ສຸມໃສ່ຮັບປະກັນການຫັດແອບ ກ້ອນສວນສະໜາມ ກໍາລັງທະຫານອາກາດ ເພດຍິງ ໃຫ້ມີຜົນສໍາເລັດ
ເວລາອອກຂ່າວ: 2025-10-03 11:27:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1336 | ຄວາມນິຍົມ: ![]()
ສະຫາຍ ພັນໂທ ໂສດາ ໄຊຍະລາດ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານອາກາດ, ຄະນະຊີ້ນໍາກ້ອນສວນສະໜາມ ກໍາລັງທະຫານອາກາດ ເພດຍິງ ໄດ້ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບຄໍາສັ່ງແຈ້ງການ ຂອງກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ໃຫ້ກະກຽມກໍາລັງ ແລະ ພາຫະນະ ເຂົ້າສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ກອງບັນຊາການທະຫານອາກາດ ໄດ້ກະກຽມຄົ້ນຄວ້າຮ່າງແຜນການ ແລະ ຄັດເລືອກບຸກຄະລາກອນເຂົ້າຮ່ວມ ເລີ່ມແຕ່ຄະນະພັກ-ຄະນະບັນຊາ, ຄະນະຊີ້ນໍາ, ຄູເຝິກ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕະຫຼອດຮອດວຽກງານຮັບປະກັນດ້ານຕ່າງໆ. ສໍາລັບການປະກອບດ້ານຈໍານວນພົນ ທັງໝົດ 155 ສະຫາຍ, ກໍາລັງສວນສະໜາມ 136 ສະຫາຍ, ຄະນະຊີ້ນໍາ, ຄູເຝິກ, ຮັບປະກັນ 19 ສະຫາຍ ໃນນັ້ນ, ກໍາລັງທີ່ມາຈາກກອງບັນຊາການທະຫານອາກາດ ຈໍານວນ 15 ສະຫາຍ, ສູນ 14 ຈໍານວນ 14 ສະຫາຍ ແລະ ໂຮງຮຽນ 303 ຈໍານວນ 107 ສະຫາຍ. ການເຝິກຊ້ອມແຕ່ລະໄລຍະ ໄດ້ຈັດຕັ້ງຫັດແອບລະບຽບບຸກຄົນມືເປົ່າຄົງທີ່ ແລະ ລະບຽບວິໄນດ້ານຕ່າງໆ, ຈັດຕັ້ງຫັດແອບບຸກຄົນເຄື່ອນທີ່ ແລະ ລວມໝູ່ໄປເທື່ອລະກ້າວ ເພື່ອໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ຈັດຕັ້ງຫັດແອບເຝິກຊ້ອມປະສານທຸກການເຄື່ອນເໜັງ ແຕ່ລະຈັງຫວະ ແລະ ເຕັກນິກດ້ານຕ່າງໆ ໃຫ້ມີຄວາມຄ່ອງແຄ່ວຈົບງາມ ອ່ອນໂຍນແຕ່ບໍ່ແຂງກະດ້າງ, ເຂັ້ມແຂງ, ປະສານທຸກພາກສ່ວນໃນການເຄື່ອນເໜັງໃຫ້ຈົບງາມຖືກຕ້ອງຕາມຫຼັກການ.
ຄະນະຊີ້ນໍາກ້ອນສວນສະໜາມ ກໍາລັງທະຫານອາກາດ ເພດຍິງ ໄດ້ສຸມທຸກກໍາລັງແຮງ ແລະ ຄວາມຮັບຜິດຊອບ ເຂົ້າໃນການຈັດຕັ້ງປະຕິບັດແຜນການຫັດແອບທຸກການເຄື່ອນເໜັງຕ່າງໆ ໃຫ້ຖືກຕ້ອງຄົບຖ້ວນ ທັງຮັບປະກັນໄດ້ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຈົບງາມ ເຊິ່ງມາຮອດປັດບັນຈຸບັນ ການຫັດແອບສາມາດປະຕິບັດໄດ້ 70%.
ໂດຍ: ນາງ ຈ່ອຍ ເພັດດາວອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















