ທາບທາມບຸກຄະລາກອນ ທີ່ຈະອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 2
ເວລາອອກຂ່າວ: 2025-10-30 16:17:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1546 | ຄວາມນິຍົມ: ![]()
ວັນທີ 30 ຕຸລາ 2025 ນີ້, ທີ່ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ທາບທາມບຸກຄະລາກອນ ທີ່ຈະອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 2 ທີ່ຈຸດທາບທາມກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງ ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະນໍາຂອງສອງກໍາລັງປະກອບອາວຸດ, ພ້ອມດ້ວຍຜູ້ແທນກອງປະຊຸມ ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້, ມີ 02 ຈຸດປະສົງຄື: ຄົ້ນຄວ້າ, ປະກອບຄໍາເຫັນໃສ່ (ຮ່າງ) ບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ທາບທາມບຸກຄະລາກອນ ທີ່ຈະອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 2.
ສະຫາຍ ປອ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ຜ່ານ (ຮ່າງ) ບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI. ຈາກນັ້ນບັນດາຜູ້ແທນກອງປະຊຸມ ກໍໄດ້ຜັດປ່ຽນກັນປະກອບຄໍາເຫັນຢ່າງກົງໄປກົງມາໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ເພື່ອເຮັດໃຫ້ມີເນື້ອໃນຄວາມໝາຍຄົບຖ້ວນ. ຫຼັງຈາກນັ້ນ, ສະຫາຍ ກໍໄດ້ຜ່ານ ຂໍ້ຕົກລົງ ຂອງກົມການເມືອງສູນກາງພັກ ວ່າດ້ວຍມາດຕະຖານ, ເງື່ອນໄຂຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII.
ເພື່ອເປັນທິດໃນການຄົ້ນຄວ້າເລືອກເອົາບຸກຄະລາກອນ ແລະ ຮັບປະກັນໄປຕາມທິດທີ່ພັກໄດ້ກຳນົດໄວ້ ສະຫາຍ ສອນໄຊ ສີພັນດອນ ໄດ້ມີຄໍາເຫັນຊີ້ນໍາໃຫ້ບັນດາສະຫາຍຜູ້ແທນເອົາໃຈໃສ່ໃນການຄົ້ນຄວ້າ, ກຳແໜ້ນກ່ຽວກັບມາດຕະຖານ, ເງື່ອນໄຂ ໃຫ້ເບິ່ງມາດຖານເງື່ອນໄຂດ້ານຄຸນທາດການເມືອງ ຄຸນສົມບັດສິນທໍາປະຕິວັດເປັນກົກ, ເລືອກເອົາບຸກຄົນທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮູ້ ຄວາມສາມາດ ແລະ ສຸຂະພາບແຂງແຮງ; ດ້ານໂຄງປະກອບບຸກຄະລາກອນ ຄະນະບໍລິຫານງານສູນກາງພັກສະໄໝທີ XII ຕ້ອງຄໍານຶງຄວາມຮັບປະກັນໃນໜ້າທີ່ການເມືອງ ເພາະສະນັ້ນ ຕ້ອງໃຫ້ມີທັງຄົນເກົ່າ, ຄົນໃໝ່, ຮັບປະກັນໃຫ້ໄດ້ 3 ຮຸ່ນ: ຮຸ່ນອາວຸໂສ, ຮຸ່ນກາງ, ຮຸ່ນໜຸ່ມ ປະກອບດ້ວຍຊົນເຜົ່າ ແລະ ເພດຍິງ ຢ່າງສົມເຫດສົມຜົນ; ຄຽງຄູ່ກັນນັ້ນ ທັດສະນະທີ່ຄວນເອົາໃຈໃສ່ ຕ້ອງຢືນຢູ່ໃນຜົນປະໂຫຍດລວມຂອງຊາດ ແລະ ປະຊາຊົນບັນດາເຜົ່າເປັນຫຼັກ, ມີຄວາມເສຍສະຫຼະຮັບໃຊ້ຊາດຮັບໃຊ້ປະຊາຊົນຢ່າງແທ້ຈິງ ທັງນີ້, ກໍເພື່ອເລືອກເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໃຫ້ເປັນການນໍາທີ່ເຂັ້ມແຂງ.
ຈາກນັ້ນ, ຄະນະຮັບຜິດຊອບການທາບທາມຈາກສູນກາງ ກໍໄດ້ແນະນໍາລະບຽບ ແລະ ວິທີການຂີດບັດທາບທາມ ຮອບທີ 2 ຢ່າງເປັນທາງການ
ໂດຍ: ສຸເວດ ສີດາຄໍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















