ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 11 ກຸມພາ 2026

  

ຫ້ອງການຊາວໜຸ່ມກອງທັບ ລົງເຄື່ອນໄຫວຊຸກຍູ້ຂະບວນການວຽກງານຊາວໜຸ່ມ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ IX
ເວລາອອກຂ່າວ: 2025-10-02 15:43:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1290 | ຄວາມນິຍົມ:



ໃນລະຫວ່າງ ວັນທີ 21-26 ກັນຍາ 2025 ຜ່ານມານີ້, ຫ້ອງການຊາວໜຸ່ມກອງທັບ ໄດ້ລົງຊຸກຍູ້ຂະບວນການວຽກງານຊາວໜຸ່ມ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ IX ຢູ່ແຂວງ ພາກກາງຄື: ກອງພົນທີ 4, ກອງພັນໃຫຍ່ປືນໃຫຍ່ໜ້າດິນ 619, ກອງພັນໃຫຍ່ປ້ອງກັນອາກາດ 644, ກອງບັນຊາການທະຫານ ແຂວງສະຫວັນນະເຂດ ແລະ ກອງບັນຊາການທະຫານ ແຂວງຄຳມ່ວນ ພາຍໃຕ້ການເປັນປະທານຂອງ ສະຫາຍ ພັນໂທ ສຸລິບັນ ສໍພາບປັນຍາ ກໍາມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ, ມີພະນັກງານຈາກຫ້ອງການຊາວໜຸ່ມ, ຄະນະພັກ-ຄະນະບັນຊາ, ພະແນກຊາວໜຸ່ມ, ຂະແໜງຊາວໜຸ່ມ ແລະ ພະນັກງານ ສະມາຊິກຊາວໜຸ່ມ ຢູ່ບັນດາກົມກອງ ເຂົ້າຮ່ວມ. ພິທີດັ່ງກ່າວໄດ້ຮັບຟັງການເຜີຍແຜ່ຜົນສໍາເລັດກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບ ໂດຍສະເພາະ ແມ່ນຄຳສັ່ງແນະນຳຂອງກົມໃຫຍ່ການເມືອງກອງທັບ ແລະ ແຈ້ງການແນະນໍາຂອງຫ້ອງການຊາວໜຸ່ມກອງທັບ ກ່ຽວກັບການຈັດຕັ້ງເຊື່ອມຊືມເຜີຍແຜ່ຜົນສຳເລັດກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ IX, ຮ່າງລາຍງານການເມືອງ, ຄຳຂວັນຂະບວນການຊາວໜຸ່ມສະໄໝທີ IX, ບົດໂອ້ລົມຂອງປະທານກອງປະຊຸມ ແລະ ມະຕິິກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ IX. ສະຫາຍ ພັນໂທ ສຸລິບັນ ສໍພາບປັນຍາ ໄດ້ຍົກໃຫ້ເຫັນບັນດາຜົນງານຂອງຊາວໜຸ່ມກອງທັບທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ເນັ້ນໜັກໃຫ້ຜູ້ຮັບຜິດຊອບວຽກງານຊາວໜຸ່ມພາຍໃນກົມກອງໃຫ້ເອົາໃຈໃສ່ສຶກສາອົບຮົມ ການເມືອງ-ແນວຄິດ, ປັບປຸງການຈັດຕັ້ງຊາວໜຸ່ມພາຍໃນກົມກອງຕົນ ໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ, ຄຽງຄູ່ກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ IX ແລະ ສືບຕໍ່ເອົາໃຈໃສ່ປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມລາວ ໃຫ້ປະກົດຜົນເປັນຈິງ ແລະ ຖືກຕາມບົດແນະນຳ ຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ຄໍາສັ່ງແນະນໍາຂອງກົມໃຫຍ່ການເມືອງກອງທັບ; ເປັນກໍາລັງແຮງປະຈັນບານຂອງຊາວໜຸ່ມເຂົ້າຮ່ວມຂະບວນການດ້ານຕ່າງໆຂອງຂັ້ນເທິງ ກໍຄືຂອງກົມກອງເພື່ອຂໍ່ານັບຮັບຕ້ອນ 3 ວັນ ປະຫວັດສາດທີ່ສຳຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບ ໂດຍສະເພາະແມ່ນຂ່ຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 50 ປີ, ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ໃຫ້ເປັນຂະບວນການ ຟົດຟື້ນ-ຕໍ່ເນື່ອງ, ອອກແຮງປຸກລະດົມ, ຊຸກຍູ້ຂະບວນການຊາວໜຸ່ມກົມກອງຂັ້ນຕົນເຂົ້າຮ່ວມຕອບຕ້ານປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະເກີດຂຶ້ນຢູ່ຖັນແຖວສະມາຊິກຊາວໜຸ່ມໃນກອງທັບ, ມີສະຕິລະວັງຕົວໃນການນໍາໃຊ້ສື່ສັງຄົມອອນລາຍໃຫ້ຖືກຕ້ອງເໝາະສົມ ແລະ ຕ້ານການແຜ່ລະບາດພະຍາດທີ່ຈະເກີດໃນລະດູຝົນ, ກະກຽມກໍາລັງແຮງຊາວໜຸ່ມ ໃນກົມກອງເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງຂັ້ນເທິງ ເພື່ອຊ່ວຍເຫຼືອປະຊາຊົນທີ່ຖືກນ້ຳຖ້ວມ ແລະ ໄພພິບັດທາງທຳມະຊາດທີ່ຈະເກີດຂຶ້ນ. ໃຫ້ສົມກັບຄຳຂັວນທີ່ວ່າ “ບ່ອນໃດຍາກ ຊາວໜຸ່ມບຸກ ບ່ອນໃດທຸກ ຊາວໜຸ່ມຜ່ານຜ່າ ເມື່ອໃດຊາດຕ້ອງການ ຊາວໜຸ່ມຂານອາສາ”ສູ້ຊົນປະຕິບັດຄຳຂວັນຂະບວນການຊາວໜຸ່ມສະໄໝ ທີ IX ຊາວໜຸ່ມກອງທັບ “ເດັດດ່ຽວ, ອາດຫານ, ນຳໜ້າ, ສາມັກຄີ, ມີວິໄນ ແລະ ປະດິດສ້າງ” ໃນໂອກາດດັ່ງກ່າວ ໄດ້ຕາງໜ້າ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ມອບຫຼຽນຊາວໜຸ່ມ ຕະລຸມບອນຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໃຫ້ບັນດາ ອະດີດ ແລະ ຜູ້ທີ່ຮັບຜິດຊອບວຽກງານຊາວໜຸ່ມ ຢູ່ກົມກອງ ແລະ ໄດ້ເຄື່ອນໄຫວລົງຢ້ຽມກົມກອງຕົວແບບ ກົມກອງຮາກຖານອີກດ້ວຍ. ໂດຍ: ຄຳຫຼ້າ ອິນທະລາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ