ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 13 ພະຈິກ 2025

  

ດີໃຈທີ່ໄດ້ເຂົ້າຮ່ວມສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ
ເວລາອອກຂ່າວ: 2025-10-31 09:35:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1034 | ຄວາມນິຍົມ:



ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແມ່ນວັນທີ່ມີຄວາມໝາຍສຳຄັນຍິ່ງ ຂອງຊາດລາວເຮົາ, ໃນປີ 2025 ນີ້ ໄດ້ໝູນວຽນມາ ຄົບຮອບ 50 ປີ ພໍດີ ເຊິ່ງຈະໄດ້ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່ ໂດຍການຈັດຕັ້ງງານໂຮມຊຸມນຸມໃຫຍ່ ແລະ ເດີນສວນສະໜາມຂອງບັນດາກ້ອນຕ່າງໆ ໃນນັ້ນ, ກໍມີກ້ອນກຳລັງປ້ອງກັນຊາດ ເຂົ້າຮ່ວມນຳ. ສະຫາຍ ສິບເອກ ສົງການ ທຸມມາດີ ຫົວໜ້າກ້ອນສວນສະໜາມກຳລັງປ້ອງກັນຕົວ ໄດ້ຕາງໜ້າໃຫ້ພະນັກງານ-ນັກຮົບ ພາຍໃນກ້ອນກຳລັງປ້ອງກັນຕົວ ສະແດງຄວາມຮູ້ສຶກ ດີໃຈ ແລະ ພາກພູມໃຈເປັນຢ່າງສູງ ທີ່ໄດ້ຖືກຄັດເລືອກ ໃຫ້ເຂົ້າຮ່ວມເດີນສວນສະໜາມ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ. ປັດຈຸບັນນີ້, ພະນັກງານ-ນັກຮົບພາຍໃນກ້ອນກຳລັງຂອງເຫຼົ່າຮົບ ແມ່ນພວມດຳເນີນການຫັດແອບເຝິກຊ້ອມ ຢ່າງເປັນຂະບວນການຟົດຟື້ນ, ຮັກສາໄດ້ຄວາມສາມັກຄີ ແລະ ມີຄວາມຫ້າວຫັນໃນການຫັດແອບເຝິກຊ້ອມ ເພື່ອຮັບປະກັນໃຫ້ແກ່ການເດີນສວນສະໜາມໃນມື້ສຳຄັນດັ່ງກ່າວ ມີຄວາມເປັນເອກພາບ, ເຂັ້ມແຂງ. ເນື່ອງໃນໂອກາດ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ຈະມາເຖິງນີ້, ສະຫາຍ ສິບເອກ ສົງການ ທຸມມາດີ ຍັງໄດ້ກ່າວອວຍພອນໄຊອັນປະເສີດ ໃຫ້ການນຳພັກ-ລັດ ຈົ່ງມີສຸຂະພາບເຂັ້ມແຂງ, ມີພາລະນາໄມສົມບູນແຂງແຮງ, ສືບຕໍ່ນຳພາ-ຊີ້ນຳປະເທດຊາດ ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ, ອວຍພອນຄະນະນຳກະຊວງປ້ອງກັນປະເທດ ຈົ່ງມີສຸຂະພາບເຂັ້ມແຂງ, ສືບຕໍ່ຊີ້ນຳກອງທັບ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນທຸກດ້ານ ກາຍເປັນກອງທັບປະຕິວັດ ມີແບບແຜນທັນສະໄໝ ຢ່າງບໍ່ຢຸດຢັ້ງ. ໂດຍ: ຈອນນີ້



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ