ທະຫານເມືອງບໍລິຄັນ ເອົາໃຈໃສ່ຄຸ້ມຄອງ-ລ້ຽງດູກໍາລັງ
ເວລາອອກຂ່າວ: 2025-11-03 10:21:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 674 | ຄວາມນິຍົມ: ![]()
ເພື່ອຮັບປະກັນເຮັດໃຫ້ຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ໃຫ້ກິນອີ່ມນຸ່ງອຸ່ນ, ມີສຸຂະພາບແຂງແຮງ ກຽມພ້ອມປະຕິບັດໜ້າທີ່ການເມືອງ ທີ່ຂັ້ນເທິງມອບໝາຍໃຫ້ສໍາເລັດຜົນເປັນຢ່າງດີ ໃນນີ້, ເວົ້າສະເພາະ ວຽກງານດ້ານພະລາທິການ ກອງບັນຊາການທະຫານເມືອງບໍລິຄັນ ແຂວງບໍລິຄຳໄຊ ຍາມໃດຄະນະພັກ-ຄະນະບັນຊາ ກໍໄດ້ເອົາໃຈໃສ່ຍົກສູງຄໍາຂວັນທີ່ວ່າ: ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ທີ່ກົມໃຫຍ່ພະລາທິການກອງທັບວາງອອກ ເພື່ອສູ້ຊົນປະຕິບັດບັນດາຕົວເລກຄາດໝາຍແຕ່ລະດ້ານໃຫ້ມີຜົນສໍາເລັດ ທັງຮັບປະກັນແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ໃນກົມກອງໃຫ້ດີຂຶ້ນເປັນກ້າວໆ.
ສະຫາຍ ພັນຕີ ສິນພາ ອ່ອນວິໄລວິນ ຮອງຫົວໜ້າພະແນກພະລາທິການ ກອງບັນຊາການທະຫານເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ສຳພາດວ່າ: ໃນຕະຫຼອດໄລຍະຜ່ານມາ ກໍຄືປັດຈຸບັນ ຄະນະພັກ-ຄະນະບັນຊາກົມກອງ ຍາມໃດກໍໄດ້ຖືເອົາວຽກງານສຶກສາອົບຮົມການເມືອງນຳພາແນວຄິດ ໃຫ້ພະນັກງານວິຊາສະເພາະ ທີ່ເຮັດວຽກງານພະລາທິການໃນທົ່ວກົມກອງ ໃຫ້ມີຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ ຕໍ່ກັບວຽກງານຮັບປະກັນພະລາທິການກຽມພ້ອມສູ້ຮົບ ແລະ ຮັບປະກັນ ໃຫ້ແກ່ກົມກອງເຄື່ອນໄຫວເຮັດໜ້າທີ່ໃນດ້ານຕ່າງໆ ໃນນີ້, ໄດ້ຊຸກຍູ້ວຽກງານການປູກຝັງ-ລ້ຽງສັດ ເປັນຕົ້ນຕໍ, ສະແດງອອກໃນປີທີ່ຜ່ານມາ ກົມກອງພວກເຮົາມີເຮືອນຮົ່ມປູກຜັກ 03 ຫຼັງ ປູກພັກໄດ້ 850 ກິໂລ, ມີເນື້ອທີ່ສວນປູກມັນຕົ້ນ 03 ເຮັກຕາ ເກັບກູ້ ໄດ້ 22.216 ກິໂລ, ປູກໄມ້ກິນໜໍ່ໄດ້ 28 ສຸມ ສາມາດເກັບ ກິນໄດ້ຕະຫຼອດປີ, ມີໜອງປາ 04 ໜອງ ປ່ອຍປາ 150 ກິໂລ, ມີອ່າງລ້ຽງກົບ, ອ່າງລ້ຽງປາ 07 ອ່າງ, ລ້ຽງກົບຂາຍໄດ້ 98 ກິໂລ, ລ້ຽງປາດຸກພັນຂາຍ ໄດ້ 63 ກິໂລ, ລ້ຽງງົວ 07 ໂຕ, ໂດຍລວມແລ້ວ ໃນ 01 ປີທີ່ຜ່ານມາ ກົມກອງພວກເຮົາສາມາດສ້າງລາຍຮັບ ໄດ້ທັງໝົດ 108.300.000 ກວ່າກີບ. ນອກຈາກນີ້, ດ້ານວຽກງານຮັບປະກັນການຄຸ້ມຄອງເບີກຈ່າຍ ແມ່ນສາມາດຮັບປະກັນໄດ້ໃນລະດັບທີ່ແນ່ນອນ ເປັນຕົ້ນແມ່ນ ການຄຸ້ມຄອງດ້ານການປິ່ນປົວ, ການປ້ອງກັນພະຍາດ ແລະ ຢາປິ່ນປົວ ພ້ອມນີ້, ຍັງໄດ້ເອົາໃຈໃສ່ຄຸ້ມຄອງພາຫະນະ ປະຕິບັດການນຳໃຊ້ໃຫ້ຮັບປະກັນການຂົນສົ່ງ ແລະ ນໍ້າມັນເຊື້ອໄຟ ສາມາດຕອບສະໜອງໄດ້ເປັນຢ່າງດີ.
ສະຫາຍ ພັນຕີ ສິນພາ ອ່ອນວິໄລວິນ ຍັງໄດ້ກ່າວຕື່ມອີກວ່າ: ໃນຕໍ່ໜ້າຈະຕ້ອງໄດ້ສຸມໃສ່ຊີ້ນໍາ ພະນັກງານວິຊາສະເພາະ ທີ່ເຮັດວຽກງານພະລາທິການໃຫ້ຮັດກຸມ ແລະ ມີປະສິດທິພາບຂຶ້ນກວ່າເກົ່າ ໂດຍສະເພາະ ແມ່ນແບ່ງການຄຸ້ມຄອງຕາມແຜນງົບປະມານ ທີ່ຂັ້ນເທິງຕອບສະໜອງດ້ານວຽກງານບໍ່ໃຫ້ຕົກເຮ່ຍເສຍຫາຍ ເພື່ອຄຸ້ມຄອງປະຢັດມັດທະຍັດ, ເອົາໃຈໃສ່ບໍາລຸງຮັກສາປົວແປງສົ່ງເສີມການປູກການລ້ຽງໃຫ້ມີປະສິດທິພາບ ສາມາດຕອບສະໜອງດ້ານຜັກກິນ ຊີ້ນກິນ ເພື່ອປ້ອນເຂົ້າເຮືອນຄົວລວມ ໃຫ້ບັນລຸໄດ້ຕາມແຜນການ ແລະ ລື່ນແຜນການ ທີ່ຂັ້ນເທິງກຳນົດໄວ້.
ໂດຍ: ແສງເດືອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















