ເຜີຍແຜ່ເອກະສານ ວ່າດ້ວຍວຽກງານກວດກາ ພັກ-ລັດ ແລະ ອົບຮົມ ເອກະສານກວດກາງົບປະມານ
ເວລາອອກຂ່າວ: 2025-09-12 09:13:20 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 6003 | ຄວາມນິຍົມ: ![]()
ວັນທີ 1 ກັນຍາ 2025 ນີ້, ຢູ່ທີ່ໂຮງງານປະສານເຫຼົ່າຫຼວງພະບາງ ໄດ້ຈັດຕັ້ງເຜີຍແຜ່ເອກະສານ ວ່າດ້ວຍວຽກງານກວດກາພັກ-ລັດ ແລະ ອົບຮົມເອກະສານກວດກາງົບປະມານ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ວຽງທອງ ພັດທະສິດ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເຕັກນິກກອງທັບ, ມີຄະນະພັກ-ຄະນະອຳນວຍການ, ບັນດາພະແນກການ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນເອກ ວຽງທອງ ພັດທະສິດ ໄດ້ຂຶ້ນເຜີ່ຍແຜ່ເອກະສານ ວ່າດ້ວຍວຽກງານກວດກາ ພັກ-ລັດ ແລະ ເອກະສານກວດກາງົບປະມານ ຂອງບັນດາກົມກອງ ທີ່ຂື້ນກັບກົມໃຫຍ່ເຕັກນິກກອງທັບ ພ້ອມທັງ ບັນລະຍາຍ
ແລະ ຈັດຕັ້ງປະຕິບັດການເຝິກອົບຮົມວິທີລົງກວດກາງົບປະມານ ຂອງກົມກອງຕົວຈິງ ເພື່ອໃຫ້ຮູ້ກ່ຽວກັບບາດກ້າວ, ຂັ້ນຕອນຂອງການຈັດຕັ້ງປະຕິບັດໃນການກວດກາ ແຕ່ລະຂັ້ນ ເຊີ່ງປະກອບມີ 9 ຮ່າງເອກະສານ ຄື: ຮ່າງມະຕິຕົກລົງ ຂອງຄະນະພັກ ວ່າດ້ວຍການແຕ່ງຕັ້ງຄະນະກວດກາງົບປະມານກົມກອງ, ຮ່າງແຜນການກວດກາງົບປະມານປະຈຳປີກົມກອງ, ຮ່າງບົດບັນທຶກການກວດ
ກາງົບປະມານກົມກອງ, ຮ່າງລາຍງານຜົນການກວດກາງົບປະມານກົມກອງ, ຮ່າງບົດສະຫຼຸບລາຍຮັບ-ລາຍຈ່າຍ ປະຈຳເດືອນ ຫຼື ປະຈຳປີ, ຮ່າງບົດສະຫຼຸບຮ່ວງເງິນສະຕິພັກ ໄຕມາດ ຫຼື ປະຈຳປີ, ຮ່າງບົດສະຫຼຸບຮ່ວງເງິນສະຕິຊາວໜຸ່ມ, ຮ່າງບົດສະຫຼຸບຮ່ວງເງິນສະຕິແມ່ຍິງ, ຮ່າງບົດສະຫຼຸບຮ່ວງເງິນກອງທຶນ. ທັງນີ້ ກໍເພື່ອຊຸກຍູ້ເປົ້າໝາຍທີ່ຖືກກວດກາຢູ່ໃນຄວາມຮັບຜິດຊອບ ຂອງຕົນປະຕິບັດຜົນການກວດກາ ເພື່ອແກ້ໄຂຂົງເຂດວຽກງານດັ່ງກ່າວ ໃຫ້ມີຄວາມຖືກຕາມລະບຽບຫຼັກການຕ່າງໆຢ່າງເຂັ້ມງວດ, ໃຫ້ແຕ່ລະຂອບເຂດຂອງວຽກງານໄດ້ຮັບການຊີ້ນຳຢ່າງໃກ້ຊິດຖືເອົາວຽກງານກວດກາຕິດພັນກັບການນຳພາ-ຊີ້ນຳ ແລະ ປັບປຸງແບບແຜນວິທີເຮັດວຽກ ຂອງຕົນໂດຍມີການປະສານສົມທົບ ລະຫວ່າງ ກວດກາພັກ, ກວດກາລັດໃນການຕິດຕາມ, ຊຸກຍູ້ວຽກງານແຕ່ລະດ້ານເປັນປົກກະຕິຕໍ່ເນື່ອງ, ຄະນະບໍລິຫານງານພັກ ແຕ່ລະຂົງເຂດໄດ້ຮັບຄວາມເຊື່ອໝັ້ນຈາກຂັ້ນເທິງ ແລະ ໄດ້ຮັບຄວາມໄວ້ວາງໃຈ ຈາກສະມາຊິກພັກ, ພະນັກງານ ໃຫ້ນັບມື້ຫຼາຍຂຶ້ນ.
ໂອກາດນີ້, ສະຫາຍ ພັນເອກ ວຽງທອງ ພັດທະສິດ ຍັງໄດ້ເນັ້ນໜັກ ໃຫ້ພ້ອມກັນນຳເອົາເນື້ອໃນເອກະສານດັ່ງກ່າວ ໄປຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍ ໃຫ້ແທດເໝາະກັບສະພາບການຕົວຈິງຢ່າງເລິກເຊີ່ງ ແລະ ມີປະສິດທິຜົນສູງ, ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ, ເປັນເຈົ້າການໃນການປະຕິບັດໜ້າທີ່ວິຊາສະເພາະ, ຊີ້ນຳ-ນຳພາຂົງເຂດຄວາມຮັບຜິດຊອບຂອງຕົນໃຫ້ໄດ້ຮັບຜົນດີ, ພ້ອມກັນເຮັດສຳເລັດໜ້າທີ່ ທີ່ຂັ້ນເທິງມອບໝາຍໃຫ້.
ໂດຍ: ອຸ່ນຄຳ ດວງປະເສີດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















