ຄະນະຮັບຜິດຊອບວຽກງານການເມືອງ ພົບປະຊີ້ນຳ ຄະນະຮັບຜິດຊອບຫັດແອບ ສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ
ເວລາອອກຂ່າວ: 2025-10-03 09:13:41 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 680 | ຄວາມນິຍົມ: ![]()
ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານການເມືອງຮັບປະກັນໃຫ້ແກ່ການຈັດຕັ້ງຫັດແອບກ້ອນ ກຳລັງເຂົ້າຮ່ວມ ເດີນສວນສະ ໜາມສະເຫຼີມສະຫຼອງວັນສະຖາ ປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ໃຫ້ໄດ້ຮັບຜົນດີໃນ ວັນທີ 1 ຕຸລາ 2025 ນີ້, ຄະນະຮັບຜິດຊອບວຽກງານການເມືອງ ນຳໂດຍ ສະຫາຍ ພັນໂທ ກູມົວ ຈົງຕົວ ຮອງຫົວໜ້າກົມນະໂຍບາຍ ກົມໃຫຍ່ການເມືອງກອງທັບ, ຮອງຫົວໜ້າຄະນະຮັບຜິດຊອບວຽກງານການເມືອງ ພ້ອມດ້ວຍຄະ ນະໄດ້ເຄື່ອນໄຫວພົບປະຊຸກຍູ້ ຄະນະຮັບຜິດຊອບກ້ອນກຳລັງຫັດແອບເຂົ້າຮ່ວມສວນສະໜາມ ສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ສະໜາມເຝິກຊ້ອມກອງພັນໃຫຍ່ 605, ໂດຍມີ ສະຫາຍ ພັນເອກ ໄມສີ ມາວັນດີ ຫົວໜ້າການເມືອງ ກອງພັນໃຫຍ່ 605 ພ້ອມດ້ວຍຄະນະເຂົ້າຮ່ວມ.
ສະຫາຍ ພັນໂທ ກູມົວ ຈົງຕົວ ໄດ້ອະທິບາຍຕໍ່ຄະນະຮັບຜິດຊອບຫັດແອບສວນສະໜາມ ສະເຫຼີມ ສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ວ່າ: ໂດຍອີງ ຕາມຄຳແນະນຳຂອງກົມໃຫຍ່ການເມືອງກອງທັບ ກ່ຽວກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນໄລຍະສັ້ນຂອງບັນດາກ້ອນກຳລັງຫັດແອບ, ຄຳແນະນຳຂອງກົມໃຫຍ່ການເມືອງກອງທັບ ກ່ຽວກັບການຄັດເລືອກຜົນງານຍ້ອງຍໍຂອງນາຍ ແລະ ພົນທະຫານທີ່ເຂົ້າຮ່ວມຫັດແອບເດີນສວນ ສະໜາມສະເຫຼີມສະຫຼອງວັນສະ ຖາປະນາ ສປປ ລາວ ຄົບຮອບ 50 ປີ ເພື່ອເຮັດໃຫ້ການເຝິກຊ້ອມສຳເລັດຢ່າງມີປະສິດທິຜົນ ເພື່ອເປັນການທົບທວນມູນເຊື້ອ 50 ປີແຫ່ງການຕໍ່ສູ້ປົດປ່ອຍຊາດຢ່າງມີໄຊ ກ້າວໄປສູ່ການສະຖາປະນາ ສປປ ລາວ ຢ່າງສະຫງ່າຜ່າເຜີຍ ແລະ ມີຜົນສຳເລັດອັນໃຫຍ່ຫຼວງ ຫຼາຍດ້ານ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເປັນການໂຄສະນາປຸກລະດົມສ້າງຂະບວນການ ໃນບັນ
ດາກ້ອນກຳລັງສວນສະໜາມ ພ້ອມກັນບຸກບືນສູ້ຊົນຈັດຕັ້ງປະ ຕິບັດບັນດາເນື້ອໃນການຫັດ ແອບ, ການຈັດຕັ້ງປະຕິບັດບັນດາຂໍ້ກຳນົດ, ກົດລະບຽບຂອງສະໜາມຫັດແອບ, ຂໍ້ກຳນົດຂອງກອງທັບ, ປະຕິບັດກົດໝາຍຂອງລັດຢ່າງເຂັ້ມ
ງວດ, ຮັບປະກັນເຮັດໃຫ້ການເດີນສວນສະໜາມໂອກາດສະເຫຼີມສະຫຼອງ ວັນສະ ຖາປະນາ ສປປ ລາວ ຄົບຮອບ 50 ປີໃນຄັ້ງນີ້ ມີຜົນສຳເລັດຢ່າງຈົບງາມ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















