ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 05 ທັນວາ 2025

  

ຮັບປະກັນ​ວັດຖຸ​ອຸປະໂພກ-ບໍລິໂພກ ໃຫ້​ແກ່​ກອງທັບ
ເວລາອອກຂ່າວ: 2025-11-05 08:59:51 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 493 | ຄວາມນິຍົມ:



ກົມ​ອຸປະໂພກ-ບໍລິໂພກ ແມ່ນ​ກົມ​ໜຶ່ງ​ທີ່​ຂຶ້ນ​ກັບ​ກົມ​ໃຫຍ່​ພະລາທິການ​ກອງທັບ ແລະ ກະຊວງ​ປ້ອງ​ກັນ​ປະເທດ, ເປັນ​ເສນາ​ທິ​ການ​ຊ່ວຍ​ວຽກ​ໃຫ້​ກົມ​ໃຫຍ່​ພະລາທິການ​ກອງທັບ ກໍ​ຄື ກະຊວງ​ປ້ອງ​ກັນ​ປະເທດ ກ່ຽວ​ກັບ​ວຽກ​ງານ​ຮັບປະກັນ​ລ້ຽງ​ດູ​ທັບ ທາງ​ດ້ານ​ການ​ກິນ​ຢູ່, ນຸ່ງ​ຖື, ເປັນ​ອົງ​ກອນ​ສູງ​ສຸດ​ຂອງ​ເຫຼົ່າ​ຮົບ​ວິຊາ​ສະເພາະ ອຸປະໂພກ-ບໍລິໂພກ​ໃນ​ທົ່ວ​ກອງທັບ, ມີ​ບົດບາດ​ຈັດ​ຕັ້ງ​ຮັບປະກັນ​ການ​ກິນ​ຢູ່, ນຸ່ງ​ຖື ແລະ ວັດຖຸ​ອຸປະໂພກ-ບໍລິໂພກ​ຕາມ​ລະບອບ​ອັດຕາ​ໃຫ້​ກອງທັບ​ໃນ​ທຸກ​ກໍລະນີ, ປະກອບສ່ວນ​ໃນ​ການ​ຮັກສາ​ສຸຂະພາບ, ປຸກລະດົມ​ນໍ້າໃຈ​ສູ້​ຮົບ, ນໍ້າໃຈ​ຟົດຟື້ນ​ປະຕິ ວັດ, ຮັກສາ​ລະບຽບ​ວິໄນ​ຂອງ​ນາຍ ແລະ ພົນທະຫານ​ໃນ​ກອງ ທັບ, ປະກອບສ່ວນ​ເຂົ້າ​ໃນ​ການ​ກໍ່ສ້າງ​ກອງທັບ ເປັນ​ກອງທັບ​ປະຕິວັດ ມີ​ແບບແຜນ ແລະ ທັນ​ສະໄໝເທື່ອ​ລະ​ກ້າວ. ສະຫາຍ ພົນ​ຈັດຕະວາ ສອນ​ໄຊ ວົງ​ພະຈັນ ຫົວໜ້າ​ກົມ​ອຸປະໂພກ-ບໍລິໂພກ ກົມ​ໃຫຍ່​ພະລາທິການ​ກອງທັບ ໃຫ້​ສຳພາດ​ວ່າ: ໃນ​ໄລຍະ​ຜ່ານ​ມາ ກົມ​ອຸປະໂພກ-ບໍລິໂພກ ຍັງ​ໄດ້​ປັບປຸງ​ບັນດາ​ຫົວໜ່ວຍ​ໂຮງ​ຈັກ-ໂຮງງານທີ່​ຂຶ້ນ​ກັບ ຄື: ໂຮງງານ​ຕັດຫຍິບ ເລກ 1 ກອງທັບ, ໂຮງງານ​ເກີບ​ທັນວາ, ໂຮງງານ​ຕໍ່າແຜ່ນ ແລະ ຍ້ອມ​ສີ ລາວ-ຫວຽດນາມ, ໂຮງສີ​ເຂົ້າ​ກອງທັບ, ໂຮງງານ​ຜະລິດ​ເຂົ້າ​ແຫ້ງ, ໂຮງງານ​ເສັ້ນ​ດ້າຍ ແລະ ເກີບ​ໜັງ, ສາງ​ອຸປະໂພກ-ບໍລິໂພກ, ບໍລິສັດ​ປະສົມ​ຮ່ວມທຸ ລະ​ກິດ 20 ມັງກອນ, ຈັດ​ຕັ້ງ​ຮັບ ປະກັນ​ວັດຖຸ​ອຸປະໂພກ-ບໍລິໂພກ​ໃຫ້​ແກ່​ກອງທັບ​ ເພື່ອ​ເຮັດ​ໜ້າທີ່ ເຝິກແອບ​ຮໍ່າຮຽນ, ກໍ່ສ້າງ​ກຳລັງ, ອອກແຮງ​ງານ​ຜະລິດ, ກໍ່ສ້າງ​ເສດຖະກິດ, ກຽມພ້ອມ​ສູ້​ຮົບ ແລະ ເຄື່ອນ​ໄຫວ​ສູ້​ຮົບ​ມີ​ໄຊ, ຈັດ​ຕັ້ງ​ຄົ້ນຄວ້າ​ຊອກ​ແຫຼ່ງ​ສະໜອງ, ຊີ້​ນຳ​ການ​ຜະລິດ ແລະ ຈັດ​ຊື້​ເຄື່ອງ ອຸປະໂພກ-ບໍລິໂພກ ຈາກ​ພາຍ​ໃນ ແລະ ຕ່າງປະເທດ ມາ​ຮັບ​ໃຊ້​ກອງທັບ, ຈັດ​ຕັ້ງ​ຊີ້​ນຳ​ວຽກ​ງານ​ລ້ຽງ​ດູ​ທັບ ຮັບປະກັນ​ການ​ກິນ​ຢູ່​ປະຈຳ​ວັນ​ວຽກ​ງານ​ເຮືອນຄົວ-ເຮືອນ​ກິນ​ໃນ​ກົມ​ກອງ​ທະຫານ, ຊີ້​ນຳ​ວຽກ​ງານ​ຄຸ້ມຄອງ, ນຳ​ໃຊ້​ປົກ​ປັກ​ຮັກສາ​ວັດຖຸ​ອຸປະໂພກ-ບໍລິໂພກ​ໃນ​ກອງທັບ ແລະ ຊີ້​ນຳ​ສະ​ສົມ​ສຳຮອງ​ວັດຖຸ​ອຸປະໂພກ-ບໍລິໂພກ​ຢູ່​ແຕ່​ລະ​ຂັ້ນ ເພື່ອ​ຕອບ​ສະໜອງ​ສະພາບ​ສຸກ​ເສີນທີ່​ອາດ​ ຈະ​ເກີດ​ຂຶ້ນ​ໃຫ້​ທັນ​ເວລາ, ຄົ້ນ ຄວ້າ​ວິທະຍາສາດ​ການ​ກິນ​ຢູ່, ນຸ່ງ​ຖື​ໃຫ້​ແທດເໝາະ​ກັບ​ສະພາບ ການ​ຂະຫຍາຍຕົວ​ຂອງ​ກອງທັບ​ໃນ​ແຕ່​ລະ​ໄລຍະ, ກຳ​ແໜ້ນ ແລະ ຄຸ້ມ​ຄອງ​ພະນັກງານ-ນັກຮົບ​ວິຊາ​ສະເພາະ ໃນ​ຂະແໜງ​ອຸປະໂພກ-ບໍລິໂພກ​ໃນ​ທົ່ວ​ກອງທັບ, ເພື່ອ​ເປັນ​ທິດ​ກໍ່ສ້າງ, ບຳລຸງ, ປະກອບ​ໜ້າທີ່​ໃຫ້​ແທດເໝາະ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ, ປະຕິບັດ​ໜ້າທີ່​ສາກົນ ພົວພັນ​ຮ່ວມ​ມື​ທາງ ​ດ້ານ​ວຽກ​ງານ​ອຸປະໂພກ-ບໍລິ ໂພກ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ຍັງ​ໄດ້​ຊີ້​ນຳ​ບັນດາ​ຂະແໜງ​ອຸປະໂພກ-ບໍລິໂພກ ຢູ່​ແຕ່​ລະ​ກົມ​ກອງ-ທ້ອງຖິ່ນ ຮັບປະກັນ​ອຸປະໂພກ-ບໍລິໂພກຢູ່​ກົມ​ກອງ​ຂອງ​ຕົນ ເປັນ ຕົ້ນດ້ານ​ຊີວິດ​ການ​ເປັນ​ຢູ່​ຂອງ​ນາຍ ແລະ ພົນທະຫານ​ໃຫ້​ນັບ​ມື້​ນັບ​ດີ​ຂຶ້ນ. ໃນ​ນີ້ ອັນ​ພົ້ນ​ເດັ່ນ ໄດ້​ຈັດ​ຕັ້ງ​ບັນດາ​ພະແນກການ​ລົງ​ຮາກ​ຖານ​ບັນດາ​ກົມ​ກອງ-ທ້ອງຖິ່ນ ເພື່ອ​ເກັບ​ກຳ​ສະພາບ​ການ​ໃນ​ວຽກ​ງານ​ຮັບປະກັນ​ອຸ ປະໂພກ-ບໍລິໂພກ, ໃນ​ປັດຈຸບັນ ກຳລັງ​ເປີດ​ກອງ​ປະຊຸມ​ສ່ອງ​ແສງ​ລາຍ​ງານ ແລະ ຖອດ​ຖອນ​ບົດຮຽນ ຂົງເຂດ​ວຽກ​ງານຮັບ ປະກັນ​ອຸປະໂພກ-ບໍລິໂພກ, ໄດ້​ ຈັດ​ຊື້​ໂຮງສີ​ທັນ​ສະໄໝ​ຈາກ ​ສປ ຈີນ ຈຳນວນ 1 ເຄື່ອງ, ປັດຈຸ ບັນ​ກຳລັງ​ຕິດ​ຕັ້ງ​ຄາດກະ​ເດືອນ 12 ປີ 2025 ຈະ​ສຳເລັດ, ໄດ້​ຊີ້​ນຳ​ບັນດາ​ກົມ​ກອງ​ທີ່​ຂຶ້ນ​ກັບ ແລະ ໂຮງງານ​ຕ່າງໆ ໃຫ້​ເອົາ ໃຈໃສ່​ປົກ​ປັກ​ຮັກສາ​ວັດຖຸອຸປະ ໂພກ-ບໍລິໂພກ ກໍ​ຄື ການ​ຜະລິດ​ເຄື່ອງນຸ່ງ​ຫົ່ມ ໃຫ້​ມີ​ຄຸນ​ນະ​ພາບ​ດີ ແລະ ທັນ​ລະດູ​ການ ເບີກ​ຈ່າຍ​ແຕ່​ລະ​ປີ. ສ່ວນ​ທິດ​ທາງ​ແຜນການ​ໃນ ຕໍ່ໜ້າ, ກົມ​ອຸປະໂພກ-ບໍລິໂພກ ໄດ້​ວາງ​ແຜນການ, ຄາດໝາຍ​ສູ້​ຊົນ​ສືບຕໍ່​ສຸມ​ໃສ່​ນຳພາ​ຈັດ​ຕັ້ງ​ປະຕິບັດ ເລັ່ງ​ໃສ່​ບັນດາ​ໜ້າ​ວຽກ ດັ່ງນີ້: ດ້ານ​ສະບຽງ​ອາຫານໄດ້​ສ້າງ​ແຜນການ​ຄວາມ​ຕ້ອງການ​ເຂົ້າ​ກິນ​ໃນ​ທົ່ວ​ກຳລັງ​ຫຼວງ ເພື່ອ​ລາຍ​ງານ​ກົມ​ໃຫຍ່​ພະລາທິການ​ກອງທັບ ແລະ ກະຊວງ​ປ້ອງ​ກັນ​ປະເທດ ພ້ອມ​ທັງ​ແຈ້ງ​ລາຄາ​ເຂົ້າ​ກິນ​ປີ 2026 ໃຫ້​ບັນດາ​ກົມ​ກອງ-ທ້ອງຖິ່ນ ເພື່ອ​ເກັບ​ຊື້​ໃຫ້​ໄດ້​ຕາມ​ແຜນການ​ຂອງ​ກົມ​ກອງ, ດ້ານ​ເຄື່ອງນຸ່ງ​ຫົ່ມ ເລັ່ງ​ປັບປຸງ​ຂໍ້​ກຳນົດ​ອັດຕາ ແລະ ການ​ປະກອບ​ເຄື່ອງນຸ່ງ​ຫົ່ມໃຫ້​ແກ່​ນາຍ ແລະ ພົນທະຫານໃຫ້​ສຳເລັດ​ໂດຍ​ໄວ, ພ້ອມ​ນີ້ ຍັງ​ໄດ້​ຊຸກຍູ້​ບັນດາ​ຄູ່​ສັນ ຍາ​ໃນ​ປີ 2025 ໃຫ້​ຈັດ​ສົ່ງ​ເຄື່ອງ​ເຂົ້າ​ສາງ​ໄດ້​ຕາມ​ກຳນົດ​ເວລາ​ລະບຸ​ໄວ້​ໃນ​ສັນຍາ ເພື່ອ​ພຽງພໍ​ໃນ​ການ​ເບີກ​ຈ່າຍ ແລະ ສູ້​ຊົນ​ແກ້​ໄຂ​ຈຳນວນ​ເຄື່ອງນຸ່ງ​ຫົ່ມ​ທີ່​ຍັງ​ຄ້າງ​ຈ່າຍ​ກັບ​ກົມ​ກອງ​ໃຫ້​ໝົດ​ໄປ, ລົງ​ສຳ​ຫຼວດ​ເຮືອນຄົວ-ເຮືອນກິນ​ ຂອງ​ບັນດາ​ກົມ​ກອງ​ທີ່​ຕັ້ງ​ໃໝ່ ແລະ ກົມ​ກອງ​ທີ່​ຮອດ​ອາຍຸ​ນຳ​ ໃຊ້ ເພື່ອ​ຕິດ​ຕັ້ງ​ເຕົາ​ອາຍ​ນໍ້າ ແລະ ປະກອບ​ເຄື່ອງ​ເຮືອນຄົວ-ເຮືອນ​ກິນໃຫ້​ພຽງພໍ​ກັບ​ຄວາມ​ຕ້ອງການ​ຂອງ​ກົມ​ກອງ, ຊີ້​ນຳ​ບັນດາ​ກົມ​ກອງ​ທີ່​ຂຶ້ນ​ກັບ ປົກ​ປັກ​ຮັກສາ​ວັດຖຸ​ອຸປະໂພກ-ບໍລິໂພກ ໃຫ້​ມີ​ຄວາມ​ປອດ​ໄພ 100%. ເນື່ອງ​ໃນ​ໂອກາດ​ວັນ​ສະຖາ ປະນາ ​ສປປ ລາວ ຄົບຮອບ 50 ປີ ແລະ ວັນ​ເກີດ ປະທານ​ໄກສອນ ພົມວິຫານ ຄົບຮອບ 105 ປີ ທີ່​ຈະ​ມາ​ເຖິງ​ນີ້, ສະຫາຍ ພົນ​ຈັດຕະວາ ສອນ​ໄຊ ວົງ​ພະຈັນ ໄດ້​ສະແດງ​ຄຳ​ອວຍພອນ​ມາ​ຍັງ​ການ​ນຳ​ພັກ-ລັດ, ຄະນະ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ ຈົ່ງ​ມີ​ພາລະ​ນາ​ໄມ​ສົມບູນ ສືບຕໍ່​ຊີ້​ນຳ-ນຳພາ​ກອງທັບໃຫ້​ມີ​ລະບຽບ​ແບບແຜນ​ທັນ​ສະໄໝ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ອວຍພອນ​ມາ​ຍັງ​ນາຍ ແລະ ພົນທະຫານ​ທຸກ​ຖ້ວນ​ໜ້າ ຈົ່ງ​ມີ​ສຸຂະພາບ​ເຂັ້ມແຂງ ພ້ອມ​ກັນ​ສືບຕໍ່​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ຕົນ ທີ່​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ