ກອງປະຊຸມຄົບຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງບໍລິຄໍາໄຊ
ເວລາອອກຂ່າວ: 2025-10-02 15:15:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1177 | ຄວາມນິຍົມ: ![]()
ກອງປະຊຸມຄົບຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງ ບໍລິຄຳໄຊ ຄັ້ງທີ 2 ສະໄໝທີ Vl ໄດ້ໄຂຂຶ້ນໃນລະຫວ່າງວັນທີ 29-30 ກັນຍາ 2025 ຜ່ານມານີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຄໍາແພນ ວິລືທໍາ ກໍາມະການຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການທະຫານກອງບັນຊາການທະຫານແຂວງບໍລິຄຳໄຊ, ມີຄະນະພັກກອງບັນຊາການ, ຄະນະຫ້ອງ, ຄະນະພັກ-ຄະນະບັນຊາບັນດາກົມກອງ ແລະ ພະນັກງານຫຼັກແຫຼ່ງທົ່ວທະຫານແຂວງ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ຄໍາແພນ ວິລືທໍາ ໄດ້ກ່າວເປີດກອງປະຊຸມ, ຜ່ານມະຕິຕົກລົງຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການສ້າງຕັ້ງອົງຄະນະພັກ ອົງການກາແດງແຫ່ງຊາດ ແລະ ແຈ້ງລາຍຊື່ຂອງຄະນະບໍລິຫານງານອົງການກາແດງແຫ່ງຊາດ, ພ້ອມທັງ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ VIII ຂອງຄະນະບໍລິຫານງານພັກແຂງ. ຈາກນັ້ນ, ສະຫາຍ ພັນເອກ ຈັນນີ ສີສຸກ ຮອງເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ໄດ້ຜ່ານມະຕິຕົກລົງ ຂອງຄະນະບໍລິຫານງານພັກແຂວງສະໄໝ ທີ VIII, ຜ່ານມະຕິກອງປະຊຸມໃຫຍ່ຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນປະເທດ ແລະ ຜ່ານບົດຕີລາຄາການຈັດຕັ້ງປະຕິບັດ ມະຕິກອງປະຊຸມຄົບຄະນະພັກ ກອງບັນຊາການທະຫານແຂວງບໍລິຄຳໄຊ ຄັ້ງທີ I ສະໄໝທີ VI.
ສະຫາຍ ພັນເອກ ບຸນຍັງ ລໍສິມມາ ກໍາມະການຄະນະພັກກອງບັນຊາການ, ຫົວໜ້າຫ້ອງການບໍລິຫານ ໄດ້ຜ່ານຂໍ້ຕົົກລົງ ວ່າດ້ວຍຜູ້ສັ່ງການເອກຂັ້ນ II ຂອງກອງບັນຊາການທະຫານແຂວງບໍລິຄຳໄຊ ແລະ ຜ່ານບົດສະຫຼຸບການນໍາພາວຽກງານຮອບດ້ານ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2025, ເຊິ່ງຜ່ານມາຄະນະພັກ-ຄະບັນຊາກອງບັນຊາການ ໄດ້ນຳພາ-ຊີ້ນຳ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໃນທົ່ວທະຫານແຂວງ ເອົາໃຈໃສ່ປະຕິບັດວຽກງານຂອງຕົນຢ່າງຮອບດ້ານ ໂດຍປະຕິບັດຕາມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ກະຊວງປ້ອງກັນປະເທດວາງອອກໄດ້ເປັນຢ່າງດີ, ສາມາດເຮັດໃຫ້ສະພາບໃນທົ່ວແຂວງມີຄວາມສະຫງົບ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດໄດ້ຮັບການພັດທະນາດີຂຶ້ນ. ໃນນັ້ນ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນໄດ້ຖືສຳຄັນໃນການສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ຂອງຕົນເຊື່ອມຊຶມກໍາແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ຂໍ້ກຳນົດ ກົດລະບຽບ ຂອງກອງທັບໄດ້ເປັນຢ່າງດີ, ຕິດຕາມກໍາແໜ້ນສະພາບການເຄື່ອນໄຫວບັນດາເປົ້າໝາຍ ຈຸດຫຼໍ່ແຫຼມຕ່າງໆເປັນປະຈຳ, ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ຕາມມູນເຊື້ອຂອງກອງທັບ, ຈັດຕັ້ງກຳລັງອອກເຄື່ອນໄຫວໃນຂອບເຂດຮັບຜິດຊອບເປັນປົກກະຕິຕໍ່ເນື່ອງ, ນໍາພາ-ຊີ້ນໍາ ແຕ່ລະກົມກອງຍົກສູງສະຕິລະວັງຕົວກຽມພ້ອມສູ້ຮົບໃຫ້ເຂັ້ມງວດ, ປັບປຸງກໍ່ສ້າງກຳລັງໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ ແລະ ເຂັ້ມແຂງທາງດ້ານການຈັດຕັ້ງ, ດ້ານວຽກງານຮັບປະກັນພາລາທິການ-ເຕັກນິກ, ບົວລະບັດພັດເຊັດພາຫະນະ ໃຫ້ພ້ອມໃຊ້ງານໄດ້ຕະຫຼອດ 24 ຊົ່ວໂມງ. ກອງປະຊຸມ ຄະນະພັກ-ຄະນະບັນຊາແຕ່ລະກົມກອງ ໄດ້ປະກອບຄຳເຫັນ ໃສ່ບົດສະຫຼຸບ ແລະ ທິດທາງແຜນການ ເຮັດໃຫ້ບົດສະຫຼຸບມີເນື້ອໃນສົມບູນ.
ສະຫາຍ ພົນຈັດຕະວາ ຄໍາແພນ ວິລືທໍາ ໄດ້ຍ້ອງຍໍຜົນສຳເລັດໃນຫຼາຍດ້ານ ທີ່ຄະນະພັກ-ຄະນະບັນຊາແຕ່ລະຂັ້ນຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ເປັນເຈົ້າການສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ຜັນຂະຫຍາຍບັນດາມະຕິຕ່າງໆຂອງພັກໃຫ້ເປັນໂຄງການ ແລະ ນໍາໄປຈັດຕັ້ງປະຕິບັດຢູ່ບັນດາກົມກອງໃຫ້ໄດ້ຮັບໝາກຜົນ, ເປັນເຈົ້າການສ້າງຄາມສາມັກຄີພາຍໃນໃຫ້ໜັກແໜ້ນ,ປະຕິບັດຫຼັກການເຮັດວຽກແບບລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ ແລະ ມີຄວາມຮັບຜິດຊອບສູງ, ຫັນເອົາແຜນການກອງປະຊຸມໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍຢູ່ອົງການ, ກົມກອງຂອງຕົນໃຫ້ຖືກຕ້ອງສອດຄ່ອງກັບໜ້າທີ່ວຽກງານຕົວຈິ່ງ.
ໂດຍ: ວັນ ນ້ອຍວິໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















