ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ເຄົາລົບທຸງຊາດ ປະຈຳເດືອນພະຈິກ 2025
ເວລາອອກຂ່າວ: 2025-11-06 08:54:25 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 433 | ຄວາມນິຍົມ: ![]()
ວັນທີ 3 ພະຈິກ 2025, ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ຈັດພິທີເຄົາລົບທຸງຊາດ ປະຈຳເດືອນພະຈິກ 2025, ໂດຍການເປັນປະທານຂອງ
ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານໂຮງຮຽນ, ມີຄະນະພັກ-ຄະນະອຳນວຍການ, ພະນັກງານ-ນັກຮົບ ແລະ ນ້ອງນ້ອຍນັກຮຽນ ເຂົ້າຮ່ວມ.
ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ໄດ້ຜ່ານບົດລາຍງານ ການຈັດຕັ້ງປະຕິບັດເຄື່ອນໄຫວວຽກງານຮອບດ້ານ ໃນໄລຍະ 1 ເດືອນຜ່ານມາ ແລະ ທິດທາງແຜນການເດືອນຕໍ່ໜ້າ ເປັນຕົ້ນແມ່ນ ໄດ້ຍົກໃຫ້ເຫັນເຖິງສະພາບການຂອງໂລກ ແລະ ພາກພື້ນ ທີ່ພວມຜັນແປໄປຢ່າງສັບສົນ, ສະພາບປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ແລະ ວຽກງານອື່ນໆ, ພ້ອມທັງຍົກໃຫ້ເຫັນ ດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ໃນການປະຕິບັດໜ້າທີ່ວຽກງານຕ່າງໆຂອງແຕ່ລະກົມກອງໃນໄລຍະຜ່ານມາ. ທັ້ງນີ້, ກໍເພື່ອເປັນການປະຕິບັດຕາມລະບຽບການເຄົາລົບທຸງຊາດປະຈຳເດືອນ ທີ່ຂັ້ນເທິງໄດ້ກຳນົດໄວ້ ໃຫ້ມີຄວາມເຂັ້ມແຂງ ດ້ານລະບຽບວິໄນ 7 ລະບອບ 18 ວຽກໃນມື້ໜຶ່ງຂອງກອງທັບ.
ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຍັງໄດ້ເນັ້ນໜັກໃຫ້ ຄະນະພັກ-ຄະນະບັນຊາ ແຕ່ລະກົມກອງ ສືບຕໍ່ດຳເນີນວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ເຮັດໃຫ້ພະນັກງານ-ນັກຮົບ ແລະ ນ້ອງນ້ອຍນັກຮຽນ ເຊື່ອ
ໝັ້ນຕໍ່ການນຳພາຂອງພັກ-ລັດ, ມີຄຸນທາດການເມືອງໝັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ ແລະ ຫ້າວຫັນຕໍ່ໜ້າທີ່ວຽກງານ ສາມາດເຮັດສຳເລັດທຸກໜ້າທີ່ ທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງ.
ໂດຍ: ໂອລິນ ມິ່ງມີໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















