ທາບທາມບຸກຄະລາກອນ ຮັບສະໝັກເລືອກຕັ້ງເຂົ້າໃນ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 2 ຈຸດທີ 10
ເວລາອອກຂ່າວ: 2025-10-31 09:55:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1077 | ຄວາມນິຍົມ: ![]()
ກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດ ການນຳພາລວມ ຂອງຄະນະບໍລິຫານ ງານສູນກາງພັກ ສະໄໝທີ XI ແລະ ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 2 ຈຸດທີ 10 ໄດ້ຈັດຂຶ້ນໃນວັນທີ 30 ຕຸລາ 2025 ນີ້, ທີ່ຫ້ອງວ່າການປົກຄອງແຂວງຊຽງຂວາງ, ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານ ຂົງເຂດຄວາມໝັ້ນຄົງ ແລະ ການປົກຄອງ, ມີສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງປະທານຄະນະກວດກາສູນກາງພັກ, ມີບັນດາສະຫາຍຜູ້ແທນສົມບູນ, ສຳຮອງ ຈາກ 3 ແຂວງ ຄື: ແຂວງຊຽງຂວາງ, ຫົວພັນ, ໄຊສົມບູນ ແລະ ຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄຳເຫັນ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມ ວ່າ: ເພື່ອຮັບປະກັນໃຫ້ການທາບທາມຄັ້ງນີ້ ເລືອກຕັ້ງບຸກຄະລາກອນທີ່ມີມາດຕະຖານ, ເປັນບ່ອນອີງໃນການຄັດເລືອກເຂົ້າທາບທາມຮອບທີ 3 ກໍຄື ເປັນເປົ້າໝາຍສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໃນຕົ້ນປີ 2026 ນີ້, ຕ້ອງກຳແໜ້ນຈຸດປະສົງຄາດໝາຍ ຄື: ໃຫ້ພະນັກງານຫຼັກແຫຼ່ງ ແລະ ຜູ້ແທນສົມບູນຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ສືບຕໍ່ມີສ່ວນຮ່ວມໂດຍກົງໃນການເລືອກເຟັ້ນບຸກຄົນ ແລະ ພະນັກງານຫຼັກແຫຼ່ງດີເດັ່ນ ໂດຍມີຈຳນວນພຽງພໍ ແລະ ມີລາຍຊື່ຕົວຈິງ ທີ່ສະເໜີບັນດາສະຫາຍເລືອກເຟັ້ນ, ຄັດຈ້ອນ ເພື່ອເປັນເປົ້າໝາຍທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງພັກ, ໂດຍສະເພາະເອົາໃຈໃສ່ພິຈາລະນາເປົ້າໝາຍໃໝ່ ທີ່ມີມາດຕະຖານເງື່ອນໄຂກວ່າໝູ່, ເພື່ອສາມາດເປັນບ່ອນອີງ ໃຫ້ອະນຸກຳມະການກົດລະບຽບ ແລະ ບຸກຄະລາກອນ ມີຂໍ້ມູນຊັດເຈນ, ຮັດກຸມຕື່ມ ເພື່ອຄັດເລືອກເປັນເປົ້າໝາຍສືບຕໍ່ລົງທາບທາມໃນຮອບທີ III, ປະຕິບັດບັນດາຂັ້ນຕອນຂອງການເລືອກເຟັ້ນເປົ້າໝາຍທີ່ມີມາດຖານເງື່ອນໄຂຄົບຖ້ວນ ບົນພື້ນຖານ ການມີສ່ວນຮ່ວມຈາກຕົວແທນຂອງພະນັກງານ-ສະມາຊິກພັກ ຢ່າງເປັນເຈົ້າການ, ມີປະຊາທິປະໄຕ ແລະ ມີຄວາມໂປ່ງໃສແທ້ຈິງ; ບັນດາຜູ້ແທນທີ່ເຂົ້າຮ່ວມລົງຄະແນນສຽງທາບທາມ ໃນຮອບນີ້ ຕ້ອງເຫັນໄດ້ຄວາມຮັບຜິດຊອບອັນສູງສົ່ງ, ບົດບາດອັນສຳຄັນຂອງຕົນ ໃນການເລືອກເຟັ້ນເປົ້າໝາຍ ທີ່ຈະສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ບົນພື້ນຖານນັ້ນ ເຊີດຊູຄວາມຮັບຜິດຊອບ ໃນຖານະທີ່ເປັນຕົວແທນຂອງອົງການຈັດຕັ້ງພັກ ຢູ່ຂະແໜງການ ແລະ ທ້ອງຖິ່ນຕົນ, ມີສະຕິຕໍ່ລະບຽບວິໄນ ແລະ ຄວາມຈົ່ງຮັກພັກດີຕໍ່ພາລະກິດປະຕິວັດຂອງພັກ, ຕໍ່ການປັບປຸງກໍ່ສ້າງພັກໃຫ້ເຂັ້ມແຂງ, ລົງຄະແນນເລືອກເປົ້າໝາຍດ້ວຍຄວາມບໍລິສຸດໃຈ, ຫຼີກເວັ້ນການລົງຄະແນນສຽງ ໂດຍມີຄວາມອັກຄະຕິສ່ວນຕົວ, ຂາດຄວາມໄຕ່ຕອງ, ລົງຄະແນນພໍໃຫ້ແລ້ວ, ຕ້ອງປະຕິບັດໜ້າທີ່ໃຫ້ສົມກັບເປັນຕົວແທນ ທີ່ໄດ້ຮັບຄວາມໄວ້ວາງໃຈຈາກການຈັດຕັ້ງ ແລະ ສະມາຊິກພັກບ່ອນທີ່ຕົນສັງກັດຢູ່, ພິຈາລະນາຢ່າງຈິງຈັງກ່ຽວກັບໂຄງປະກອບດ້ານອາຍຸ (ອາວຸໂສ, ກາງ ແລະ ໜຸ່ມ) ມີຈຳນວນເພດຍິງ, ມີເຜົ່າໃຫ້ຫຼາຍຂຶ້ນໃນໂຄງປະກອບ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII. ທັງໝົດນັ້ນ, ກໍເພື່ອເພີ່ມທະວີຄວາມເຂັ້ມແຂງຂອງພັກ ບົນພື້ນຖານຄວາມສາມັກຄີ ເອກະພາບ ໃນທົ່ວພັກ.
ຈາກນັ້ນ, ສະຫາຍ ພູຂົງ ພິລາເພັດ ຫົວໜ້າກົມກໍ່ສ້າງພັກ ຕາງໜ້າອະນຸກຳມະການກົດລະບຽບ ແລະ ບຸກຄະລາກອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄດ້ຜ່ານບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານພັກ ສະໄໝທີ XII, ສະຫາຍ ຄຳໄຫຼ ສີປະເສີດ ໄດ້ຜ່ານຂໍ້ຕົກລົງຂອງ ກົມການເມືອງສູນກາງພັກ ວ່າດ້ວຍມາດຖານເງື່ອນໄຂ ຄະນະບໍລິຫານງານສູນກາງພັກສະໄໝທີ XII; ສະຫາຍ ພັນເອກ ໄຊຍະສຸກ ແສງປະທິບ ຮອງຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ, ຕາງໜ້າອະນຸກຳມະການກົດລະບຽບ ແລະ ບຸກຄະລາກອນ ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໄດ້ແນະນຳອະທິບາຍກ່ຽວກັບເນື້ອໃນບາງຈຸດ ໃນການຂີດລາຍຊື່ ແລະ ວິທີໃຊ້ສິດໃນການປ່ອນບັດ ໃຫ້ຖືກຕ້ອງຕາມລະບຽບການ ເພື່ອເປັນເອກະພາບ ແລະ ຄວາມເປັນລະບຽບຮຽບຮ້ອຍ. ຈາກນັ້ນ, ຄະນະຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດຂອງຕົນ ປ່ອນບັດທາບທາມເອົາບຸກຄະລາກອນ ຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII, ຮອບທີ 2 ສຳເລັດຕາມແຜນການ.
ໃນໂອກາດທີ່ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດຄວາມໝັ້ນຄົງ ແລະ ການປົກຄອງ ໄດ້ເຂົ້າຮ່ວມເປັນປະທານກອງປະຊຸມດັ່ງກ່າວ, ສະຫາຍ ຍັງໄດ້ເຄື່ອນໄຫວຢ້ຽມຊົມສູນບໍລິການເຕັກນິກກະສິກຳ ແລະ ສວນປູກຜັກ ຂອງປະຊາຊົນຊາວບ້ານວຽງ ເມືອງແປກ ແຂວງຊຽງຂວາງ ຕື່ມອີກ.
ໂດຍ: ນາງ ນາລີ ທະວີພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















