ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 21 ພຶດສະພາ 2026

  

ມອບ​ຄອມ​ພິວ​ເຕີ ໃຫ້​ຫ້ອງ​ພະລາທິການ ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ ເລກ 2 ວຽງ​ໄຊ
ເວລາອອກຂ່າວ: 2025-09-12 09:21:33 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 5655 | ຄວາມນິຍົມ:



ວັນ​ທີ 4 ກັນຍາ 2025 ນີ້, ທ່ານ ຈັນ​ລະກາ ທັນ​ພິລົມ ອຳນວຍ​ການ​ຝ່າຍ​ບໍລິການ ສະ​ຖາ​ບັນ ຈຸ​ລະ​ພາກ ທີ່​ຮັບ-ຝາກ​ເງິນ ຈຳປາ​ສັກ ຈຳກັດ ໄດ້​ນຳ​ເອົາ​ເຄື່ອງ​ຄອມ​ພິວ​ເຕີ​ຈຳນວນ 1 ຊຸດ ລວມ​ມູນ​ຄ່າ 7.798.000 ກີບ ມາ​ມອບ​ໃຫ້ ຫ້ອງ​ພະລາທິການ ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ​ເລກ 2 ວຽງ​ໄຊ, ໂດຍ​ການ​ກ່າວ​ຮັບ​ຂອງ​ສະຫາຍ ພັນ​ໂທ ຄຳ​ພວງ ຕະ​ອອນ​ເກດ ຮອງ​ຫົວໜ້າ​ຫ້ອງ​ພະລາທິການ ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ ເລກ 2 ວຽງ​ໄຊ ພ້ອມ​ຄະນະ ພ້ອມ​ທັງ​ໄດ້​ຕາງໜ້າ​ຄະ ນະ ສະແດງ​ຄວາມ​ຂອບໃຈ​ມາ​ຍັງ ທ່ານ ຈັນ​ລະກາ ທັນ​ພິລົມ ທີ່​ເຫັນ​ໄດ້​ຄວາມ​ສຳຄັນ ແລະ ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າທີ່​ວຽກ​ງານ, ທັງ​ເປັນ​ການ​ຮັດ​ແໜ້ນ​ຄວາມ​ສາມັກຄີ​ຮັກແພງ, ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ, ເຊິ່ງ​ປະຈຸ​ບັນ ໂຮງຮຽນ​ພວມ​ອອກແຮງ​ແຂ່ງຂັນ​ກັນ ສ້າງ​ຂະ​ບວນ​ການ​ຂ່ຳນັບ​ຮັບ​ຕ້ອນ​ວັນ​ສຳຄັນ​ຕ່າງໆ ຂອງ​ຊາດ, ຂອງ​ພັກ, ຂອງ​ກອງທັບ ຢ່າງ​ເປັນ​ຂະ​ບວນ​ການ​ຟົດຟື້ນ ແລະ ອວຍພອນ​ໃຫ້​ທ່ານ ຈັນ​ລະກາ ທັນ​ພິລົມ ຈົ່ງ​ມີ​ສຸຂະພາບ​ແຂງແຮງ, ມີ​ຄວາມ​ຜາ​ສຸກ​ໃນ​ຊີວິດ​ສ່ວນ​ຕົວ ແລະ ຄອບຄົວ, ດຳເນີນ​ທຸລະ​ກິດ​ໃຫ້​ຈະເລີນ​ກ້າວໜ້າ. ໂດຍ: ຄຳ​ແປງ ຟອງ​ສາຍໄໝ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ