ການນຳແຂວງໄຊສົມບູນ ຊຸກຍູ້ຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດ ພາຍຸ ບົວລອຍ
ເວລາອອກຂ່າວ: 2025-10-03 10:27:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1153 | ຄວາມນິຍົມ: ![]()
ໃນວັນທີ 2 ຕຸລາ 2025 ນີ້, ການນໍາແຂວງໄຊສົມບູນ ໄດ້ເຄື່ອນໄຫວຊຸກຍູ້ຊ່ວຍເຫຼືອປະຊາຊົນບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ທີ່ໄດ້ຮັບຜົນກະທົບຈາກພາຍຸ ບົວລອຍ ໃນຄັ້ງວັນທີ 30 ກັນຍາ ຜ່ານມາ, ເຊິ່ງນໍາພາໂດຍ ສະຫາຍ ພົນຈັດຕະວາ ບົວພັນ ອິນທະປັນຍາ ປະທານຄະນະກໍາມະການປົກຄອງແຂວງໄຊສົມບູນ, ມີຕາງໜ້າກອງບັນຊາການທະຫານແຂວງ, ຫ້ອງວ່າການ, ພະແນກການ, ອົງການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນການຊຸກຍູ້ຊ່ວຍເຫຼືອໃນຄັ້ງນີ້, ໄດ້ນໍາເອົາເຄື່ອງອຸປະໂພກ, ບໍລິໂພກ ແລະ ເງິນຈຳນວນໜຶ່ງ ມອບໃຫ້ກັບຄອບຄົວຜູ້ທີ່ໄດ້ຮັບຜົນກະທົບ ແລະ ເສຍຊີວິດ ຈາກພາຍຸ ບົວລອຍ. ໂອກາດນີ້, ສະຫາຍ ພົນຈັດຕະວາ ບົວພັນ ອິນທະປັນຍາ ພ້ອມດ້ວຍຄະນະ ໄດ້ສະແດງຄວາມເສຍໃຈ, ເປັນຫວ່ງເປັນໃຍ ຕໍ່ຄອບຄົວ ແລະ ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈົ່ງພ້ອມກັນເອົາໃຈໃສ່ເກັບມ້ຽນເຄື່ອງຂອງທີ່ໄດ້ຮັບຜົນກະທົບ, ຮັກສາສຸຂະພາບ ເປັນຕົ້ນ ການກິນ, ດື່ມ ໃຫ້ມີຄວາມສະອາດ ເພື່ອປ້ອງກັນບໍ່ໃຫ້ເປັນພະຍາດ. ພ້ອມດຽວກັນນັ້ນ, ຍັງເນັ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງ ລົງໃກ້ຊິດຕິດແທດ ເພື່ອຕິດຕາມ, ກວດກາ ແລະ ຊ່ວຍເຫຼືອປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບໃນຄັ້ງນີ້ ຢ່າງທົ່ວເຖິງ.
ໂດຍ: ຄຳພາ ສີນວນທອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















