ຫົວໜ້າ ຫສນຍ ຕິດຕາມຊຸກຍູ້ການແກ້ໄຂໄພພິບັດນ້ຳຖ້ວມ ຢູ່ແຂວງວຽງຈັນ
ເວລາອອກຂ່າວ: 2025-10-03 10:45:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1139 | ຄວາມນິຍົມ: ![]()
ໂດຍປະຕິບັດຕາມການມອບໝາຍຂອງທ່ານ ນາຍົກລັດຖະມົນຕີ ກໍ່ຄືລັດຖະບານ, ໃນວັນທີ 2 ຕຸລາ 2025 ນີ້, ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມຄະນະ ໄດ້ເຄື່ອນໄຫວຕິດ ຕາມຊຸກຍູ້ການແກ້ໄຂໄພພິບັດນໍ້າຖ້ວມ ຢູ່ເມືອງເຟືອງ, ແຂວງວຽງຈັນ, ພ້ອມທັງ ມອບເຄື່ອງຊ່ວຍເຫຼືອ ໃຫ້ຜູ້ປະສົບໄພນໍ້າຖ້ວມ ໂດຍມີທ່ານ ພູທະນູເພັດ ໄຊສົມບັດ ຮອງເຈົ້າແຂວງໆວຽງຈັນ ພ້ອມດ້ວຍພະແນກການ, ຫ້ອງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຕິດຕາມຊຸກຍູ້ການແກ້ໄຂໄພພິບັດນໍ້າຖ້ວມໃນຄັ້ງນີ້.
ທ່ານ ບົວຄົງ ນາມມະວົງ ໄດ້ໄປຮັບຟັງການລາຍງານ ກ່ຽວກັບສະພາບການບໍລິຫານຈັດການນໍ້າ ຢູ່ເຂື່ອນໄຟຟ້ານໍ້າລີກ 1 ແລະ 2 ລວມທັງ ສະພາບຜົນກະທົບ ທີ່ເກີດຂຶ້ນ ຈາກຜູ້ຕາງໜ້າບໍລິສັດ ເຂື່ອນໄຟຟ້ານໍ້າລີກ ເຫັນວ່າ: ເນື່ອງຈາກໄດ້ມີພາຍຸພັດຜ່ານເຂົ້າມາລາວ ແລະ ພາໃຫ້ເກີດມີຝົນຕົກໜັກ ໃນອາທິດທີ່ຜ່ານມາ ເຮັດໃຫ້ນ້ຳໃນເຂື່ອນໄຟຟ້ານໍ້າລີກເພີ່ມຂຶ້ນຢ່າງໄວວາ ກາຍເຂດເຕືອນໄພ ທີ່ກຳນົດໄວ້, ເພື່ອຫຼີກລ່ຽງຄວາມສ່ຽງທີ່ອາດຈະເກີດຂຶ້ນ ຫຼື ບໍ່ສ້າງຄວາມເສຍຫາຍຢ່າງຮ້າຍແຮງ ຕໍ່ຊີວິດ ແລະ ຊັບສິນ ຂອງປະຊາຊົນ ຈຶ່ງຈຳເປັນຕ້ອງໄດ້ປ່ອຍນ້ຳອອກຈາກເຂື່ອນ ເຊິ່ງໄດ້ແຈ້ງເຕືອນແຜນການປ່ອຍນໍ້າອອກຈາກເຂື່ອນ ໃຫ້ສັງຄົມຮັບຊາບລ່ວງໜ້າ ໃນການກະກຽມຮັບມື, ເຊິ່ງການປ່ອຍນໍ້າລະບາຍອອກຈາກເຂື່ອນຕົວຈິງ ເນື່ອງຈາກວ່າມີຝົນຕົກຫຼາຍໃນຊ່ວງ ວັນທີ 27-30 ກັນຍາ ຈິ່ງມີຄວາມຈໍາເປັນໃນການປ່ອຍນໍ້າອອກເພີ່ມຫຼາຍຂຶ້ນ, ສ່ວນໃນຊ່ວງໄລຍະວັນທີ 1-2 ຕຸລານີ້ ແມ່ນໄດ້ຫຼຸດຜ່ອນການປ່ອຍນໍ້າຢ່າງຕໍ່ເນື່ອງ. ຈາກສະພາບດັ່ງກ່າວ ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ຢູ່ພາຍໃນ 7 ບ້ານ ຂອງເມືອງເຟືອງ ທີ່ລຽບຕາມແຄມນໍ້າລີກ ໂດຍສະເພາະ ໄດ້ເກີດສະພາບນໍ້າຖ້ວມ-ນໍ້າໄຫຼຊຸ ສ້າງຄວາມເສຍຫາຍ ເປັນຕົ້ນ: ເຮືອນຊານ, ໄຮ່ນາ, ບາງກິດຈະການແຫຼ່ງທ່ອງທ່ຽວ, ໂຄງລ່າງພື້ນຖານ ແລະ ອື່ນໆ. ນອກຈາກນີ້, ການນຳແຂວງວຽງຈັນ ຍັງໄດ້ແຈ້ງໃຫ້ຊາບວ່າ: ປັດຈຸບັນ ທົ່ວແຂວງວຽງຈັນ ຖືກຜົນກະທົບຈາກໄພພິບັດ ນໍ້າຖ້ວມຄັ້ງນີ້ ຢູ່ 3 ເມືອງ ຄື: ເມືອງໂພນໂຮງ ມີ 3 ບ້ານ, ເມືອງເຟືອງ ມີ 7 ບ້ານ ແລະ ເມືອງກາສີ ມີ 15 ບ້ານ.
ໃນໂອກາດດຽວກັນ, ທ່ານ ລັດຖະມົນຕີ, ຫົວໜ້າ ຫສນຍ ກໍ່ໄດ້ມີຄຳເຫັນຕໍ່ພາກສ່ວນກ່ຽວຂ້ອງ ໃຫ້ຮີບຮ້ອນເອົາໃຈໃສ່ແກ້ໄຂບັນຫາ ເປັນຕົ້ນ ໄດ້ສະເໜີໃຫ້ການນຳຂອງແຂວງ ສືບຕໍ່ສົມທົບກັບພາກສ່ວນກ່ຽວຂ້ອງ ຮີບຮ້ອນ ໃຫ້ການຊ່ວຍເຫຼືອ ກໍລະນີສຸກເສີນຕ່າງໆ ຢ່າງວ່ອງໄວ ແລະ ທັນການ, ສືບຕໍ່ໃຫ້ການຊ່ວຍເຫືອປະຊາຊົນ ທີ່ຖືກຜົນກະທົບໃນຄັ້ງນີ້ ໃຫ້ທົ່ວເຖິງ, ຮີບຮ້ອນຟື້ນຟູຜົນກະທົບ ໂດຍສະເພາະ ໂຄງລ່າງພື້ນຖານ, ໄຮ່ນາ, ກິດຈະການຕ່າງໆ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ, ເສັ້ນທາງ ຕ້ອງຮັບປະກັນ ບໍ່ໃຫ້ຖືກຕັດຂາດ, ໃຫ້ບໍລິສັດ ເຂື່ອນໄຟຟ້ານໍ້າລີກ ເອົາໃຈໃສ່ ໃນການບໍລິຫານຈັດການນ້ຳໃນເຂື່ອນໃຫ້ດີຂຶ້ນຕື່ມ ເພື່ອຮັບປະກັນທັງສອງດ້ານ (ບໍ່ໃຫ້ເຂື່ອນແຕກ ແລະ ບໍ່ໃຫ້ເກີດສະພາບນໍ້າຖ້ວມ ຕອນລຸ່ມຂອງເຂື່ອນ ເພີ່ມຕື່ມອີກ).
ຫຼັງຈາກນັ້ນ, ຄະນະກໍໄດ້ລົງຕິດຕາມກວດກາເບິ່ງສະພາບນໍ້າຖ້ວມ ກໍ່ຄືສະພາບຜົນເສຍຫາຍທີ່ເກີດຂຶ້ນ ຢູ່ພື້ນທີ່ຕົວຈິງ, ພ້ອມທັງ ມອບເງິນ ແລະ ເຄື່ອງຊ່ວຍເຫຼືອ ເປັນຕົ້ນ ເຄື່ອງນຸ່ງຫົ່ມ, ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ແກ່ປະຊາຊົນ ທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມໃນຄັ້ງນີ້, ເຊິ່ງຕາງໜ້າກ່າວຮັບ ແມ່ນທ່ານ ເລຂາພັກເມືອງໆເຟືອງ. ຈາກນັ້ນ, ຄະນະກໍໄດ້ສືບຕໍ່ເດີນທາງໄປເຮັດວຽກຮ່ວມກັບການນຳແຂວງວຽງຈັນ ທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຖືໂອກາດນີ້ ທ່ານ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຕາງໜ້າໃຫ້ລັດຖະບານ ກໍ່ຄື ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ມອບເງິນ ແລະ ເຄື່ອງຊ່ວຍເຫຼືອການແກ້ໄຂໄພພິບັດນໍ້າຖ້ວມ ໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດແຂວງວຽງຈັນ ລວມມູນຄ່າທັງໝົດຈຳນວນ 354.000.000 ກີບ ຕື່ມອີກ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















