ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 13 ພະຈິກ 2025

  

ລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທີ່ປຶກສາທູດຝ່າຍປ້ອງກັນຊາດ ແຫ່ງຣາຊະອານາຈັກໄທ
ເວລາອອກຂ່າວ: 2025-10-03 14:46:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1181 | ຄວາມນິຍົມ:



ວັນທີ 3 ຕຸລາ 2025 ນີ້, ທີ່ກະຊວງປ້ອງກັນປະເທດ, ທ່ານພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະ ເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທ່ານ ພັນເອກ ນິທິໂຣດ ວໍຣະຊາດທະນະສານ ທີ່ປຶກສາທູດຝ່າຍປ້ອງກັນຊາດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ. ໂອກາດນີ້, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ການປະຕິບັດໜ້າທີ່ທູດປ້ອງກັນຊາດແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ ຂອງທ່ານ ພັນເອກ ນິທິໂຣດ ວໍຣະຊາດທະນະສານ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນການຮ່ວມມືລະຫວ່າງ ສອງຊາດ, ສອງກອງທັບ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆ ຂຶ້ນ. ຈາກນັ້ນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບການເຂົ້າສະເໜີຕົວ ຂອງທ່ານ ພັນເອກ ສຸຣິຍັນ ຈິ໋ວຈະເຣິນ ທີ່ປຶກສາທູດຝ່າຍປ້ອງກັນຊາດແຫ່ງ ຣາຊະອານາຈັກໄທ ຜູ້ໃໝ່. ໂອກາດດັ່ງກ່າວ, ທ່ານ ພັນເອກ ນິທິໂຣດ ວໍຣະຊາດທະນະສານ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໃນຄັ້ງນີ້, ພ້ອມທັງ ໃຫ້ຄຳໝັ້ນສັນຍາວ່າ: ຈະສ້າງສາຍພົວພັນລະຫວ່າງ ສອງຊາດ, ສອງກອງທັບ ໄທ-ລາວ ໃຫ້ແໜ້ນແຟ້ນຂຶ້ນເລື້ອຍໆ. ໃນວັນດຽວກັນນີ້, ທ່ານ ພັນເອກ ນິທິໂຣດ ວໍຣະຊາດທະນະສານ ໄດ້ເຂົ້າພົບປະກັບ ທ່ານ ພົນຈັດຕະວາ ອຸ່ນຄຳ ສີແຫວນວົງສັກ ຜູ້ບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ ແລະ ເຂົ້າພົບປະກັບ ທ່ານ ພັນເອກ ວົງໄຊ ອິນທະຄຳ ຫົວໜ້າກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ. ໂອກາດນີ້, ທ່ານ ພັນເອກ ວົງໄຊ ອິນທະຄຳ ຕາງໜ້າໃຫ້ກະຊວງປ້ອງກັນປະເທດ ໄດ້ປະດັບຫຼຽນກາມິດຕະພາບ ກອງທັບປະຊາຊົນລາວ ໃຫ້ແກ່ ທ່ານ ພັນເອກ ນິທິໂຣດ ວໍຣະຊາດທະນະສານ ອີກດ້ວຍ. ໂດຍ: ນາງ ເກດແກ້ວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ