ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 12 ເມສາ 2026

  

ກ້ອນເຫຼົ່າຮົບປືນໃຫຍ່ໜ້າດິນ ຕັ້ງໜ້າຫັດແອບສວນສະໜາມ ຢ່າງເປັນຂະບວນຟົດຟື້ນຕໍ່ເນື່ອງ
ເວລາອອກຂ່າວ: 2025-10-02 14:40:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1245 | ຄວາມນິຍົມ:



ກອງພັນໃຫຍ່ 605 ເປັນກົມກອງໜຶ່ງ ໄດ້ຮັບມອບໝາຍໜ້າທີ່ ເປັນກ້ອນເຫຼົ່າຮົບປືນໃຫຍ່ໜ້າດິນ ເຂົ້າຮ່ວມເດີນຂະບວນສວນສະໜາມ ຂອງກຳລັງປ້ອງກັນຊາດສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ພາຍຫຼັງໄດ້ຮັບຄຳສັ່ງ ຈາກກະຊວງປ້ອງກັນປະເທດ ກໍຄືກົມປືນໃຫຍ່ໜ້າດິນ ຈາກນັ້ນ, ກົມກອງຈຶ່ງຈັດຕັ້ງກຳລັງສຸມໃສ່ການຫັດແອບສວນສະໜາມຢ່າງຕັ້ງໜ້າ ແລະ ເປັນຂະບວນຟົດຟື້ນຕໍ່ເນື່ອງ ເພື່ອຮັບປະກັນໃຫ້ມີຄວາມເປັນເອກະພາບທາງດ້ານຈັງຫວະ, ບາດກ້າວ ການເຄື່ອນເໜັງ ແລະ ມີຄວາມເຂັ້ມແຂງທາງດ້ານພາລະກຳລັງ. ສະຫາຍ ພັນໂທ ວົງເດືອນ ແກ້ວມະນີ ຫົວໜ້າການທະຫານ ກອງພັນໃຫຍ່ 605, ຄະນະຮັບຜິດຊອບຊີ້ນຳກ້ອນສວນສະໜາມ ເຫຼົ່າຮົບປືນໃຫຍ່ໜ້າດິນ ໄດ້ໃຫ້ສຳພາດວ່າ: ກ້ອນເຫຼົ່າຮົບປືນໃຫຍ່ໜ້າດິນ ມີຈຳນວນພົນເຂົ້າຮ່ວມຫັດແອບສວນສະໜາມຕົວຈິງ 122 ສະຫາຍ, ສຳຮອງ 13 ສະຫາຍ, ພາກສ່ວນຮັບໃຊ້ຮັບປະກັນ 13 ສະຫາຍ, ຄູເຝິກ 5 ສະຫາຍ, ຄະນະຊີ້ນຳລວມ 2 ສະຫາຍ, ລວມທັງໝົດ 155 ສະຫາຍ, ຜ່ານການຫັດແອບມາໄດ້ໄລຍະໜຶ່ງ ເຫັນວ່າ ມີຄວາມພ້ອມທາງດ້ານມີພາຫະນະ, ສະຖານທີ່ເຝິກຊ້ອມ ແລະ ພັກເຊົ່າ, ສຳລັບການເຝິກຊ້ອມເບື້ອງຕົ້ນ ໄດ້ເອົາໃຈໃສ່ຈັດຕັ້ງຫັດແອບທາງດ້ານຈັງຫວະບຸກຄົນ, ລະບຽບວິໄນ, ໂດຍໃຊ້ເຊືອກຟາງ ຫັດແອບບຸກຄົນຄົງທີ່ ແລະ ເຄື່ອນທີ່ ຕາມຕາຕະລາງ ທີ່ກົມໃຫຍ່ເສນາທິການກອງທັບ ວາງອອກ, ສ່ວນໄລຍະຕໍ່ໄປ ແມ່ນຈະໄດ້ຈັດຕັ້ງຫັດແອບການເຄື່ອນທີ່ປະສານກ້ອນລວມໝູ່ ຢູ່ວິທະຍາຄານ ນາຍທະຫານບົກ ກົມມະດຳ ແລະ ຢູ່ເດີ່ນສະໜາມຫຼວງ ເພື່ອຮັບປະກັນໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ຈົບງາມ, ມາຮອດປັດຈຸບັນ ສາມາດຮັບປະກັນໄດ້ 70-80%. ສະຫາຍ ຮ້ອຍເອກ ອານຸພົນ ດວງພະຈັນ ຫົວໜ້າກ້ອນເຫຼົ່າຮົບປືນໃຫຍ່ໜ້າດິນ ໄດ້ໃຫ້ຮູ້ວ່າ: ພາຍຫຼັງ ທີ່ຄະນະພັກ-ຄະນະບັນຊາ ໄດ້ແຕ່ງຕັ້ງ ແລະ ມອບໝາຍໜ້າທີ່ແລ້ວ ໄດ້ຈັດຕັ້ງກຳລັງເລີ່ມຫັດແອບຕາມລະບຽບຫຼັກການຕ່າງໆ ເລີ່ມແຕ່ວັນຈັນ-ວັນອາທິດ, ຫັດແອບທັງເຊົ້າ-ແລງ ພ້ອມນີ້, ຍັງຮຽກຮ້ອງໃຫ້ພະນັກງານ-ນັກຮົບ ກ້ອນເຫຼົ່າຮົບປືນໃຫຍ່ໜ້າດິນ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ເຂົ້າໃນການຈັດຕັ້ງປະຕິບັດແຜນການເຝິກຊ້ອມ, ເອົາໃຈໃສ່ກຳແໜ້ນດ້ານຫຼັກການ, ການເຄື່ອນເໜັງ ເຕັກນິກຈັງຫວະຕ່າງໆ ໃຫ້ຖືກຕ້ອງ ແລະ ຄົບຖ້ວນ ທັງຮັບປະກັນໄດ້ຄວາມປອດໄພ ແລະ ຄວາມເປັນລະບຽບຈົບງາມ. ສະຫາຍ ຮ້ອຍເອກ ສົມປອງ ໄຊຍະເວດ ພະນັກງານເຂົ້າຮ່ວມສວນສະໜາມກ້ອນເຫຼົ່າຮົບປືນໃຫຍ່ໜ້າດິນ ໄດ້ຕາງໜ້າໃຫ້ພະນັກງານ-ນັກຮົບ ສະແດງຄວາມຮູ້ສຶກພາກພູມໃຈ ທີ່ໄດ້ເຂົ້າຮ່ວມເດີນສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ພາຍຫຼັງໄດ້ຮັບການຄັດເລືອກ ໄດ້ກຽມພ້ອມທາງດ້ານສຸຂະພາບ, ລະບຽບວິໄນ, ການເຂົ້າສູນເຝິກຊ້ອມ, ເຊິ່ງປັດຈຸບັນ ພະນັກງານ-ນັກຮົບ ກ້ອນກຳລັງເຫຼົ່າຮົບປືນໃຫຍ່ໜ້າດິນ ມີຄວາມສາມັກຄີ ມີຄວາມຫ້າວຫັນໃນການເຝິກຊ້ອມເປັນຢ່າງດີ, ພ້ອມໃຫ້ຄຳໝັ້ນສັນຍາວ່າ ໃນໄລຍະເຂົ້າເດີນກ້ອນສະໜາມສະເຫຼີມສະຫຼອງໃນມື້ແທ້ ຈະຮັບປະກັນໄດ້ຄວາມພ້ອມ, ທາງດ້ານຈັງຫວະທ່າທາງສີໜ້າ ໃຫ້ຄວາມເປັນລະບຽບຈົບງາມ. ໂອກາດດັ່ງກ່າວ, ສະຫາຍ ພັນໂທ ວົງເດືອນ ແກ້ວມະນີ ຍັງໄດ້ຮຽກຮ້ອງມາຍັງຄະນະຮັບຜິດຊອບ ຕະຫຼອດຮອດກ້ອນກຳລັງທຸກສະຫາຍ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຂອງຕົນ ເຂົ້າໃນການຈັດຕັ້ງປະຕິບັດແຜນການຫັດແອບ, ເອົາໃຈໃສ່ກຳແໜ້ນດ້ານຫຼັກການ, ການເຄື່ອນເໜັງເຕັກນິກ, ຈັງຫວະຕ່າງໆ ໃຫ້ຖືກຕ້ອງ ແລະ ຄົບຖ້ວນ ທັງຮັບປະກັນໄດ້ຄວາມປອດໄພ ເເລະ ຄວາມເປັນລະບຽບຈົບງາມ ເພື່ອເຮັດໃຫ້ການສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ມີບັນຍາກາດຟົດຟື້ນ, ກວ້າງຂວາງ ແລະ ມີຄວາມໝາຍ ຄວາມສໍາຄັນ. ເນື່ອງໃນໂອກາດ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີທີຈະມາເຖິງນີ້, ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບທຸກສະຫາຍ ຂໍອວຍພອນໄຊອັນປະເສີດ ໃຫ້ການນໍາພັກ-ລັດ, ຄະນະນໍາກະຊວງປ້ອງກັນປະເທດ ຈົ່ງມີສຸຂະພາບເຂັ້ມແຂງ, ສືບຕໍ່ນໍາພາ-ຊີ້ນໍາປະເທດຊາດ, ສືບຕໍ່ຊີ້ນໍາກອງທັບ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນທຸກດ້ານ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ