ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ເຊື່ອມຊຶມເອກະສານ ວຽກງານກຽມພ້ອມສູ້ຮົບ
ເວລາອອກຂ່າວ: 2025-09-11 15:02:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 6331 | ຄວາມນິຍົມ: ![]()
ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ໄດ້ຈັດຕັ້ງກອງປະຊຸມ ເຊື່ອມຊຶມເອກະສານ ວຽກງານກຽມພ້ອມສູ້ຮົບ ໃນວັນທີ 9 ກັນຍາ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ວົງມະນີຈັນ ສາມາວົງ ຫົວໜ້າການທະຫານ ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ, ມີຄະນະພັກ-ຄະນະບັນຊາ ຫ້ອງການ, ພະແນກການ, ກອງພັນ, ກອງຮ້ອຍເອກະລາດ ແລະ ພະນັກງານຊັ້ນພັນໂທ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳຫຼ້າ ວົງສົມພູ ຮອງຫົວໜ້າການທະຫານ ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ໄດ້ຜ່ານຄຳແນະນຳ ວ່າດ້ວຍມາດຕະຖານ ການກວດກາກຽມພ້ອມສູ້ຮົບຂອງອົງການ, ກົມກອງ, ກົດລະບຽບຂອງໂຮງຮຽນ ແລະ ການເຄື່ອນໄຫວຂອງຜູ້ບັນຊາໃນເວລາສູ້ຮົບ, ອີີງຕາມ ຂໍ້ກຳນົດກຽມພ້ອມສູ້ຮົບ ກອງທັບປະຊາຊົນລາວ ເລກທີ 4441/ກປທ, ອີງຕາມ ຄຳສັ່ງ ຂອງກະຊວງປ້ອງກັນປະເທດ, ຄຳສັ່ງ ຂອງກົມໃຫຍ່ເສນາທິການກອງທັບ, ອີງຕາມ ຜົນສຳເລັດ ການເຜີຍແຜ່ ຄຳສັ່ງກຽມພ້ອມສູ້ຮົບ ຂອງລັດຖະມົນຕີກະຊວງປ້ອງກັນປະເທດ, ກົມໃຫຍ່ເສນາທິການກອງທັບ ແລະ ເອກະສານແນະນຳ ຂອງກົມວິຊາສະເພາະທີ່ຮັບປະກັນໃຫ້ການກຽມພ້ອມສູ້ຮົບ ເພື່ອເຮັດໃຫ້ການກວດກາ ມີຄວາມເປັນເອກະພາບ ຖືກກັບຈຸດພິເສດ ທີ່ຕັ້ງບົດບາດຂອງອົງການ, ກົມກອງ, ມີຕົວຊີ້ວັດຜົນສຳເລັດການຈັດຕັ້ງປະຕິບັດ, ພ້ອມນີ້ ໄດ້ກຳນົດຫຼັກການ, ລະບຽບ ມາດຕະການຕ່າງໆ ກ່ຽວກັບການຈັດຕັ້ງ, ການຄຸ້ມຄອງ, ກວດກາທຸກການເຄື່ອນໄຫວຂອງນັກຮຽນທຸກລະບົບ ໃຫ້ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ ຂໍ້ກຳນົດ, ກົດລະບຽບຕ່າງໆ ຂອງກອງທັບ, ຂອງໂຮງຮຽນ, ທັງເປັນບ່ອນອີງໃຫ້ແກ່ການບັນຊາ-ຄຸ້ມຄອງ ຂອງຄະນະບັນຊາແຕ່ລະຂັ້ນ, ອົງການທີ່ກ່ຽວຂ້ອງ ແລະ ນັກຮຽນທະຫານທຸກສະຫາຍ ໃນການເຝິກຝົນຫຼໍ່ຫຼອມຕົນເອງຮອບດ້ານ ຮັບປະກັນເຮັດສຳເລັດໜ້າທີ່ ພ້ອມທັງເປັນບ່ອນອີງ ໃຫ້ນັກຮຽນໃນເວລາຄົ້ນຄວ້າຮ່ຳຮຽນ,ປະຕິບັດລະບຽບວິໄນ ສາມາດຈັດຕັ້ງຜັນຂະຫຍາຍຢູ່ກົມກອງຢ່າງຖືກຕ້ອງ ເຂັ້ມງວດ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ວົງມະນີຈັນ ສາມາວົງ ໄດ້ຜ່ານຂໍ້ກຳນົດ ວ່າດ້ວຍກຽມພ້ອມສູ້ຮົບ ຂອງກອງທັບປະຊາຊົນລາວ, ອີງຕາມ ແນວທາງການທະຫານຂອງພັກໃນໄລຍະໃໝ່ ກ່ຽວກັບການປັບປຸງກໍ່ສ້າງກອງທັບປະຊາຊົນລາວ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ມີແບບແຜນ ແລະ ທັນສະໄໝ ສາມາດເຮັດລ້ອນໜ້າທີ່ການເມືອງຂອງຕົນໃນໄລຍະໃໝ່ ຂອງການປະຕິວັດ, ອີງຕາມ ສະພາບພາຍນອກ ທີ່ເປັນການທ້າທາຍຕໍ່ຄວາມສະຫງົບປອດໄພ, ຄວາມໝັ້ນຄົງຂອງປະເທດ ແລະ ຈຸດພິເສດ ສະພາບຕົວຈິງຢູ່ພາຍໃນປະເທດ ມີຄວາມຮຽກຮ້ອງຕ້ອງການ ໃຫ້ກອງທັບປະຊາຊົນລາວ ຍິ່ງຕ້ອງໄດ້ຍົກສູງສະຕິລະວັງຕົວກຽມພ້ອມສູ້ຮົບຢູ່ສະເໝີ. ປະກອບມີ 5 ພາກ ໃນນີ້, ມີບົດບັນຍັດທົ່ວໄປ, ບັນດາພາວະການກຽມພ້ອມສູ້ຮົບ ຂອງກອງທັບປະຊາຊົນລາວ, ສິດອອກຄໍາສັ່ງ, ສິດກວດກາການຫັນພາວະກຽມພ້ອມສູ້ຮົບ, ເນື້ອໃນເອກສານສັ່ງຫັນພາວະກຽມພ້ອມສູ້ຮົບ ກອງທັບປະຊາຊົນລາວ, ການຈັດຕັ້ງປະຕິບັດຫັນພາວະກຽມພ້ອມສູ້ຮົບ, ບົດບັນຍັດສຸດທ້າຍ. ພ້ອມນີ້, ສະຫາຍ ໄດ້ເນັ້ນໜັກໃຫ້ພາກສ່ວນທີ່ເຂົ້າຮ່ວມ ກຳໄດ້ບັນດາຂໍ້ກຳນົດ, ຫຼັກການ, ລະບຽບການ ແລະ ມາດຕະການ ການຈັດຕັ້ງປະຕິບັດ ຂໍ້ກຳນົດ, ກົດລະບຽບຂອງໂຮງຮຽນຢ່າງເຂັ້ມງວດ, ຜັນຂະຫຍາຍເນື້ອໃນລະບອບກຽມພ້ອມສູ້ຮົບໃຫ້ພະນັກງານ-ນັກຮົບເຂົ້າໃຈເລິກເຊິ່ງ ແລະ ຖືເປັນສຳຄັນ, ເປັນປັດໄຈໜຶ່ງທີ່ຕັດສິນຜົນສຳເລັດໃນການປະຕິບັດໜ້າທີ່ການເມືອງ ຕົ້ນຕໍຂອງກົມກອງ ໃນການກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ ໃນຍຸກວິທະຍາສາດ ເຕັກໂນໂລຊີ ຂອງໂລກນັບມື້ທັນສະໄໝ, ທັງໝົດໄດ້ສະແດງອອກໃຫ້ເຫັນເຖິງຄວາມໄວ, ຄວາມຊັດເຈນ, ຄວາມເດັດຂາດ ແລະ ປະສິດທິຜົນ ດ້ວຍເຫດນີ້ ການກຽມພ້ອມສູ້ຮົບ ຍິ່ງມີຄວາມຈຳເປັນ ແລະ ມີຄວາມຮຽກຮ້ອງຕ້ອງການສູງ ເພື່ອເຮັດໃຫ້ກົມກອງ ກຽມພ້ອມຮອບດ້ານ ປະຈຳການຕະຫຼອດ 24 ຊົ່ວໂມງ ຮັບປະກັນໄດ້ຄວາມສະຫງົບປອດໄພ 100%.
ໂດຍ: ຄຳແປງ ຟອງສາຍໄໝ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















