ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 13 ພະຈິກ 2025

  

ປະກາດຍົກລະດັບກອງກວດກູ້ລະເບີດບໍ່ທັນແຕກເພື່ອມະນຸດສະທໍາກອງທັບຂຶ້ນເປັນສູນແກ້ໄຂລະເບີດບໍ່ທັນແຕກແລະ ເຝິກອົບຮົມບັນເທົາໄພພິບັດກອງທັບ
ເວລາອອກຂ່າວ: 2025-11-04 10:55:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 862 | ຄວາມນິຍົມ:



ພິທີປະກາດຍົກລະດັບກອງກວດກູ້ລະເບີດບໍ່ທັນແຕກເພື່ອມະນຸດສະທໍາກອງທັບ ຂຶ້ນເປັນສູນແກ້ໄຂລະເບີດບໍ່ທັນແຕກ ແລະ ເຝິກອົບຮົມບັນເທົາໄພພິບັດກອງທັບ (ທຽບເທົ່າກອງພັນໃຫຍ່) 523 ໄດ້ຈັດຂຶ້ນໃນວັນທີ 3 ພະຈິກ 2025 ນີ້, ໂດຍການເປັນປະທານຂອງສະຫາຍພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ,ມີຄະນະນໍາ 4 ກົມໃຫຍ່, ຄະນະນໍາຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາສູນ, ແຂກຖືກເຊີນ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ. ສະຫາຍ ພັນໂທ ສົມຈິດ ສອນສຸພັນ ຫົວໜ້າພະແນກລະດົມພົນ ກົມກຳລັງພົນ ກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານຜ່ານຂໍ້ຕົກລົງ ຍົກລະດັບກອງຮ້ອຍ 58 ຂຶ້ນເປັນສູນ 523 ກະຊວງປ້ອງກັນປະເທດ ຕົກລົງ ມາດຕາ 1 ຍົກລະດັບ ກອງຮ້ອຍ 58 ຂຶ້ນເປັນສູນແກ້ໄຂລະເບີດບໍ່ທັນແຕກ ແລະ ເຝິກອົບຮົມບັນເທົາໄພພິບັດກອງທັບ 523 (ທຽບເທົ່າຂັ້ນກອງພັນໃຫຍ່ ). ຈາກນັ້ນ, ໃນພິທີ ຍັງໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະບັນຊາສູນແກ້ໄຂລະເບີດບໍ່ທັນແຕກ ແລະ ເຝິກອົບຮົມບັນເທົາໄພພິບັດກອງທັບຂຶ້ນກັບກົມໃຫຍ່ເສນາທິການກອງທັບ,ຜ່ານມະຕິຕົກລົງວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຄະນະພັກຮາກຖານ ສູນແກ້ໄຂລະເບີດບໍ່ທັນແຕກ ແລະ ເຝິກອົບຮົມບັນເທົາໄພພິບັດກອງທັບ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຂັ້ນພະແນກ, ຂັ້ນສູນເຝິກ, ຂັ້ນຂະແໜງ, ຂັ້ນກອງພັນນ້ອຍ, ຂັ້ນກອງຮ້ອຍ, ຂັ້ນໝວດ ແລະ ພະນັກງານຊ່ວຍວຽກຂອງສູນແກ້ໄຂລະເບີດບໍ່ທັນແຕກ ແລະ ເຝິກອົບຮົມບັນເທົາໄພພິບັດກອງທັບ ຕື່ມອີກຈໍານວນໜຶ່ງ. ໂອກາດນີ້, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ມີຄໍາເຫັນໂອ້ລົມ ກ່ອນອື່ນໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ ແລະ ຜົນສໍາເລັດຂອງກອງກວດກູ້ລະເບີດບໍ່ທັນແຕກເພື່ອມະນຸດສະທໍາກອງທັບທີ່ໄດ້ຮັບການຍົກລະດັບຂຶ້ນເປັນສູນແກ້ໄຂລະເບີດບໍ່ທັນແຕກ ແລະ ເຝິກອົບຮົມບັນເທົາໄພພິບັດກອງທັບ ໃນຄັ້ງນີ້ ເນື່ອງຈາກວ່າຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໄລຍະໃໝ່ ສະນັ້ນ ສູນຈຶ່ງເປັນກຳລັງຫຼັກເພື່ອຕອບຕ້ານກັບໄພພິບັດທຳມະຊາດ,ຊ່ວຍເຫຼືອຜູ້ປະສົບໄພພິບັດ ແລະ ກວດກູ້ທຳລາຍລະເບີດບໍ່ທັນແຕກ ເພື່ອເປັນພື້ນຖານໃຫ້ແກ່ການປັບປຸງສູນໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງໃນຕໍ່ໜ້າ, ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ສືບຕໍ່ປັບປຸງໂຄງປະກອບການຈັດຕັ້ງຕາມທີ່ໄດ້ມີຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ,ກວດກາຄືນບັນດາຂອບເຂດສິດໜ້າທີ່ເພື່ອໃຫ້ສອດຄ່ອງກັບວຽກງານຕົວຈິງ ພ້ອມນັ້ນ ກໍຄົ້ນຄວ້າຫຼັກສູດການຮຽນ-ການສອນເພື່ອຮັບປະກັນໃຫ້ແກ່ການເຝິກອົບຮົມ. ນອກນີ້ ກໍປັບປຸງລະບຽບໃນການຄຸ້ມຄອງກໍາລັງ,ຊັບຊ້ອນໝູນໃຊ້ກໍາລັງທີ່ມີ, ເຝິກອົບຮົມໃຫ້ບັນດາກຳລັງຢູ່ບັນດາກົມກອງອື່ນໆໃນຂອບເຂດທົ່ວປະເທດ ພ້ອມນັ້ນ ຕ້ອງປັບປຸງແບບແຜນວິທີເຮັດວຽກເພື່ອສະຫຼຸບຖອດຖອນບົດຮຽນ ແລະ ຄຸ້ມຄອງປົກປັກຮັກສາພາຫະນະເຕັກນິກທີ່ມີເພື່ອນໍາໃຊ້ໄດ້ຍາວນານ. ໂດຍ: ສົມຄິດ ພູມມີຈິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ