ປະກາດການແຕ່ງຕັ້ງຂັ້ນນຳພາ-ບັນຊາ ກອງຮ້ອຍສ້ອມແປງ ກອງພົນທີ 5
ເວລາອອກຂ່າວ: 2025-10-02 15:00:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1229 | ຄວາມນິຍົມ: ![]()
ໃນວັນທີ 2 ຕຸລາ 2025 ນີ້, ຢູ່ ສະໂມສອນ ຫ້ອງພະລາທິການ ກອງພົນທີ 5 ໄດ້ຈັດຕັ້ງ ພິທີ ປະກາດການແຕ່ງຕັ້ງຂັ້ນນຳພາ-ບັນຊາ ກອງຮ້ອຍສ້ອມແປງ ກອງພົນທີ 5 ໂດຍການເປັນປະທານ ຂອງສະຫາຍ ພັນໂທ ບຸນທຽມ ພິມພາສິງ ກຳມະການຄະນະພັກກອງພົນ, ຫົວໜ້າຫ້ອງເຕັກນິກ ກອງພົນທີ 5, ມີຄະນະບັນຊາ, ພະແນກການ, ພະນັກງານ-ນັກຮົບ ພາຍໃນກອງຮ້ອຍ ເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ພັນໂທ ຄຳໄພ ຈັນທະອາສາ ຮອງຫົວໜ້າພະແນກພະນັກງານ ກອງພົນທີ 5 ໄດ້ຜ່ານຂໍ້ຕົກລົງ ຂອງກອງພົນທີ 5 ວ່າດ້ວຍການແຕ່ງຕັ້ງໜ້າທີ່ ຢູ່ກອງຮ້ອຍສ້ອມແປງ ກອງພົນທີ 5 ໃນນີ້, ແຕ່ງຕັ້ງສະຫາຍ ພັນຕີ ພຸດມະນີ ພັນທະວົງ ເປັນຫົວໜ້າການທະຫານ ແລະ ແຕ່ງຕັ້ງສະຫາຍ ຮ້ອຍເອກ ສຸດທະລິດ ໂສບັນດິດ ເປັນຮອງຫົວໜ້າການທະຫານ ກອງຮ້ອຍສ້ອມແປງ ກອງພົນທີ 5 ແລະ ຜ່ານມະຕິຕົກລົງ ຂອງຄະນະພັກ ກອງພົນທີ 5 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຄະນະໜ່ວຍພັກ ກອງຮ້ອຍສ້ອມແປງ ກອງພົນທີ 5 ໃນນີ້, ຕົກລົງແຕ່ງຕັ້ງ ສະຫາຍ ພັນຕີ ພຸດມະນີ ພັນທະວົງ ຫົວໜ້າການທະຫານ ຮອງເລຂາໜ່ວຍພັກ ແລະ ແຕ່ງຕັ້ງ ສະຫາຍ ຮ້ອຍເອກ ສຸດທະລິດ ໂສບັນດິດ ຮອງຫົວໜ້າການທະຫານ ເປັນກຳມະການໜ່ວຍພັກ ກອງຮ້ອຍສ້ອມແປງ ກອງພົນທີ 5.
ໂອກາດດັ່ງກ່າວ, ສະຫາຍ ພັນໂທ ບຸນທຽມ ພິມພາສິງ ໄດ້ມີຄຳເຫັນບາງບັນຫາ ກ່ຽວກັບການປະກາດແຕ່ງຕັ້ງໃນຄັ້ງນີ້ ເຊິ່ງແມ່ນຄວາມຈຳເປັນພາວະວິໄສ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ໃນສະເພາະໜ້າ ແລະ ຍາວນານຂອງກົມກອງ. ພ້ອມທັງ ເນັ້ນໜັກໃຫ້ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ຈົ່ງພ້ອມກັນຍົກສູງພາລະບົດບາດ ໃນການນໍາພາ-ຊີ້ນໍາຂອງຕົນ ເຂົ້າໃນໜ້າທີ່ວຽກງານ ທີ່ໄດ້ຮັບການມອບໝາຍ ພ້ອມນັ້ນ, ຕ້ອງເພີ່ມທະວີຄວາມສາມັກຄີ ພາຍໃນໃຫ້ເປັນປຶກແຜ່ນ, ມີປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ, ເພີ່ມທະວີໃນການປັບປຸງກໍ່ສ້າງພະນັກງານສະມາຊິກພັກໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນ ທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນຳພາ ທັງນີ້, ເພື່ອສ້າງໜ່ວຍພັກ ກາຍເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ພ້ອມກັນເຮັດສຳເລັດໜ້າທີ່ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















