ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 08 ກັນຍາ 2026

  

ໂຮງໝໍສູນກາງ 103 ກອງທັບ ປາຖະກະຖາສອງວັນປະຫວັດສາດ
ເວລາອອກຂ່າວ: 2025-09-12 10:29:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 6382 | ຄວາມນິຍົມ:



ວັນທີ 11 ກັນຍາ 2025 ນີ້, ໂຮງໝໍສູນກາງ 103 ກອງທັບ ໄດ້ຈັດຕັ້ງພິທີປາຖະກະຖາສອງວັນປະຫັວດສາດຄື: ວັນຄ້າຍວັນເກີດຂອງ ປະທານ ສຸພານຸວົງ ຄົບຮອບ 116 ປີ ແລະ ວັນຍຶດອຳນາດ 23 ສິງຫາ 1975 ຄົບຮອບ 50 ປີ ທີ່ສະໂມສອນໃຫຍ່ຊັ້ນ 2 ຂອງໂຮງໝໍສູນກາງ 103 ກອງທັບ ໂດຍການເປັນປະທານ ແລະ ໃຫ້ກຽດປາຖະກະຖາຂອງສະຫາຍ ພົນຈັດຕະວາ ດຣ ນາງ ມາລີວອນ ສຸລິຍະແສງ ຫົວໜ້າການເມືອງໂຮງໝໍສູນກາງ 103 ກອງທັບ, ມີສະຫາຍ ພັນເອກ ດຣ ນາງ ອຳພອນ ພົມມະທາ ຫົວໜ້າຫ້ອງການເມືອງໂຮງໝໍສູນກາງ 103 ກອງທັບ, ມີຄະນະຫ້ອງ, ຄະນະພະແນກ ແລະ ພ້ອມດ້ວຍພະນັກງານ-ນັກຮົບພາຍໃນໂຮງໝໍເຂົ້າຮ່ວມ. ຈຸດປະສົງຂອງການປາຖະກະຖາສອງວັນປະຫັວດສາດໃນຄັ້ງນີ້ ກໍ່ເພື່ອເປັນການເຜີຍແຜ່ເຊື່ອມຊືມໃຫ້ພະນັກງານ-ນັກຮົບພາຍໃນໂຮງໝໍສູນກາງ 103 ກອງທັບ ໄດ້ຮັບຮູ້ເຂົ້າໃຈ ແລະ ຮ່ຳຮຽນເອົາມູນເຊື້ອ, ຜົນງານ, ຄຸນງາມຄວາມດີ, ຄວາມເປັນແບບຢ່າງ, ຄວາມເສຍສະຫຼະ, ຄວາມມີນໍ້າໃຈອັນອົງອາດກ້າແກ່ນຂອງທ່ານປະທານ ສຸພານຸວົງ ຜູ້ນຳທີ່ເເສນເຄົາຮັກຂອງປວງຊົນລາວທັງຊາດ ກາຍເປັນບົດຮຽນອັນລ້ຳຄ່າ ໜູນໃຊ້ເຂົ້າໃນການດຳລົງຊີວິດໃຫ້ມີຄວາມປອດໄສຂາວສະອາດ, ມີແບບແຜນວິທີເຮັດວຽກທີ່ຖືກຕ້ອງ ແລະ ກາຍເປັນເເວ່ນແຍງອັນໃສແຈ້ງໃຫ້ແກ່ຄົນຮຸ່ນຫຼັງໄດ້ຈົດຈຳເຖິງຜົນງານ, ຄຸນງາມຄວາມດີຂອງເພີ່ນທີ່ໄດ້ເຄື່ອນໄຫວໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ສາມາດຍາດໄດ້ໄຊຊະນະ. ນອກຈາກນັ້ນ ຍັງໄດ້ຍົກໃຫ້ເຫັນເຖິງເຫດການການເມືອງສຳຄັນຂອງຊາດໃນເມື່ອກ່ອນກໍຄື ວັນຍຶດອຳນາດເດືອນ ສິງຫາ 1945 ແລະ ວັນຍຶດອຳນາດ 23 ສິງຫາ 1975 ຈິ່ງມີຄວາມໝາຍສຳຄັນຫຼາຍຂອງປວງຊົນລາວທັງຊາດ ເພາະວ່າ ໄຊຊະນະດັງກ່າວ ແມ່ນໝາກຜົນແຫ່ງການຕໍ່ສູ້ຍືດເຍື້ອຍາວນານຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ແມ່ນຜົນທີ່ເກີດມາຈາກຄວາມອົງອາດກ້າຫານປະດິດສ້າງແຫ່ງການນຳໃຊ້ 3 ບາດຄ້ອນຍຸດທະສາດ ເພື່ອຍຶດອຳນາດການປົກຄອງໃນທົ່ວປະເທດແບບ (ບົວບໍ່ຊ້ຳ ນ້ຳບໍ່ຂຸ່ນ) ແມ່ນໄຊຊະນະຂອງແນວທາງປະຕິວັດອັນຖືກຕ້ອງ ແລະ ການນຳພາອັນສະຫຼາດສ່ອງໄສຂອງພັກ ທີ່ໝູນໃຊ້ລັດທິມາກ-ເລນິນ ເຂົ້າໃນພຶດຕິກຳຕົວຈິງຂອງການປະຕິວັດຢ່າງປະດິດສ້າງ ແມ່ນໄຊຊະນະຂອງກຳລັງແຮງແຫ່ງຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງປວງຊົນທັງຊາດ ແລະ ໄດ້ສະຖາປະນາສາທາລະນະລັດຂຶ້ນໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ. ເພື່ອສືບຕໍ່ມູນເຊື້ອພາລະກິດໝາກຜົນແຫ່ງການປະຕິວັດໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພະນັກງານ-ນັກຮົບກໍຄືຜູ້ສືບທອດຕ້ອງໄດ້ເພີ່ມທະວີສຶກສາອົບຮົມການເມືອງນຳພາແນວຄິດດ້ວຍຫຼາຍຮູບການໃຫ້ກວ້າງຂວາງເລິກເຊິ່ງ, ປຸກລະດົມເສີມຂະຫຍາຍມູນເຊື້ອ 23 ສິງຫາ ເຂົ້າສູ່ວຽກງານຕົວຈິງ ແລະ ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃຫ້ເປັນແບບຢ່າງນຳໜ້າທຸກວຽກງານ, ມີຄຸນສົມບັດສິນທຳປະຕິວັດ ນຳເອົາແນວທາງນະໂຍບາຍຂອງພັກ-ລັດໄປຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ. ຂຽນຂ່າວ: ພັຕ ຕຸ້ຍ ອິນທະວົງສ໌



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ