ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ເຄື່ອນໄຫວກວດກາວຽກງານຮັບປະກັນເຕັກນິກ ຢູ່ກອງພົນທີ 1
ເວລາອອກຂ່າວ: 2025-09-11 14:33:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 6115 | ຄວາມນິຍົມ: ![]()
ໃນວັນທີ 10 ກັນຍາ 2025 ນີ້, ສະຫາຍ ພົນຈັດຕະວາ ຄໍາສິງ ລືເດດສົມບັດ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ໄດ້ເຄື່ອນໄຫວກວດກາວຽກງານຮັບປະກັນເຕັກນິກໃຫ້ແກ່ການກຽມພ້ອມສູ້ຮົບ ແລະ ກວດກາການຈັດຕັ້ງປະຕິບັດວັນເຕັກນິກ ຢູ່ກອງພົນທີ 1 ໂດຍໃຫ້ການຕ້ອນຮັບ ຂອງ ສະຫາຍ ພັນເອກ ບຸນຖະໜອມ ອິນທະວົງ ຮອງຫົວໜ້າກອງພົນ, ຫົວໜ້າຫ້ອງເຕັກນິກ, ມີ ສະຫາຍ ພັນເອກ ຄໍາຊາວ ລິນທະກຸນແກ້ວ ຫົວໜ້າການທະຫານ ກອງພົນທີ 1 ພ້ອມດ້ວຍບັນດາສະຫາຍຈາກພະແນກການວິຊາສະເພາະເຕັກນິກ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພັນເອກ ບຸນຖະໜອມ ອິນທະວົງ ໄດ້ລາຍງານໃຫ້ຮູ້ສະພາບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຮັບປະກັນເຕັກນິກ ເປັນຕົ້ນແມ່ນດ້ານການປະກອບຈໍານວນພົນວິຊາສະເພາະເຕັກນິກ, ພາຫະນະ, ອາວຸດ-ກະສຸນ, ການສ້ອມແປງ, ການບົວລະບັດຜັດເຊັດ ແລະ ການຄຸ້ມຄອງປົກປັກຮັກສາ ພາຫະນະເຕັກນິກ ທີ່ໄດ້ປະກອບນັບແຕ່ຂັ້ນກອງພົນ ຈົນເຖິງກົມກອງຮາກຖານທີ່ຂຶ້ນກັບ. ຈາກນັ້ນ, ຫົວໜ້າການທະຫານ ກອງພົນ, ຫົວໜ້າຫ້ອງເຕັກນິກ ແລະ ບັນດາພະແນກການທີ່ກ່ຽວຂ້ອງ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຂອງສະຫາຍ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ; ພ້ອມມີຄໍາສະເໜີຫຼາຍບັນຫາກ່ຽວກັບວຽກງານຮັບປະກັນເຕັກນິກ ເພື່ອໃຫ້ຂັ້ນເທິງຊ່ວຍແກ້ໄຂຕາມສະພາບຄວາມເປັນຈິງຂອງກົມກອງ.
ໂອກາດດັ່ງກ່າວ, ສະຫາຍ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ໄດ້ຍົກໃຫ້ຮູ້ກ່ຽວກັບຄວາມໝາຍ, ຄວາມສໍາຄັນ ແລະ ຄວາມຈໍາເປັນພາວະວິໄສ ຂອງວຽກງານຮັບປະກັນເຕັກນິກ ພ້ອມທັງ ຊີ້ນໍາໃຫ້ແຕ່ລະພາກສ່ວນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ໂດຍສະເພາະແມ່ນວຽກງານຄຸ້ມຄອງ, ການປົກປັກຮັກສາ, ບົວລະບັດຜັດເຊັດ ແລະ ສ້ອມແປງ-ຟື້ນຟູພາຫະນະເຕັກນິກ ໃຫ້ມີຄວາມພ້ອມຢູ່ຕະຫຼອດເວລາ ເພື່ອຮັບປະກັນໃຫ້ແກ່ກອງກົມໃນການກຽມພ້ອມສູ້ຮົບ ແລະ ເຄື່ອນໄຫວປະຕິບັດໜ້າທີ່ສູ້ຮົບຕົວຈິງໃນທຸກກໍລະນີທີ່ຈະເກີດຂຶ້ນ ໃຫ້ມີຄວາມວ່ອງໄວທັນເວລາ ແລະ ມີປະສິດທິພາບສູງ.
ຫຼັງຈາກນັ້ນ, ຄະນະພັກ-ຄະນະບັນຊາ ກອງພົນ ໄດ້ນໍາພາເຄື່ອນໄຫວຢ້ຽມຢາມ ແລະ ກວດກາວຽກງານຮັບປະກັນເຕັກນິກໃຫ້ແກ່ການກຽມພ້ອມສູ້ຮົບ ແລະ ການຈັດຕັ້ງປະຕິບັດວັນເຕັກນິກ ຢູ່ກອງຮ້ອຍຂົນສົ່ງ ແລະ ກອງພັນຫຸ້ມເກາະ.
ໂດຍ: ໂກຮັງ ພັນທະວົງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















