ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 13 ພະຈິກ 2025

  

ຫົວໜ້າ​ພະ​ແນກ​ອຸປະໂພກ-ບໍລິໂພກ​ກົມ​ອຸປະໂພກ ກົມ​ໃຫຍ່​ພະລາທິການ​ກອງທັບລົງ​ຕິດຕາມ, ກວດກາ​ການ​ຜະລິດ​ເຄື່ອງນຸ່ງ​ຫົ່ມ​ຢູ່​ໂຮງງານ​ຕັດຫຍິບ​ເລກ 1 ທັບ
ເວລາອອກຂ່າວ: 2025-10-03 09:16:17 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 654 | ຄວາມນິຍົມ:



ໃນ​ບໍ່​ດົນ​ມາ​ນີ້, ສະຫາຍ ພັນ​ໂທ ສີ​ຫາ ແກ້ວ​ບຸນ​ຊູ ຫົວໜ້າ​ພະ​ແນກ​ອຸປະໂພກ-ບໍລິໂພກ​ກົມ​ອຸປະໂພກ ກົມ​ໃຫຍ່​ພະລາທິການ​ກອງທັບ, ໄດ້​ລົງ​ຕິດຕາມ, ກວດກາ ແລະ ຊຸກຍູ້​ວຽກ​ງານ​ການ​ຜະລິດ​ເຄື່ອງນຸ່ງ​ຫົ່ມ​ຂອງ​ໂຮງງານ​ຕັດຫຍິບ ​ເລກ 1 ກອງທັບ, ໂດຍ​ມີ ສະຫາຍ ພັນ​ເອກ ນາງ ເນາະ ພົມ​ມີ​ໄຊ ຫົວໜ້າ​ອຳນວຍ​ການ​ໂຮງງານ​ຕັດຫຍິບ ​ເລກ 1 ກອງທັບ ພ້ອມ​ດ້ວຍ​ຄະນະ​ພັກ-ຄະນະ​ອຳນວຍ​ການ ແລະ ພະນັກງານ​ວິຊາ​ການ​ທີ່​ກ່ຽວຂ້ອງ​ໃຫ້ການ​ຕ້ອນຮັບ. ຈຸດປະສົງ​ໃນ​ການ​ລົງ​ເຄື່ອນ​ໄຫວ​ຕິດຕາມ, ກວດກາ ແລະ ຊຸກ ຍູ້​ວຽກ​ງານ​ການ​ຜະລິດ​ເຄື່ອງນຸ່ງ​ຫົ່ມ ຢູ່​ໂຮງງານ​ຕັດຫຍິບ​ເລກ 1 ກອງທັບ ໃນ​ຄັ້ງ​ນີ້ ເພື່ອ​ຮັບປະກັນ​ໃຫ້​ແກ່​ກ້ອນ​ກຳລັງ​ສວນສະໜາມເຂົ້າ​ຮ່ວມ​ງານ​ສະເຫຼີມສະຫຼອງ​ວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ທີ່​ຈະ​ມາ​ເຖິງ​ໃນ​ມໍ່​ນີ້ໆ ໃຫ້​ມີ​ ຜົນສຳເລັດ​ຢ່າງ​ຈົບງາມ ແລະ ທັງ​ເປັນ​ການ​ເກັບ​ກຳ​ບັນທຶກ​ຂໍ້​ມູນ​ຮູບ​ພາບ, ວິ​ດີ​ໂອ , ການ​ຜະລິດ ແລະ ວຽກ​ງານ​ວິຊາ​ສະເພາະ​ດ້ານ​ຕ່າງໆ ຂອງ​ໂຮງງານ​ຕັດ​​​ຫຍິບ​ເລກ 1 ກອງທັບ ເພື່ອ​ນຳໄປ​ປະກອບ​ເຂົ້າ​ໃນ​ຟິ້ມ​ສາລະ​ຄະດີ​ມູນເຊື້ອ​ຂອງ​ກົມ​ໃຫຍ່​ພະລາທິການ​ກອງທັບ, ໃນ​ໂອກາດ​ການຈັດຕັ້ງ​ຫ້າງ​ຫາ​ກະກຽມ​ຂໍ່ານັບ​ຮັບ​ ຕ້ອນ, ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ເຫຼົ່າ​ຮົບ​ພະລາທິການ​ກອງທັບ ຄົບຮອບ 70 ປີ, ວັນ​ທີ 5 ສິງຫາ 1956-5 ສິງຫາ 2026 ທີ່​ຈະ​ມາ​ເຖິງໃຫ້​ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ​ສຳຄັນ​ອັນ​ເລິກເຊິ່ງ. ໂດຍ: ຄຳ​ປະສົງ ລາດ​ຊະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ