ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 31 ປີ
ເວລາອອກຂ່າວ: 2025-10-03 14:26:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1254 | ຄວາມນິຍົມ: ![]()
ໃນວັນທີ 3 ຕຸລາ 2025 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດຕັ້ງ ພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 31 ປີ (7 ຕຸລາ 1994-7 ຕຸລາ 2025), ໂດຍການເປັນປະທານ ຂອງສະຫາຍ ພົນຕີ ພັນແສງ ບຸນພັນ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ມີສະຫາຍ ພົນຈັດຕະວາ ປອ ສົງກາ ບຸນຄຸນ ຫົວໜ້າການທະຫານ, ມີຄະນະພັກ-ຄະນະອຳນວຍການ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ແຂກທີ່ຖືກເຊີນ, ຄູ-ອາຈານ, ຄະນະນໍາຫົວໜ່ວຍອົງການ, ກົມກອງ ພ້ອມດ້ວຍ ນັກສຶກສາທຸກລະບົບເຂົ້າຮ່ວມ.
ໃນພິທີ, ພາຍຫຼັງຮັບຊົມການສະແດງສິລະປະ ແລະ ຕາງໜ້າອົງການຈັດຕັ້ງມະຫາຊົນ ກ່າວຄໍາອວຍພອນຄູ. ຈາກນັ້ນ, ສະຫາຍ ພັນໂທ ດວງຕາ ແກ້ວໄຊຍະວົງສາ ຮອງຫົວໜ້າຄະນະວິຊາຄູບັນຊາ-ເສນາ ໄດ້ຜ່ານຜົນງານ ຂອງຄູ-ອາຈານ ຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໃຫ້ຮູ້ວ່າ:ປັດຈຸບັນ ຄູ-ອາຈານ ມີໜ້າທັງໝົດ 263 ສະຫາຍ, ຍິງ 34 ສະຫາຍ, ແຕ່ລະຄະນະວິຊາໄດ້ເອົາໃຈໃສ່ເຮັດໜ້າທີ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ມີສະຕິຄວາມຮັບຜິດຊອບຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ການຈັດຕັ້ງ, ພ້ອມກັນເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມຮູ້ ຄວາມສາມາດ, ມີທັດສະນະຫຼັກໝັ້ນ, ຄຸນສົມບັດສິນທຳປະຕິວັດ, ຮັກອາຊີບ ແລະ ຈັນຍາບັນຂອງຄູ ໃຫ້ກາຍເປັນຄູທີ່ດີຂອງພັກ, ຄູທີ່ດີຂອງສັງຄົມຢ່າງແທ້ຈິງ, ຖືເອົາວຽກງານການຄົ້ນຄ້ວາເອກະສານ, ແປເອກະສານ, ແຕ່ງບົດສອນ, ຂຶ້ນຫ້ອງສອນ, ເປັນວຽກງານໃຈກາງໃນໜ້າທີ່ການເມືອງຂອງຕົນ ໃນນັ້ນ, ໄດ້ປັບປຸງລະບົບເອກະສານ ຈໍານວນ 960 ຫົວ, ສ້າງໃໝ່ 525 ຫົວ, ປັບປຸງ ແລະ ແຕ່ງບົດສອນໄດ້ 1.429 ບົດ, ຂຶ້ນຫ້ອງ ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ທັງໝົດ 19.244 ຊົ່ວໂມງ, ດ້ານວິທະຍາສາດ ໄດ້ຜ່ານເອກະສານຂັ້ນ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ແລະ ຜ່ານເອກະສານຂັ້ນຄະນະວິຊາສໍາເລັດຈຳນວນໜຶ່ງ, ໄດ້ເຂົ້າຮ່ວມຊ້ອມຮົບລະຫັດ 07, ມີຄູ-ອາຈານທີ່ເຂົ້າຮ່ວມຈໍານວນ 200 ກວ່າຄົນ, ສົກຮຽນ 2024-2025 ຄູ-ອາຈານ ໄດ້ເອົາໃຈໃສ່ສິດສອນ ທັງຫັນລົງຮາກຖານ ແລະ ເຂົ້າຮ່ວມເຝິກອົບຮົມໄລຍະສັ້ນສໍາເລັດໜ້າທີ່ການເມືອງຂອງຕົນເປັນຢ່າງດີ, ໄດ້ນໍາພານັກຮຽນ-ນັກສຶກສາໄປຫັດແອບຢູ່ພາກສະໜາມ, ໄປຖອດຖອນບົດຮຽນຢູ່ບັນດາກົມກອງ ພ້ອມນັ້ນ, ໄດ້ເອົາໃຈໃສ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂະບວນການລວມ ຂອງວິທະຍາຄານ ຕາມແຜນພັດທະນາໃຫ້ມີຄວາມເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ, ສາມາດສ້າງໄດ້ຄູສອນດີເດັ່ນຈໍານວນ 9 ສະຫາຍ.
ພ້ອມນັ້ນ, ໄດ້ມອບໃບຍ້ອງຍໍຄູສອນດີຂັ້ນວິທະຍາຄານ ຈໍານວນ 9 ສະຫາຍ ໂດຍການມອບໃບຍ້ອງຍໍຄູສອນດີ ຂັ້ນວິທະຍາຄານ ຂອງສະຫາຍ ພົນຕີ ພັນແສງ ບຸນພັນ ພ້ອມທັງ, ຍ້ອງຍໍຊົມເຊີຍຜົນງານ 4 ຄະນະວິຊາຄູການທະຫານ, ຄູການເມືອງ, ຄູເຫຼົ່າຮົບ, ຄະນະວິຊາຄູພາສາຕ່າງປະເທດ-ຄອມພິວເຕີ ແລະ ນັກສຶກສາແຕ່ລະພາກສ່ວນ ໄດ້ຜັດປ່ຽນກັນມອບກະຕ່າຂອງຂວັນໃຫ້ຄູ-ອາຈານ ຕາມລໍາດັບ.
ໂອກາດນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ຍົກໃຫ້ເຫັນປະຫວັດ ແລະ ຜົນງານຄຸນງາມງາມດີ ຂອງນາຍຄູຄໍາ ເຊິ່ງເປັນຜູ້ທີ່ມີຈິດໃຈຮັກຊາດອັນສູງສົ່ງ ນັບແຕ່ນັ້ນເປັນຕົ້ນມາຂະບວນການສຶກສາຂອງລາວ ໄດ້ພັດທະນາກ້າວສູ່ລະບົບຕາມແຕ່ລະຍຸກສະໄໝ ຂອງການຕໍ່ສູ້ປົດປ່ອຍຊາດ ກໍຄືການສ້າງສາພັດທະນາປະເທດຊາດ ພ້ອມທັງ, ເນັ້ນໜັກໃຫ້ເອົາໃຈໃສ່ເຊື່ອມຊຶມກໍາແໜ້ນແແນວທາງນະໂຍບາຍຂອງພັກ-ລັດ, ເພີ່ມທະວີ ແລະ ເສີມຂະຍາຍບົດບາດຄວາມເປັນແບບຢ່າງນໍາໜ້າຂອງຄູ ທີ່ເປັນແມ່ພິມຂອງຊາດ, ເອົາໃຈໃສ່ປັບປຸງໂຄງການຫຼັກສູດການຮຽນ-ການສອນ ແນໃສ່ຍົກສູງການຮຽນການສອນໃຫ້ມີຄຸນະພາບສູງຂຶ້ນ, ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄຸນທາດການເມືອງ, ມີຄຸນສົມບັດຈັນຍາບັນຂອງຄູ, ມີຄວາມຊໍານິຊໍານານຂະແໜງການທີ່ຕົນຮັບຜິດຊອບ ເຮັດສໍາເລັດທຸກໜ້າທີ່ ທີ່ການຈັດຕັ້ງມອບໝາຍ.
ໂດຍ: ສົມຄິດ ພູມມີຈິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















