ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 15 ກຸມພາ 2026

  

ກອງບັນຊາການ ປກຊ-ປກສ ແຂວງບໍ່ແກ້ວ ອວຍພອນຕໍາຫຼວດລາດຕະເວນທາງນ້ຳ ປະຈຳຢູ່ສູນປະສານງານ ລາວ-ຈີນ
ເວລາອອກຂ່າວ: 2025-10-02 14:31:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 981 | ຄວາມນິຍົມ:



ວັນທີ 1 ຕຸລາ 2025 ນີ້, ກອງບັນຊາການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໄດ້ນໍາເອົາກະຕ່າດອກໄມ້ ແລະ ກະຕ່າຂອງຂວັນເຂົ້າອວຍພອນຕໍາຫຼວດລາດຕະເວນທາງນ້ຳທີ່ປະຈຳຢູ່ສູນປະສານງານ ລາວ-ຈີນ ບ້ານມອມ, ເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ ເນື່ອງໃນໂອກາດວັນຊາດ ສປ ຈີນ ຄົບຮອບ 76 ປີ (1 ຕຸລາ 1949-1 ຕຸລາ 2025), ນຳໂດຍ ສະຫາຍ ພົນຈັດຕະວາ ບຸນມີ ພາມີໄຊ ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ ແລະ ສະຫາຍ ພັນເອກ ປັນຍາ ແສງວິຈິດ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ພ້ອມຄະນະ, ເປັນກຽດຕອນຮັບບຂອງ ສະຫາຍ ພັນຕີ ຫວັງສີຫົວ ຫົວໜ້າສູນປະສານງານ ລາວ-ຈີນ. ສະຫາຍ ພົນຈັດຕະວາ ບຸນມີ ພາມີໄຊ ແລະ ສະຫາຍ ພັນເອກ ປັນຍາ ແສງວິຈິດ ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕະຫຼອດຮອດພະນັກງານ-ນັກຮົບພາຍໃນກົມກອງທົ່ວແຂວງ ຝາກຄວາມຢ້ຽມຢາມຖາມຂ່າວ ແລະ ຄໍາອວຍພອນອັນປະເສີດຂອງສາຍພົວພັນມິດຕະພາບລະຫວ່າງສອງຊາດ ທີ່ເຄີຍມີມູນເຊື້ອອັນດີຮ່ວມກັນຕະຫຼອດມາ ໂດຍສືບຕໍ່ສາຍພົວພັນຮ່ວມມືໃຫ້ໜັກແໜ້ນເຂັ້ມແຂງຂຶ້ນເລື້ອຍໆ ໃນການປະຕິບັດໜ້າທີ່ວຽກງານທີ່ຕົນເອງຮັບຜິດຊອບໃຫ້ມີຄວາມສະຫງົບໂດຍພື້ນຖານ, ຝາກຄຳອວຍພອນໄປຍັງກອງບັນຊາການຕຳຫຼວດລາດຕະເວນທາງນ້ຳ ແຂວງຢຸນນານ ໂດຍສະເພາະ ພະນັກງານ-ນັກຮົບ ທີ່ປະຈໍາການຢູ່ສູນປະສານງານ ລາວ-ຈີນ ມີສຸຂະພາບແຂງແຮງ ສືບຕໍ່ປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ສຳເລັດຜົນຢ່າງຈົບງາມ. ສະຫາຍ ພັນຕີ ຫວັງສີຫົວ ຫົວໜ້າສູນປະສານງານ ລາວ-ຈີນ ໄດ້ກ່າວສະແດງຄວາມ ຂອບໃຈຕໍ່ ຄະນະພັກ-ຄະນະບັນຊາ ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທີ່ໄດ້ນໍາເອົາຄໍາອວຍພອນອັນອົບອຸ່ນ, ໄມຕີຈິດ ມິດຕະພາບມາອວຍພອນໃນຄັ້ງນີ້ ພ້ອມທັງອວຍພອນໃຫ້ ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ຈົ່ງມີສຸຂະພາບເຂັ້ມແຂງ, ເຮັດສໍາເລັດໜ້າທີ່ວຽກງານ, ສືບຕໍ່ຮັກສາ ແລະ ເສີມຂະຫຍາຍໄມຕິຈິດມິດຕະພາບ ແລະ ການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ຈີນ-ລາວ, ລາວ-ຈີນ ໃຫ້ນັບມື້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ໂດຍ: ນາງ ນີ່ ທຳມະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ