ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 13 ພະຈິກ 2025

  

ກອງບັນຊາການທະຫານແຂວງຊຽງຂວາງ ປະກາດການເລື່ອນຊັ້ນໃຫ້ນາຍທະຫານ
ເວລາອອກຂ່າວ: 2025-10-03 10:50:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1136 | ຄວາມນິຍົມ:



‎ ໃນວັນທີ 3 ຕຸລາ 2025 ນີ້, ກອງບັນຊາການທະຫານແຂວງຊຽງຂວາງ ໄດ້ຈັດພິທີ ປະກາດການເລື່ອນຊັ້ນ ໃຫ້ນາຍທະຫານ ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ວັນທອງ ພົງສະຫວັນ ຄະນະກໍາມະການປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ ອົງການ, ກົມກອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ‎ ສະຫາຍ ພັນໂທ ສີສົມພອນ ອ່ອນດາວົງ ຫົວໜ້າພະແນກພະນັກງານ ກອງບັນຊາການທະຫານແຂວງ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ແລະ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການຍົກຂັ້ນເງິນເດືອນ, ເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ ຢູ່ກອງບັນຊາການທະຫານແຂວງຊຽງຂວາງ, ອີງຕາມກົດໝາຍ ນາຍທະຫານກອງທັບປະຊາຊົນລາວ ໃນພາກທີ II ໝວດທີ 3 ມາດຕາ 22 ແລະ ມາດຕາ 23 ໃນນັ້ນ, ຕົກລົງ ຍົກຂັ້ນເງິນເດືອນຈາກຊັ້ນພັນໂທ ຂຶ້ນຮັບເງິນຊັ້ນພັນເອກ ຈຳນວນ 4 ສະຫາຍ, ພັນຕີ ຂຶ້ນຮັບເງິນຊັ້ນພັນໂທ ຈຳນວນ 1 ສະຫາຍ, ຮ້ອຍໂທ ຂຶ້ນຮັບເງິນຊັ້ນຮ້ອຍເອກ 1 ສະຫາຍ, ເລື່ອນຊັ້ນຮ້ອຍເອກ ຂຶ້ນ ພັນຕີ 74 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ 77 ສະຫາຍ, ຮ້ອຍຕີ ຂຶ້ນ ຮ້ອຍໂທ 65 ສະຫາຍ ແລະ ເລື່ອນຊັ້ນ ວາທີ ຂຶ້ນ ຮ້ອຍຕີ 85 ສະຫາຍ. ໂອກາດນີ້, ສະຫາຍ ພົນຈັດຕະວາ ວັນທອງ ພົງສະຫວັນ ໄດ້ໂອ້ລົມ ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ເນັ້ນໜັກໃຫ້ແຕ່ລະສະຫາຍ ຈົ່ງສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ບຸກບືນຫ້າວຫັນ, ດຸໝັ່ນຊອກຮູ້ ຄົ້ນຄວ້າຮໍ່າຮຽນ, ຍົກສູງສະຕິຕໍ່ການຈັດຕັ້ງ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ທີ່ໄດ້ຮັບການມອບໝາຍ, ມີແບບແຜນໃນການດໍາລົງຊີວິດທີ່ປອດໃສຂາວສະອາດ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ປັບປຸງແບບແຜນວິທີເຮັດວຽກໃຫ້ແທດເໝາະ, ປະຕິບັດ 5 ຫຼັກການ 3 ທິດນໍາຂອງພັກ, ເສີມຂະຫຍາຍຫົວຄິດປະດິດສ້າງ, ສຸມສະຕິປັນຍາ, ຄວາມຮູ້ວິຊາສະເພາະທີ່ຮຽນມາປະກອບສ່ວນເຂົ້າໃນການພັດທະນາກົມກອງ ໃຫ້ມີວິທະຍາສາດ ແລະ ກ້າວໜ້າທັນສະໄໝຂຶ້ນຢ່າງບໍ່ຢຸດຢັ້ງ. ‎ໂດຍ: ວັດທະນາ ພັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ