ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 13 ພະຈິກ 2025

  

ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ IX ໃຫ້ອົງການຈັດຕັ້ງຊາວໜຸ່ມ ກົມກອງອ້ອມຂ້າງກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2025-10-03 15:14:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1119 | ຄວາມນິຍົມ:



ກອງປະຊຸມ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ IX ໃຫ້ອົງການຈັດຕັ້ງຊາວໜຸ່ມ ກົມກອງອ້ອມຂ້າງ ກະຊວງປ້ອງກັນປະເທດ ໄດ້ຈັດຂຶ້ນໃນວັນ ທີ 3 ຕຸລາ 2025 ນີ້, ຢູ່ສະໂມສອນກົມໃຫຍ່ການເມືອງກອງທັບ ໂດຍການເປັນປະທານ ຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ມີຄະນະພັກ-ຄະນະບັນຊາ, ແຂກຖືກເຊີນ ຕະຫຼອດຮອດສະມາຊິກຊາວໜຸ່ມເຂົ້າຮ່ວມ. ການຈັດຕັ້ງເຊື່ອມຊຶມເຜີຍແຜ່ມະຕິກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບຄັ້ງທີ IX ໃນຄັ້ງນີ້ແມ່ນ: ອີງຕາມ ຜົນສໍາເລັດກອງປະຊຸມຜູ້ແທນຊາວໝຸ່ມທົ່ວກອງທັບ ຄັ້ງທີ IX ໄດ້ດໍາເນີນໃນທີ 19 ມິຖຸນາ 2025 ແລະ ອີງຕາມໜັງສືແນະນຳຂອງຫ້ອງການຊາວໜຸ່ມກອງທັບວ່າດ້ວຍການຈັດຕັ້ງເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫາຍມະຕິ ກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ IX ໃຫ້ເປັນຂະບວນຟົດຟື້ນ ແລະ ເລິກເຊິ່ງ. ສໍາລັບເນື້ອໃນທີ່ນໍາມາເຜີຍແຜ່ ແລະ ເຊື່ອມຊຶມໃນຄັ້ງນີ້ມີ: ຮ່າງບົດລາຍງານການເມືອງທັງສອງພາກ, ຄໍາຂວັນຂະບວນຊາວໜຸ່ມ, ບົດຄໍາເຫັນຂອງເລຂາຄະນະບໍລິຫານງານ ສູນກາງຊາວໝຸ່ມ ສປປ ລາວ, ມະຕິກອງປະຊຸມ ຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ IX , ບົດໂອ້ລົມຂອງສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ ຮອງລັດທະມົນຕີກະຊວງປ້ອງກັນປະເທດ. ໂອກາດນີ້, ໃນພິທີ ໄດ້ມອບຫຼຽນຊາວໜຸ່ມຕະລຸມບອນ ຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ໃຫ້ພະນັກງານ, ສະມາຊິກຊາວໜຸ່ມ ຈຳນວນໜຶ່ງ. ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ໄດ້ໃຫ້ຄໍາໂອ້ລົມ ພ້ອມທັງໄດ້ເນັ້ນໜັກໃຫ້ອົງການຈັດຕັ້ງຊາວໜຸ່ມທຸກຂັ້ນ ແລະ ສະມາຊິກຊາວໜຸ່ມທຸກຄົນຈົ່ງເຊື່ອມຊຶມກໍາແໜ້ນ ເນື້ອໃນມະຕິຂອງກອງປະຊຸມໃນຄັ້ງນີ້ ເພື່ອໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານຕົວຈິງຢູ່ພາຍໃນກົມກອງຂອງຕົນ, ພ້ອມກັນປະຕິບັດແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບ ແລະ ຂອງຊາວໝຸ່ມວາງອອກໃຫ້ເຂັ້ມງວດ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄຸນສົມບັດ ສິນທໍາປະຕິວັດ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນຫັດແອບວິຊາສະເພາະຂອງຕົນເພື່ອນໍາເອົາຄວາມຮູ້ຄວາມສາມາດທີ່ໄດ້ມາ ພັດທະນາຕົນເອງ, ກົມກອງ, ປັບປຸງແບບແຜນວິທີເຮັດວຽກໃຫ້ທັນສະໄໝ, ເພີ່ມທະວີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເອົາໃຈໃສ່ປຸກລະດົມຂະບວນການຕ່າງໆ ໂດຍສະເພາະແມ່ນປະຕິບັດຂໍ້ແຂ່ງຂັນ 4 ບຸກ ໃຫ້ເປັນຂະບວນການ, ສ້າງຕົນເອງໃຫ້ກາຍເປັນພະນັກງານ-ນັກຮົບທີ່ດີຂອງອົງການ, ກົມກອງ, ຂອງປະເທດຊາດ ແລະ ເຮັດສໍາເລັດທຸກໜ້າທີ່ວຽກງານທີ່ຕົນເອງຮັບຜິດຊອບໃຫ້ປະສົມຜົນສໍາເລັດຢ່າງຈົບງາມ. ໂດຍ: ສຸພາພອນ ລາດສີເມືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ