ໜ່ວຍພັກ ກອງວາລະສານປ້ອງກັນຊາດ ຕີລາຄາການນໍາພາເຄື່ອນໄຫວວຽກງານ ປະຈໍາເດືອນກັນຍາ 2025
ເວລາອອກຂ່າວ: 2025-10-02 15:21:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1260 | ຄວາມນິຍົມ: ![]()
ໃນວັນທີ 2 ຕຸລາ 2025 ນີ້, ໜ່ວຍພັກ ກອງວາລະສານປ້ອງກັນຊາດ ໄດ້ຕີລາຄາການນໍາພາເຄື່ອນໄຫວວຽກງານ ປະຈໍາເດືອນກັນຍາ 2025 ໂດຍການເປັນປະທານ ຂອງສະຫາຍ ພັນໂທ ບຸນໄມ ແສງອາລຸນ ເລຂາໜ່ວຍພັກ, ຫົວໜ້າກອງວາລະສານປ້ອງກັນຊາດ ພ້ອມດ້ວຍຄະນະ, ມີຫົວໜ້າຈຸ, ຮອງຈຸ ຕະຫຼອດຮອດສະມາຊິກພັກ ເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນໄມ ແສງອາລຸນ ໄດ້ຕີລາຄາການນໍາພາເຄື່ອນໄຫວວຽກງານໃນໄລຍະ 1 ເດືອນຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນສະພາບພາຍໃນປະເທດ ໂດຍລວມມີຄວາມສະຫງົບໂດຍພື້ນຖານ ແຕ່ຍັງມີສິ່ງທ້າທາຍທົດສອບຫຼາຍປະການ ທີ່ສົ່ງຜົນກະທົບຕໍ່ແຜນພັດທະນາເສດຖະກິດ-ສັງຄົມ ແລະ ຊິວິດການເປັນຢູ່ ຂອງພະນັກງານ-ສະມາຊິກພັກ. ພ້ອມນັ້ນ, ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພະນັກງານ-ສະມາຊິກພັກ ສ້າງໄດ້ໃນຕະຫຼອດໄລຍະຜ່ານມາ ພ້ອມທັງ ເນັ້ນໜັກໃຫ້ພະນັກງານ-ສະມາຊິກພັກ ມີການເມືອງ-ແນວຄິດໜັກແໜ້ນ, ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີສະຕິຕໍ່ການຈັດຕັ້ງ, ຍົກສູງຄວາມຮັບຜິດຊອບຕໍ່ວຽກງານວິຊາສະເພາະທີ່ເປັນວຽກງານຈຸດສຸມຂອງກອງ ເຮັດສໍາເລັດໜ້າທີ່ການເມືອງທີ່ການຈັດຕັ້ງມອບໝາຍໃຫ້. ຈາກນັ້ນ, ບັນດາສະຫາຍສະມາຊິກພັກ ໄດ້ຜັດປ່ຽນປະກອບຄໍາຄິດເຫັນ ຢ່າງກົງໄປກົງມາ.
ໂອກາດນີ້, ສະຫາຍ ພັນໂທ ຂັນທະລາ ສີຈັນເດືອນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າກອງວາລະສານປ້ອງກັນຊາດ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແບ່ງຄວາມຮັບຜິດຊອບຊີ້ນໍາ ຂອງຄະນະກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ແລະ ຂໍ້ຕົກລົງ ວ່າດ້ວຍການອະນຸມັດໃຫ້ກອງວາລະສານປ້ອງກັນຊາດສ້າງຕັ້ງ ແລະ ເຄື່ອນໄຫວເຜີຍແຜ່ຂໍ້ມູນຂ່າວສານຜ່ານສື່ອອນລາຍ ເຟສບຸກ (Facebook) ຕື່ມອີກ.
ໂດຍ: ໄຊຍະເສນ ແກ້ວມະນີວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















