ນຳພານັກສຶກສາວິທະຍາສາດພະລາທິການ ສາຂາອຸປະໂພກ-ບໍລິໂພກ ເຝິກຊ້ອມເຄື່ອນທັບອອກສະໜາມຍິງລູກປືນແທ້
ເວລາອອກຂ່າວ: 2025-10-03 09:04:08 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 629 | ຄວາມນິຍົມ: ![]()
ໃນວັນທີ 30 ກັນຍາ 2025, ວິທະຍາຄານພະລາທິ ການກອງທັບ (ວພກ) ນຳພາໂດຍສະຫາຍ ພັນໂທ ປອ ຄຳພາ ຈອມທິບ ຮອງຫົວໜ້າຫ້ອງອົບຮົມ ວພກ ໄດ້ນຳພານັກສຶກສາວິທະຍາສາດພະລາທິການສາຂາ ອຸປະໂພກ-ບໍລິໂພກ ລະບົບ 5 ເດືອນ ຂອງກະຊວງປ້ອງກັນຄວາມສະຫງົບ ເຝິກຊ້ອມເຄື່ອນທັບອອກສະໜາມຍິງເປົ້າໝາຍດ້ວຍລູກປືນແທ້, ໂດຍມີ ສະຫາຍ
ພັນເອກ ສີທອນ ພິມສີວົງ ຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ, ບັນດາຄູ-ອາຈານ, ຄະນະຮັບຜິດຊອບ ພ້ອມດ້ວຍ ນັກສຶກສາ ເຂົ້າຮ່ວມ.
ສະຫາຍ ພັນໂທ ປອ ຄຳພາຈອມທິບ ໄດ້ມີຄຳຄິດເຫັນທິດຊີ້ນຳຕ່າງໆຕໍ່ການເຝິກຊ້ອມເຄື່ອນທັບອອກສະໜາມຍິງເປົ້າໝາຍດ້ວຍລູກປືນແທ້ໃນຄັ້ງນີ້; ພ້ອມທັງ, ຮຽກຮ້ອງໃຫ້ທຸກພາກສ່ວນ ຈົ່ງເອົາໃຈໃສ່ໃນແຕ່ລະບາດກ້າວ ແລະ ຟັງຄຳສັ່ງຂອງຄູ-ອາຈານຢ່າງເຂັ້ມງວດ ເພື່ອບໍ່ໃຫ້ເກີດຂໍ້ຜິດພາດ ແລະ ກໍ່ໃຫ້ເກີດມີເຫດການບໍ່ຄາດຄິດໃນສະໜາມ; ນອກນັ້ນ, ຍັງໄດ້ເນັ້ນໜັກໃຫ້ນັກສຶກສາທຸກສະຫາຍຕ້ອງນຳເອົາບົດຮຽນທີ່ໄດ້ຮຽນມາໃນພາກທິດສະດີ ມານຳໃຊ້ເຂົ້າໃນພາກປະຕິບັດຕົວຈິງໃນຄັ້ງນີ້ ເພື່ອຍາດໃຫ້ໄດ້ຄະແນນດີເລີດ; ຈຳນວນພົນນັກສຶກທີ່ເຂົ້າຮ່ວມຄັ້ງນີ້ມີທັງໝົດ 60 ສະຫາຍ, ເປັນບັນດານັກສຶກສາທີ່ເດີນທາງມາຈາກບັນດາກົມກອງໃນທົ່ວປະເທດ, ເຊິ່ງຜ່ານການເຝິກຊ້ອມ ແລະ ຈັດຕັ້ງປະຕິບັດການຍິງເປົ້າໝາຍດ້ວຍລູກປືນແທ້ຄັ້ງນີ້ເຫັນວ່າບັນລຸໄດ້ຕາມເປົ້າໝາຍ ແລະ ມີຄວາມປອດໄພ 100%.
ໂດຍ: ພອນປະສົງ ຢ່າງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















