ກົມແຜນທີ່ກອງທັບ ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ ປະຈຳປີ 2025
ເວລາອອກຂ່າວ: 2025-10-31 10:31:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1148 | ຄວາມນິຍົມ: ![]()
ໃນວັນທີ 31 ຕຸລາ 2025 ນີ້, ກົມແຜນທີ່ກອງທັບ ກົມໃຫຍ່ເສນາທິການກອງທັບ ໄດ້ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ ປະຈຳປີ 2025 ຢູ່ກອງຍິງປືນ 199, ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນເອກ ພູວຽງ ແກ້ວວິເສດ ຮອງຫົວໜ້າກົມແຜນທີ່ກອງທັບ, ມີຄະນະພັກ-ຄະນະບັນຊາກົມ, ກອງ,ໂຮງງານ ຕະຫຼອດຮອດພະນັກງານ-ນັກຮົບພາຍໃນກົມແຜນທີ່ເຂົ້າຮ່ວມ.
ສະຫາຍພັນເອກ ພູວຽງ ແກ້ວວິເສດ ໄດ້ໃຫ້ຮູ້ວ່າ: ຈຸດປະສົງຂອງການຈັດຕັ້ງອົບຮົມ-ຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້ໃນຄັ້ງນີ້ ກໍເພື່ອຍົກລະດັບຄວາມຮູ້-ຄວາມສາມາດດ້ານສິນລະປະຍຸດ-ຍຸດທະວິທີຂອງນາຍ ແລະ ພົນທະຫານທົ່ວກົມແຜນທີ່ກອງທັບ ໃຫ້ມີພິກໄຫວຄ່ອງແຄ້ວ, ສ້າງກົມກອງໃຫ້ມີລະບຽບເຂັ້ມງວດ ແລະ ປັບປຸງກົມກອງໃຫ້ກາຍເປັນກອງປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເຝິກຝົນໃຫ້ນາຍ ແລະ ພົນທະຫານມີສຸຂະພາບແຂງແຮງ, ທົນທານແຂງແກ່ນກຽມພ້ອມຮັບໃຊ້ໜ້າທີ່ກຽມພ້ອມສູ້ຮົບ ແລະ ສູ້ຮົບໃນທຸກເງື່ອນໄຂກໍລະນີ. ຈາກນັ້ນ, ຄະນະຮັບຜິດຊອບພາກສະໜາມ ໄດ້ອະທິບາຍ ກ່ຽວກັບວິທີການຍິງປືນ ແລະ ຜ່ານກົດລະບຽບພາກສະໜາມ.
ສຳລັບການຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ໃນຄັ້ງນີ້ມີຈຳນວນພົນເຂົ້າຮ່ວມທັງໝົດເກືອບ 100 ສະຫາຍ. ໂດຍນຳໃຊ້ ປືນAK (ອາກາ-47), ປືນສັ້ນ 59 (ສຳລັບນາຍພັນ) . ຜ່ານການຈັດຕັ້ງປະຕິບັດຍິງຕົວຈິງສາມາດຕີລາຄາໄດ້ ປະເພດເກັ່ງສະເລ່ຍ 75% ແລະ ປະເພດກາງ 25 % ພ້ອມທັງຮັບປະກັນໄດ້ ຄວາມເປັນລະບຽບ ແລະ ຮັກສາໄດ້ຄວາມປອດໄພ 100%.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















