ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 13 ພະຈິກ 2025

  

ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ທະຫານ​ຮາບ​ເລກ 2 ວຽງ​ໄຊ ຈັດ​ຕັ້ງ​ເຊື່ອມ​ຊຶມ ຂໍ້ກຳນົດ, ກົດ​ລະບຽບ ໃຫ້​ນັກຮຽນ​ຊັ້ນ​​ ມ7 ສົກຮຽນ 2025-2026
ເວລາອອກຂ່າວ: 2025-10-03 09:10:52 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 636 | ຄວາມນິຍົມ:



ວັນ​ທີ 17 ກັນຍາ 2025 ຜ່ານ​ມາ​ນີ້, ຢູ່​ສະໂມສອນ​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ທະຫານ​ຮາບ ​ເລກ 2 ວຽງ​ໄຊ​ໄດ້​ຈັດ​ຕັ້ງ​ເຊື່ອມ​ຊຶມ ຂໍ້​ກຳນົດ, ກົດ​ລະບຽບ ໃຫ້​ນັກຮຽນ​ຊັ້ນ​​ ມ7 ສົກຮຽນ 2025-2026, ໂດຍ​ການ​ເປັນ​ປະທານ​ຂອງ​ ສະຫາຍ ພັນ​ໂທ ຄຳ​ຫຼ້າ ວົງ​ສົມ​ພູ ຮອງ​ຫົວໜ້າ​ການ​ທະຫານ​ໂຮງຮຽນ, ມີ​ຄະນະ​ພັກ-ຄະນະ​ບັນ​ກອງພັນ, ກອງ​ຮ້ອຍ​ພ້ອມ​ດ້ວຍ​ນັກຮຽນ ​ມ7 ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຄຳ​ຫຼ້າວົງ​ສົມ​ພູ ໄດ້​ຜ່ານ​ຂໍ້​ກຳນົດ, ກົດ​ລະບຽບ ວ່າດ​້ວຍ​ນັກຮຽນ​ທະຫານ ຢູ່​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ ເລກ 2 ວຽງ​ໄຊ, ອີງ​ຕາມ​ຂໍ້​ກຳນົດ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ກຽ່ວ​ກັບ​ວຽກ​ງານ​ໂຮງຮຽນ​ໃນ​ກອງທັບ​ປະຊາຊົນ​ລາວ, ອີງ​ຕາມ ຂໍ້​ຕົກລົງ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ນັກຮຽນ​ທະຫານ​ລະບົບ​ກໍ່ສ້າງ ແລະ ບຳລຸງທີ່​ກຳລັງ​ສຶກ​ສາ​ຮໍ່າຮຽນ​ຢູ່​ບັນດາ​ໂຮງຮຽນ, ສະ​ຖາ​ບັນ​ຕ່າງໆໃນ ແລະ ນອກ​ກອງທັບ, ອີງ​ຕາມ​ກົດໝາຍ​ ວ່າ​ດ້ວຍ​ການ​ສຶກ​ສາ ແຫ່ງ​ສາທາລະນະ​ລັດ ປະຊາທິປະໄຕ ປະຊາຊົນ​ລາວ ແລະ ຄຳ​ສັ່ງ​ແນະນຳ​ຂອງ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ​ກຽ່ວ​ກັບ​ມາດຕະຖານ​ເງື່ອນໄຂ​ຂອງ​ນັກຮຽນ ທີ່​ເຂົ້າ​ມາ​ສຶກ​ສາ​ຮໍ່າຮຽນ​ຢູ່​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບເລກ 2 ວຽງ​ໄຊ, ອີງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ການ​ຄຸ້ມ​ຄອງການ​ຮຽນ-ການ​ສອນ, ອົບຮົມ-ຫັດ​ແອບ ແລະ ການ​ຄຸ້ມ​ຄອງ​ນັກຮຽນ​ທະຫານ, ໃນ​ນີ້ ໂຮງຮຽນ​ກໍ່ສ້າງ​ນາຍ ​ສິບ​​ເລກ 2 ວຽງ​ໄຊ​ອອກ​ກົດ​ລະບຽບ​ປະກອບ​ມີ 10 ໝວດ​ຄື : ໝວດ ​ວ່າ​ດ້ວຍ​ຂໍ້​ກຳນົດ​ລວມ, ໝວດ​ ວ່າ​ດ້ວຍລະບົບ​ການຈັດຕັ້ງ, ການ​ນຳພາ-ບັນຊາ ຂອງ​ນັກຮຽນ​ທະຫານ, ວ່າ​ດ້ວຍ​ພາລະ​ບົດບາດ, ສິດ-ໜ້າທີ່, ວ່າ​ດ້ວຍ​ການ​ພັນທະ, ວ່າ​ດ້ວຍການ​ກຳນົດ ເຂົ້າ-ອອກ​ຄ້າຍ, ວ່າ​ດ້ວຍ​ລະບຽບ​ການ​ຮຽນ, ການ​ສິ້ນ​ສຸດ​ເປັນ ​ນັກຮຽນ ແລະ ບັນດາ​ຂໍ້​ຫ້າມ​ຕ່າງໆ, ວ່າ​ດ້ວຍ​ຮູບ​ການ​ກ່າວ​ເຕືອນ ແລະ ມາດ​ຕະການ​ລົງ​ວິໄນ, ວ່າ​ດ້ວຍ​ວຽກ​ງານ​ນະໂຍບາຍ ແລະ ຂໍ້​ກຳນົດ​ມ້ວນທ້າຍ. ໂດຍ: ຄຳ​ແປງ ຟອງ​ສາຍໄໝ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ