ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 13 ພະຈິກ 2025

  

ກທອ ປະກາດການເລື່ອນຊັ້ນ ໃຫ້ນາຍທະຫານ
ເວລາອອກຂ່າວ: 2025-11-03 11:20:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 634 | ຄວາມນິຍົມ:



ໃນວັນທີ 31 ຕຸລາ 2025 ນີ້, ກອງບັນຊາການທະຫານອາກາດ ໄດ້ປະກາດການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃຫ້ນາຍທະຫານ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ທະນູກອນ ສຸລິຍະແສງ ຫົວໜ້າການເມືອງ ກອງບັນຊາການທະຫານອາກາດ, ມີຄະນະພັກ-ຄະນະບັນຊາ ອົງການ 6 ຫ້ອງ, ກອງໃຫຍ່ 703, ພະແນກການ, ພະນັກງານຫຼັກແຫຼ່ງ, ນາຍ ແລະ ພົນທະຫານທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ. ສະຫາຍ ພັນໂທ ວົງເດືອນ ບຸດຈະເລີນ ຫົວໜ້າພະແນກພະນັກງານ ຫ້ອງການເມືອງ ກອງບັນຊາການທະຫານອາກາດ ໄດ້ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ວ່າດ້ວຍການເລື່ອນທຽບຊັ້ນໃຫ້ນາຍທະຫານ ໃນນີ້ຕົກລົງເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ພັນຕີຈຳນວນ 26 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ ຈຳນວນ 30 ສະຫາຍ ແລະ ຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການເລື່ອນຊັ້ນນາຍທະຫານ, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ ຈຳນວນ 7 ສະຫາຍ ແລະ ວາທີ ຂຶ້ນ ຮ້ອຍຕີ 25 ສະຫາຍ. ໂອກາດນີ້, ສະຫາຍ ພົນຈັດຕະວາ ທະນູກອນ ສຸລິຍະແສງ ກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ , ພ້ອມທັງເນັ້ນໜັກໃຫ້ແຕ່ລະສະຫາຍຈົ່ງຍົກສູງພາລະບົດບາດຂອງຕົນທາງດ້ານການເມືອງ-ນຳພາແນວຄິດໃຫ້ໜັກແໜ້ນ, ເຂັ້ມແຂງ ຮອບດ້ານ, ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດ, ກົດລະບຽບຂອງກອງທັບ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດ, ສິນທໍາປະຕິວັດ, ມີແບບແຜນວິທີເຮັດວຽກທີ່ດີ, ມີຄວາມສາມັກຄີພາຍໃນພາຍນອກໄດ້ຢ່າງແໜ້ນແຟ້ນ, ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ ແລະ ພ້ອມກັນເຮັດສໍາເລັດໜ້າທີ່ທີ່ການຈັດຕັ້ງຂັ້ນເທິງກໍຄືກົມກອງມອບໝາຍໃຫ້ໃຫ້ມີປະສິດທິພາບສູງ. ໂດຍ: ກາ ຫຼ້າພາວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ