ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 09 ມີນາ 2026

  

ປະກາດການຮັບຮອງເອົາຄະນະພັກຮາກຖານ ໂຮງຮຽນທະຫານຊາຍແດນ 712 ສະໄໝທີ II
ເວລາອອກຂ່າວ: 2025-09-12 10:50:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 6999 | ຄວາມນິຍົມ:



ໃນວັນທີ 9 ກັນຍາ 2025 ນີ້, ທີ່ ໂຮງຮຽນທະຫານຊາຍແດນ 712 ໄດ້ຈັດພິທີ ປະກາດການຮັບຮອງເອົາຄະນະພັກຮາກຖານ ໂຮງຮຽນທະຫານຊາຍແດນ 712 ສະໄໝທີ II ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ອຸ່ນຄຳ ສີແຫວນວົງສັກ ຮອງເລຂາຄະນະພັກ, ຜູ້ບັນຊາການທະຫານຊາຍແດນ, ມີຄະນະພັກ-ຄະນະອໍານວຍການ, ມີຕາງໜ້າຈາກກອງບັນຊາການທະຫານຊາຍແດນ, ບັນດາພະແນກການ ພ້ອມດ້ວຍພະນັກງານ-ນັກຮົບ ທົ່ວໂຮງຮຽນເຂົ້າຮ່ວມຢ່າງພ້ອມພຽງ. ສະຫາຍ ພັນໂທ ທົງໄຊ ອິນທະວົງ ຫົວໜ້າພະແນກຈັດຕັ້ງພັກ ກອງບັນຊາການທະຫານຊາຍແດນ ໄດ້ຜ່ານມະຕິຕົກລົງ ຂອງຄະນະພັກ ກອງບັນຊາການທະຫານຊາຍແດນ ວ່າດ້ວຍການຮັບຮອງເອົາຄະນະພັກຮາກຖານ ໂຮງຮຽນທະຫານຊາຍແດນ 712 ສະໄໝທີ II ເຊິ່ງໄດ້ຮັບຮອງເອົາຄະນະພັກຮາກຖານ ໂຮງຮຽນທະຫານຊາຍແດນ 712 ສະໄໝທີ II ຈຳນວນ 7 ສະຫາຍ ປະກອບມີ: ສະຫາຍ ພັນໂທ ຂຽນທອງ ໄຊສົມບູນ, ສະຫາຍ ພັນເອກ ສັກສົມບັດ ແກ້ວສິດທິວົງສາ, ສະຫາຍ ພັນຕີ ສິດທິໄຊ ອຸໄທລັດສະດີ, ສະຫາຍ ພັນໂທ ລອນ ແສນດາວເຮືອງ, ສະຫາຍ ພັນໂທ ສີໂຫ ດວງຈຳປາ, ສະຫາຍ ພັນໂທ ຄຳສະຖິດ ວົງຄຳຈັນ ແລະ ສະຫາຍ ພັນຕີ ບຸນເພັງ ໄຊສົມບູນ ໃນນັ້ນ, ໄດ້ຮັບຮອງເອົາເລຂາ, ຮອງເລຂາ, ປະທານ ແລະ ຮອງປະທານກວດກາພັກ ໂຮງຮຽນທະຫານຊາຍແດນ 712 ສະໄໝທີ II ດັ່ງນີີ້: ສະຫາຍ ພັນໂທ ຂຽນທອງ ໄຊສົມບູນ ເປັນເລຂາຄະນະພັກຮາກຖານ, ສະຫາຍ ພັນເອກ ສັກສົມບັດ ແກ້ວສິດທິວົງສາ ເປັນຮອງເລຂາຄະນະພັກຮາກຖານ, ສະຫາຍ ພັນຕີ ສິດທິໄຊ ອຸໄທລັດສະດີ ເປັນປະທານກວດກາພັກ, ສະຫາຍ ຫົວໜ້າຂະແໜງກວດກາ ເປັນຮອງປະທານກວດກາພັກ, ສະຫາຍ ຫົວໜ້າຂະແໜງປ້ອງກັນພາຍໃນ ເປັນຮອງປະທານກວດກາພັກ. ໂອກາດນີ້, ສະຫາຍ ພົນຈັດຕະວາ ອຸ່ນຄຳ ສີແຫວນວົງສັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ຂອງກອງປະຊຸມໃຫຍ່ຄະນະພັກຮາກຖານ ໂຮງຮຽນທະຫານຊາຍແດນ 712 ຄັ້ງທີ II, ພ້ອມທັງ ເນັ້ນໜັກໃຫ້ຄະນະພັກຊຸດໃໝ່ ຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ, ຍົກສູງຄວາມເປັນແບບຢ່າງນຳໜ້າ ແລະ ນຳພາຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຕ່າງໆ ໃຫ້ມີຜົນສຳເລັດສູງ, ຕ້ອງຖືເອົາວຽກງານການເມືອງ-ແນວຄິດເປັນວຽກແຖວໜ້າ ເພື່ອສຶກສາອົບຮົບພະນັກງານ-ນັກຮົບເຊື່ອມຊຶມກຳແໜ້ນຕໍ່ນະໂຍບາຍຂອງພັກ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ສືບຕໍ່ປະຕິບັດແນວທາງຍຸດທະສາດຂອງພັກ, ຈັດຕັ້ງຜັນຂະຫຍາຍຄຳສັ່ງແນະນຳ ຂອງກົມການເມືອງສູນກາງພັກ ວ່າດ້ວຍມາດຕະການຫັນກຳລັງລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ, ສືບຕໍ່ນຳພາ-ຊີ້ນໍາໂຮງຮຽນ ກໍຄືຂະແໜງການຂອງຕົນ ໃນການຈັດຕັ້ງຜັນຂະຫຍາຍ ມະຕິວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະ ພັກກະຊວງປ້ອງກັນປະເທດວາງອອກ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ ບົນພື້ນຖານປະຕິບັດຫຼັການລວມສູນປະຊາທິປະໄຕຢ່າງເຂັ້ມງວດ, ຖືເອົາວຽກງານກວດກາພັກ ກວດກາກົມກອງ ເປັນໜຶ່ງໃນຫຼັກການນຳພາຂອງພັກ, ສຶກສາອົບຮົມໃຫ້ນາຍ ແລະ ພົນທະຫານ, ນັກຮຽນ-ນັກສຶກສາທຸກລະບົບກຳແໜ້ນປະຕິບັດທິດນຳເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕາມທ່າແຮງບົ່ມຊ້ອນຂອງກົມກອງ, ຕ້ອງເປັນແບບຢ່າງນຳໜ້າທຸກຂົງເຂດວຽກງານຂອງກົມກອງ, ຕ້ອງເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນໝູ່ຄະນະ, ເພີ່ມທະວີຄວາມຮັບຜິດຊອບໜ້າທີ່ການເມືອງໃຫ້ສູງຂຶ້ນ ໃຫ້ສົມກັບຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຂອງຜູ້ແທນກອງປະຊຸມໃຫຍ່ທີ່ໄດ້ຄັດເລືອກເອົາບັນດາສະຫາຍເປັນຄະນະພັກ, ເປັນຫຼັກແຫຼ່ງ, ເປັນແກນນຳທີ່ແທ້ຈິງ ແລະ ນຳພາກົມກອງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ໂດຍ: ພິລະສອນ ວັນວິໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ