ຜູ້ບັນຊາການທະຫານຊາຍແດນ ໂອ້ລົມນັກຮຽນ-ນັກສຶກສາ ຢູ່ໂຮງຮຽນທະຫານຊາຍແດນ 712
ເວລາອອກຂ່າວ: 2025-09-12 10:36:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 6903 | ຄວາມນິຍົມ: ![]()
ວັນທີ 9 ກັນຍາ 2025 ນີ້, ສະຫາຍ ພົນຈັດຕະວາ ອຸ່ນຄໍາ ສີແຫວນວົງສັກ ຜູ້ບັນຊາການທະຫານຊາຍແດນ ໄດ້ພົບປະໂອ້ລົມ ນັກຮຽນ-ນັກສຶກສາ ປະຈຳສົກຮຽນ 2025-2026 ຢູ່ໂຮງຮຽນທະຫານຊາຍແດນ ໂດຍມີຄະນະພັກ - ຄະນະບັນຊາ, ຕາງໜ້າຈາກກົມທະຫານຊາຍແດນ, ບັນດາພະແນກການ ແລະ ນັກຮຽນ ທົ່ວໂຮງຮຽນເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ອຸ່ນຄຳ ສີແຫວນວົງສັກ ໄດ້ກ່າວວ່າ: ການຈັດຕັ້ງອົບຮົມກໍ່ສ້າງໃນສົກປີ 2025-2026 ນີ້ ເຊິ່ງໂຮງຮຽນພວກເຮົາຈະໄດ້ອົບຮົມກໍ່ສ້າງໃນ 5 ເປົ້າໝາຍເຊັ່ນ: ບຳລຸງຄຸ້ມຄອງຊາຍແດນ 6 ເດືອນ, ບຳລຸງສືບຂ່າວຊາຍແດນ 3 ເດືອນ, ກໍ່ສ້າງຊັ້ນກາງ 2 ປີ, ກໍ່ສ້າງນາຍສິບຄຸ້ມຄອງຊາຍແດນ ແລະ ສືບຂ່າວຊາຍແດນ 10 ເດືອນ, ພ້ອມທັງໄດ້ເນັ້ນ ໜັກໃຫ້ນັກຮຽນແຕ່ລະສະຫາຍຕັ້ງໜ້າຮໍ່າຮຽນເພື່ອກໍາໄດ້ທິດສະດີ, ຫຼັກການວຽກງານບັນຊາ ແລະ ວິຊາສະເພາະປ້ອງກັນຊາຍແດນ ຈາກຄູ-ອາຈານ ທີ່ຖ່າຍທອດຄວາມຮູ້ໃຫ້ບັນດາສະຫາຍ ເພື່ອນຳໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ ຂອງກົມກອງໃຫ້ເກີດຜົນປະໂຫຍດສູງສຸດ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ທັງຄຸນສົມບັດສິນທໍາປະຕິວັດ ແລະ ການອອກແຮງງານ, ເພີ່ມທະວີຄວາມສາມັກຄີພາຍໃນລະຫວ່າງພະນັກງານ-ນັກຮົບ ແລະ ນັກຮຽນໃຫ້ແໜ້ນແຟ້ນ, ຕັ້ງໜ້າປະຕິບັດຂໍ້ກຳນົດກົດລະບຽບຂອງກອງທັບ ແລະ ໂຮງຮຽນວາງອອກຢ່າງເຂັ້ມງວດ ໂດຍຖືເອົາ 7 ລະບອບ 18 ວຽກ ເປັນໄມ້ຫຼາວັດແທກຕົນເອງໃຫ້ມີລະບຽບວິໄນ ເພື່ອສ້າງຄວາມເຂັ້ມແຂງຂອງບຸກຄົນ ແລະ ຄວາມເຂັ້ມແຂງຂອງໂຮງຮຽນທະຫານຊາຍແດນ, ປະກອບສ່ວນເຂົ້າໃນການປັບປຸງກໍ່ສ້າງກົມກອງແກ້ໄຂຊີວິດການເປັນຢູ່ ຍົກສູງນ້ຳໃຈເພິ່ງຕົນເອງກຸ້ມຕົນເອງ ແລະ ສ້າງຄວາມເຂັ້ນແຂງດ້ວຍຕົນເອງ, ພ້ອມກັນຮັກສາອະນາໄມ ແລະ ທຳຄວາມສະອາດຄ້າຍຄູໃຫ້ສະອາດຈົບງາມຢູ່ສະເໝີ, ເຖິງແນວໃດກໍ່ຕາມ ຕະຫຼອດໄລຍະເວລາທີ່ພວກສະຫາຍຈະໄດ້ດຳລົງຊີວິດ ແລະ ສຶກສາຄົ້ນຄວ້າຮ່ຳຮຽນຢູ່ໂຮງຮຽນແຫ່ງນີ້ ທຸກສະຫາຍຕ້ອງໄດ້ພ້ອມກັນຜ່ານຜ່າສຸມສະຕິປັນຍາຂອງຕົນໃນການຄົ້ນຄວ້າຮ່ຳຮຽນ ຍາດເອົາບົດຮຽນອັນໃໝ່ຈາກຄູ-ອາຈານ ທັງເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນສົມບັດສິນທຳປະຕິວັດ ໃຫ້ກາຍເປັນຜູ້ບັນຊາ-ນຳພາທີ່ດີ ຂອງເຫຼົ່າຮົບໃນສະເພາະໜ້າ ແລະ ຍາວນານ.
ຂຽນໂດຍ: ພິລະສອນ ວັນວິໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















