ່ຳນັບ​ຮັບ​ຕ້ອນ ວັນຊາດ​ທີ 2 ທັນວາ ຄົບຮອບ 50 ປີ, ວັນ​ຄ້າຍ​ວັນ​ເກີດ​ຂອງ​ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 77 ປີ ໃຫ້​ເປັນ​ຂະ​ບວນ​ການ​ຟົດຟື້ນ. ໂດຍ: ໄມ່​ບຸນ​ຫົນ ສຸດທິ​ບັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ