ກອງບັນຊາການທະຫານຊາຍແດນ ປະດັບຊັ້ນໃຫ້ນັກຮຽນທີ່ຮຽນຈົບຢູ່ຕ່າງປະເທດ
ເວລາອອກຂ່າວ: 2025-10-31 09:28:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1232 | ຄວາມນິຍົມ: ![]()
ວັນທີ 30 ຕຸລາ 2025 ນີ້, ກອງບັນຊາການທະຫານຊາຍແດນ ໄດ້ປະດັບຊັ້ນນາຍທະຫານໃຫ້ນັກຮຽນ ທີ່ຮຽນຈົບ ຢູ່ ສ ຣັດເຊຍ ແລະ ສສ ຫວຽດນາມ ສົກປີ 2025 ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ອຸ່ນຄຳ ສີແຫວນວົງສັກ ຜູ້ບັນຊາການທະຫານຊາຍແດນ, ມີຄະນະຫ້ອງ 6 ຫ້ອງ, ຄະນະພັກ-ຄະນະບັນຊາ, ພະແນກການ ຕະຫຼອດຮອດນາຍທະຫານຜູ້ທີ່ໄດ້ຮັບການປະດັບຊັ້ນໃໝ່ເຂົ້າຮ່ວມ.
ສະຫາຍ ພັນໂທ ໄຜ່ລ້ອມ ໄຊຍະວົງສາ ຫົວໜ້າພະແນກພະນັກງານ ຫ້ອງການເມືອງ ກອງບັນຊາການທະຫານຊາຍແດນ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍ ການປະດັບຊັ້ນນາຍທະຫານໃຫ້ນັກຮຽນທີ່ຮຽນຈົບຈາກ ສ ຣັດເຊຍ ແລະ ສສ ຫວຽດນາມ. ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ວ່າດ້ວຍການປະດັບຊັ້ນ ແລະ ປະດັບທຽບຊັ້ນເປັນນາຍທະຫານ, ອີງຕາມຜົນສໍາເລັດຂອງການສຶກສາ ແລະ ອີງຕາມການຄົ້ນຄວ້າ ແລະ ນໍາສະເໜີຂອງກົມພະນັກງານ. ກົມໃຫຍ່ການເມືອງກອງທັບ ຕົກລົງ ປະດັບຊັ້ນ ຮ້ອຍໂທ ໃຫ້ນັກຮຽນທີ່ຮຽນຈົບ ຈາກ ສ ຣັດເຊຍ ແລະ ສສ ຫວຽດນາມ ຈໍານວນ 9 ສະຫາຍ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ອຸ່ນຄຳ ສີແຫວນວົງສັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ແຕ່ລະສະຫາຍສາມາດຍາດມາໄດ້ ພ້ອມທັງເນັ້ນໃຫ້ ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ, ມີສະຕິເປັນເຈົ້າຕົນເອງ, ກໍາແໜ້ນແນວທາງນະໂຍບາຍຂອງພັກ-ລັດ, ກົດລະບຽບຂອງກົມກອງ, ເປັນເຈົ້າການໃນການປະຕິບັດຕາມຄໍາສັ່ງຂອງຂັ້ນເທິງ, ເອົາໃຈໃສ່ເຕົ້າໂຮມສ້າງຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ, ເພີ່ມທະວີຄວາມຮັບຜິດຊອບທາງດ້ານການເມືອງຂອງຕົນໃຫ້ສູງຂຶ້ນ. ພ້ອມທັງ ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ໂດຍສະເພາະແມ່ນຄວາມຮູ້, ຄວາມສາມາດດ້ານວິຊາສະເພາະ ແລະ ພັດທະນາຕົນເອງໃຫ້ກ້າວຂຶ້ນເລື້ອຍໆ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















