ຫົວໜ້າພະແນກການເມືອງ ກອງພັນໃຫຍ່ 11 ເນັ້ນໃຫ້ກອງຮ້ອຍ 174 ຍາດແຍ່ງເອົາບົດຮຽນນຳຄູ່ຮ່ວມຊ້ອມຮົບໃຫ້ມີຄວາມຊຳນິຊຳນານ
ເວລາອອກຂ່າວ: 2025-09-12 09:24:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 5611 | ຄວາມນິຍົມ: ![]()
ກອງຮ້ອຍ 174 ປ້ອງກັນອາກາດ ກອງພັນໃຫຍ່ 11 ແມ່ນກົມກອງໜຶ່ງ ທີ່ໄດ້ເຂົ້າຮ່ວມການຊ້ອມຮົບຮ່ວມລາວ-ຣັດເຊຍ ພາຍໃຕ້ລະຫັດ "ລາໂຣສ໌ 2025" ຢູ່ສະໜາມຫັດແອບ ວິທະຍາຄານນາຍທະຫານບົກ ກົມມະດຳ. ສະນັ້ນ, ເພື່ອຮັບປະກັນໃຫ້ການເຂົ້າຮ່ວມຊ້ອມຮົບໃນຄັ້ງນີ້ ໄດ້ຮັບຜົນສຳເລັດ ຕາມແຜນການທີ່ວາງໄວ້ນັ້ນ, ສະຫາຍ ພັນໂທ ບຸນເກີດ ພະໄຊຍະວົງ ຫົວໜ້າພະແນກການເມືອງ ກອງພັນໃຫຍ່ 11 ໄດ້ເນັ້ນໜັກໃຫ້ພະນັກງານ-ນັກຮົບກອງຮ້ອຍ 174 ປ້ອງກັນອາກາດ ທີ່ກຳລັງສຸມໃສ່ເຮັດໜ້າທີ່ຫັດແອບຢູ່ພາກສະໜາມຕົວຈິງ ຕ້ອງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ຕິດພັນກັບ ການປະຕິບັດໜ້າທີ່ວິຊາສະເພາະໃຫ້ຮັດກຸມ ພ້ອມກັນອົດທົນຜ່ານຜ່າອຸປະສັກຫຍຸ້ງຍາກຕ່າງໆ, ພ້ອມກັນຖອດຖອນບົດເອົາຮຽນນຳຄູ່ຮ່ວມຊ້ອມຮົບໃຫ້ມີຄວາມຊຳນິຊຳນານ, ຖືກ
ຕ້ອງຕາມຫຼັກການ ໃນການນຳໃຊ້ອາວຸດຍຸດໂທປະກອນ ແລະ ຮັກສາໄດ້ຄວາມສາມັກຄີຮ່ວມມືສອງຊາດ ລາວ-ຣັດເຊຍ, ເອົາໃຈໃສ່ປະຕິບັດຂໍ້ກຳນົດລະບຽບ
ຂອງກອງທັບກໍຄື ລະບຽບພາກສະໜາມ ໃຫ້ເຂັ້ມງວດ ເພື່ອເຮັດໃຫ້ການຫັດແອບໃນຄັ້ງນີ້ມີຜົນສຳເລັດຈົບງາມ ແລະ ຮັບປະກັນໄດ້ຄວາມປອດໄພ 100%.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















