ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 13 ພະຈິກ 2025

  

ຊາວໜຸ່ມທະຫານແຂວງບໍລິຄຳໄຊ ສ້າງຜົນງານຫຼາຍດ້ານທີ່ພົ່ນເດັ່ນ ຕິດພັນກັບຂໍ້ແຂ່ງຂັນ 4 ບຸກ.
ເວລາອອກຂ່າວ: 2025-11-05 09:57:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 698 | ຄວາມນິຍົມ:



ຕະຫຼອດໄລຍະຜ່ານມາ ຊາວໜຸ່ມທົ່ວກອງບັນຊາການທະຫານແຂວງບໍລິຄຳໄຊ ໄດ້ຖືເອົາການຈັດຕັ້ງຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນ 4 ບຸກ ຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເຂົ້າໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ, ໜ້າທີ່ການເມືອງຂອງຕົນຢ່າງມີຜົນສໍາເລັດອັນໃຫຍ່ຫຼວງ ສາມາດປົກປັກຮັກສາ ແລະ ເສີມຂະຫຍາຍໄດ້ທາດແທ້ມູນເຊື້ອອັນດີງາມຂອງຊາດ, ຂອງພັກ, ຂອງກອງທັບ ກໍຄືມູນເຊື້ອອັນສະຫງ່າງາມ ຂອງຊາວໜຸ່ມເຮັດໃຫ້ບົດບາດຂອງຊາວໜຸ່ມ ໄດ້ຮັບຄວາມເຊື່ອໝັ້ນ ແລະ ໄດ້ຮັບການຍ້ອງຍໍສັນລະເສີນ ຈາກຄະນະພັກ-ຄະນະບັນຊາ ດ້ວຍດີຕະຫຼອດມາ. ສະຫາຍ ພັນໂທ ທິບ ຄູນສະຫວັດ ຫົວໜ້າພະແນກຊາວໜຸ່ມ ກອງບັນຊາການທະຫານແຂວງບໍລິຄຳໄຊ ໄດ້ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ຊາວໜຸ່ມກອງບັນຊາການທະຫານແຂວງບໍລິຄຳໄຊ ໄດ້ສຸມໃສ່ຈັດຕັ້ງເຊື່ອມຊຶມມະຕິຄຳສັ່ງຕ່າງໆ ຂອງພັກ, ຂອງລັດ, ຂອງກອງທັບ ກໍຄືການປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ ໂດຍປິ່ນອອ້ມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ ໄດ້ຮັບຜົນສໍາເລັດໃນຫຼາຍດ້ານ ໂດຍຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັນປັດໃຈພື້ນຖານທີ່ສໍາຄັນ ເພື່ອສຶກສາໃຫ້ພະນັກງານ, ສະມາຊິກຊາວໜຸ່ມ ກາຍເປັນກຳລັງແຮງນໍາໜ້າປະຈັນບານ ເປັນຜູ້ຈັດຕັ້ງປະຕິບັດ ແນວທາງນະໂຍບາຍຂອງພັກ-ລັດ ຮັບປະກັນໃຫ້ແກ່ການເຮັດສຳເລັດໜ້າທີ່ການເມືອງຂອງພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ ແຕ່ລະໄລຍະດ້ວຍປະສິດທິພາບສູງ. ໃນນີ້, ພະແນກຊາວໜຸ່ມກອງບັນຊາການທະຫານແຂວງບໍລິຄຳໄຊ ປະກອບມີ 5 ຮາກຖານ, ມີ 20 ໜ່ວຍຊາວໜຸ່ມຂຶ້ນກັບ ມີສະມາຊິກຊາວໜຸ່ມທັງໝົດ 815 ສະຫາຍ, ຍິງ 65 ສະຫາຍ. ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ ທົ່ວຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຮັບຜົນດີ ຜ່ານມາຄະນະນໍາຊາວໜຸ່ມແຕ່ລະຂັ້ນ ໄດ້ເປັນເຈົ້າການເຜີຍແຜ່ເນື້ອໃນຂໍ້ແຂ່ງຂັນ, ເປີດບັ້ນແຂ່ງຂັນ, ຊີ້ນໍາຕິດຕາມກວດກາຊຸກຍູ້, ສະຫຼຸບຕີລາຄາຜົນສໍາເລັດ ໃນການຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນເປັນແຕ່ລະໄລຍະ. ນອກນີ້, ຍັງໄດ້ສ້າງຂະບວນການແຂ່ງຂັນສິລະປະ-ວັນນະຄະດີ, ກີລາ, ອອກແຮງງານລວມອື່ນໆ. ສຳລັບວຽກງານຂະບວນການສ້າງເສດຖະກິດ-ແກ້ໄຂຊີວິດການເປັນຢູ່ ໄດ້ຊຸກຍູ້ໃຫ້ສະມາຊິກຊາວໜຸ່ມເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດ ເພື່ອບຸກບືນແຂ່ງຂັນພັດທະນາຕົນເອງໃນທຸກໆ ດ້ານປະກອບສ່ວນເຂົ້າໃນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ກົມກອງ 3 ປອດ, ກົມກອງວັດທະນະທໍາ-ນັກຮົບວັດທະນາທໍາມີແບບແຜນ ແລະ ທັນສະໄໝ. ສະຫາຍ ພັນໂທ ທິບ ຄູນສະຫວັດ ໃຫ້ຮູ້ຕື່ມອີກວ່າ: ໃນຕໍ່ໜ້າ ຈະເພີ່ມທະວີເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ຄະນະ-ສະມາຊິກຊາວໜຸ່ມມີຄວາມຮັບຮູ້ເຊື່ອມຊຶມ ກໍາແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຕ່າງໆ ຂອງກອງທັບ ກໍຄືຂອງຊາວໜຸ່ມວາງອອກ ເພື່ອເຮັດໃຫ້ສະມາຊິກຊາວໜຸ່ມ ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນ ຕອບຕ້ານທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງພວກອິດທິກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ຫວັງດີ ເພື່ອປັບປຸງກໍ່ສ້າງກົມກອງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ພ້ອມກັນເດັດດ່ຽວປົກປັກຮັກສາ ລະບອບປະຊາທິປະໄຕ ປະຊາຊົນລາວໄວ້ໃຫ້ໝັ້ນຄົງຕະຫຼອດໄປ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ