ທີມນັກກິລາເຮືອຊ່ວງ ທະຫານແຂວງສາລະວັນ ກະກຽມຄວາມພ້ອມຮອບດ້ານ ເພື່ອເຂົ້າຮ່ວມຊີງໄຊ ໃນງານບຸນຊ່ວງເຮືອ ປະຈຳປີ 2025
ເວລາອອກຂ່າວ: 2025-09-12 09:23:25 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 5607 | ຄວາມນິຍົມ: ![]()
ເພື່ອເປັນການຊຸກຍູ້ສົ່ງເສີມ ວຽກງານອົງການຈັດຕັ້ງມະຫາຊົນຊາວໜຸ່ມ ໃນທົ່ວກອງບັນຊາການທະຫານແຂວງສາລະວັນ ໃຫ້ມີຂະບວນການກວ້າງ
ຂວາງ ເປັນຕົ້ນແມ່ນ ດ້ານວຽກງານກິລາມວນຊົນປະເພດຕ່າງໆ ໃຫ້ມີຄວາມຟົດຟື້ນ ແລະ ຕໍ່ເນື່ອງ, ສະຫາຍ ພັນໂທ ແສງເພັດ ຫຼວງສຸລິວັນ ຮອງຫົວໜ້າຫ້ອງການເມືອງ, ທັງເປັນຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ກອງບັນຊາການທະຫານແຂວງສາລະວັນ ໄດ້ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ຄະນະພັກ-ຄະນະບັນຊາພວກເຮົາ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານ-ນັກຮົບ ທັງປຸກລະດົມດ້ານແນວຄິດຈິດໃຈໃຫ້ເຂົາເຈົ້າມີຄວາມຫ້າວຫັນ ເຂົ້າຮ່ວມຂະບວນການດ້ານຕ່າງໆ ທີ່ກົມກອງ ກໍຄື ຂອບເຂດແຂວງອ້ອມຂ້າງຈັດຂຶ້ນ ພ້ອມທັງໄດ້ສ້າງຂະບວນການດ້ານກິລາມວນຊົນສະໝັກຫຼິ້ນ ເພື່ອຕ້ອນຮັບວັນສຳຄັນຕ່າງໆ ຂອງພັກ, ຂອງຊາດ ຢ່າງເປັນປົກກະຕິ ແລະ ໄດ້ສ້າງກິດຈະກຳຮ່ວມກັບບັນດາອົງການຈັດຕັ້ງພາກລັດ ພາຍໃນແຂວງສາລະວັນ ຕາມເງື່ອນໄຂ ແລະ ຄວາມສະດວກ. ໃນນັ້ນ, ກິລາເຮືອຊ່ວງສະໝັກຫຼິ້ນ ກໍແມ່ນປະເພດກິລາຊະນິດໜຶ່ງທີ່ທາງຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງສາລະວັນ ຂອງພວກເຮົາໄດ້ໃຫ້ຄວາມສຳຄັນ ໃນຊຸມປີທີ່ຜ່ານມາ, ກໍໄດ້ຈັດຕັ້ງນຳພານັກກິລາເຂົ້າຮ່ວມແຂ່ງຂັນ ຢ່າງເປັນປົກກະຕິ ແລະ ສາມາດຍາດໄດ້ຂັນລາງວັນມາຄອງຫຼາຍສະໄໝ. ສຳລັບງານບຸນຊ່ວງເຮືອແຂວງສາລະວັນໃນປີນີ້ ຄະນະພັກ-ຄະນະບັນຊາພວກເຮົາ ກໍໄດ້ຈັດຕັ້ງເຝິກຊ້ອມ ພ້ອມທັງໄດ້ແຕ່ງຕັ້ງຄະນະຮັບຜິດຊອບ, ຄູເຝິກ ແລະ ຄັດເລືອກນັກກິລາສີພາຍ ຜູ້ທີ່ມີຄວາມຊຳນິຊຳນານ ມາປະກອບໃສ່ໃຫ້ໄດ້ຄົບຕາມຈຳນວນສີພາຍຂອງແຕ່ລະປະເພດ ເພື່ອຈັດຕັ້ງລົງເຝິກຊ້ອມໃຫ້ທັນກັບກຳນົດເວລາ, ກຽມຄວາມພ້ອມ ເຂົ້າຮ່ວມການແຂ່ງຂັນ ໃນງານບຸນຊ່ວງເຮືອ ປະຈຳປີ 2025 ຂອງແຂວງສາລະວັນ ແລະ ຕ່າງແຂວງ ຕາມເງື່ອນໄຂ.
ສະຫາຍ ພັນໂທ ເກດສະດາ ຫອມດວງພະຈັນ ຫົວໜ້າພະແນກບໍລິຫານ-ຫ້ອງການ ກອງບັນຊາການທະຫານແຂວງສາລະວັນ, ທັງເປັນຄະນະຮັບຜິດຊອບນັກກິລາເຮືອຊ່ວງສະໝັກຫຼິ້ນ ກອງບັນຊາການ ໄດ້ໃຫ້ຮູ້ວ່າ: ທີມນັກກິລາເຮືອຊ່ວງສະໝັກຫຼິ້ນ ກອງບັນຊາການພວກເຮົາ ແມ່ນໄດ້ເລີ່ມເກັບໂຕເຝິກຊ້ອມທີ່ທ່ານ້ຳບ້ານໂພນຕານ ເມືອງສາລະວັນ ແຂວງສາລະວັນ ນັບແຕ່ວັນທີ 10 ສິງຫາ 2025 ຈົນມາຮອດປັດຈຸບັນ ແມ່ນມີຄວາມຊຳນານໃນລະດັບທີ່ຄູເຝິກໄດ້ຕັ້ງເປົ້າໝາຍໄວ້, ນັກກິລາແຕ່ລະສະຫາຍ ມີນ້ຳໃຈມັກຮັກ ແລະ ມີຄວາມກະຕືລືລົ້ນໃນການມີສ່ວນຮ່ວມ ຕໍ່ກິລາເຮືອຊ່ວງ ພ້ອມທັງມີຄວາມໝັ້ນໃຈສູງ ແລະ ມີຄວາມສາມັກຄີພາຍໃນເປັນຢ່າງດີ ເຊິ່ງສະແດງອອກໃນການປະຕິບັດຂໍ້ກຳນົດ-ກົດລະບຽບໃນໄລຍະເກັບໂຕເຝິກຊ້ອມ ແລະ ປະຕິບັດໂມງເວລາໃນການລົງເຝິກຊ້ອມແຕ່ລະວັນໄດ້ຕາມກຳນົດ, ເຖິງຈະພົບກັບຂໍ້ຫຍຸ້ງຍາກ ດ້ານສະພາບດິນຟ້າອາກາດຈະບໍ່ເອື້ອອຳນວຍ ບາງວັນຝົນຕົກ, ບາງວັນແດດຮ້ອນ ແຕ່ກໍບໍ່ເປັນອຸປະສັກໃນການເຝິກຊ້ອມ, ສາມາດຮັບປະກັນດ້ານຈຳນວນພົນ, ດ້ານລະບົບອັດຕາກິນ ແມ່ນບໍ່ໃຫ້ຂາດຕົກບົກຜ່ອງ, ສ່ວນຄະນະຮັບຜິດຊອບພວກເຮົາ ແມ່ນໄດ້ປະສານສົມທົບກັບຄະນະພັກ-ຄະນະບັນຊາກອງບັນຊາການ ຢ່າງເປັນປົກກະຕິ ເພື່ອລາຍງານສະພາບການ ແລະ ຂໍທິດຊີ້ນຳ, ໃນໄລຍະຜ່ານມາເຫັນວ່າ: ຄະນະພັກແຕ່ລະຂັ້ນ, ອົງການຈັດຕັ້ງມະຫາຊົນ ກໍຄື ຄອບຄົວການນຳ ແມ່ນໄດ້ມອບວັດຖຸປັດໄຈເປັນເຄື່ອງອຸປະໂພກ-ບໍລິໂພກ ເພື່ອຊຸກຍູ້ໃຫ້ຄະນະຄູເຝິກ ແລະ ນັກກິລາ ໄດ້ມີກຳລັງແຮງກາຍ, ແຮງໃຈ ໃນການເຝິກຊ້ອມ ເພື່ອກຽມພ້ອມຮອບດ້ານ ໃນການເຂົ້າຮ່ວມຊີງໄຊ ໃນງານບຸນຊ່ວງເຮືອ ປະຈຳປີ 2025 ທີ່ແຂວງສາລະວັນຈັດຂຶ້ນ ຍາດເອົາໃຫ້ໄດ້ໄຊຊະນະ ສ້າງຊື່ສຽງໃຫ້ກັບກອງບັນຊາການທະຫານແຂວງສາລະວັນ ໃຫ້ພົ້ນເດັ່ນຍິ່ງຂຶ້ນ.
ໂດຍ: ສຸກັນ ວົງສະຫວັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















