ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 21 ພຶດສະພາ 2026

  

ກອງປະຊຸມປຶກສາຫາລືວຽກງານສ້ອມແປງເສັ້ນທາງທີ່ເປ່ເພພາຍໃນເມືອງຫົງສາ
ເວລາອອກຂ່າວ: 2025-09-05 10:00:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1946 | ຄວາມນິຍົມ:



ໃນວັນທີ 3 ກັນຍາ 2025 ນີ້, ທີ່ ຫ້ອງປະຊຸມ ຫ້ອງວ່າການປົກຄອງເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານສ້ອມແປງເສັ້ນທາງທີ່ເປ່ເພພາຍໃນເມືອງ ໂດຍສະເພາະແຕ່ 3 ແຍກຂົວນ້ຳເຫຼືອກ ຫາໂຄງການໄຟຟ້າຫົງສາ, ໂດຍການເປັນປະທານ ຂອງທ່ານ ແຫຼ້ ອ່ອນສົມບູນ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ຈິລະສັກ ທິບບຳລຸງ ຮອງອຳນວຍການໃຫຍ່ບໍລິສັດ ໄຟຟ້າຫົງສາ ຈຳກັດ, ມີຄະນະນໍາຂອງເມືອງ, ບັນດາບໍລິສັດທີ່ຮັບເໝົາຢູ່ພາຍໃນໂຄງການໄຟຟ້າຫົງສາ ແລະ ຫ້ອງການທີ່ກ່ຽວຂ້ອງ ເຂົ້າຮ່ວມ. ຈຸດປະສົງ ເພື່ອປຶກສາຫາລືກັນຄົ້ນຄວ້າວິທີການໃນການກະກຽມສ້ອມແປງເສັ້ນທາງທີ່ເປັນຂຸມຫຼາຍຈຸດ ເພື່ອໃຫ້ການສັນຈອນໄປມາມີຄວາມສະດວກ, ປອດໄພຕໍ່ຜູ້ຂັບຂີ່. ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມ ໄດ້ພ້ອມກັນປະກອບຄຳເຫັນ ເພື່ອຍົກໃຫ້ເຫັນບັນຫາຕົວຈິງ ແລະ ບັນຫາການປັບປຸງພັດທະນາພື້ນຖານໂຄງລ່າງຢູ່ພາຍໃນເມືອງໃຫ້ດີຂຶ້ນ. ອົງການປົກຄອງເມືອງ ແລະ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ພ້ອມດ້ວຍບັນດາບໍລິສັດທີ່ຮັບເໝົາຢູ່ພາຍໃນໂຄງການໄຟຟ້າຫົງສາ ຈະໄດ້ຮ່ວມກັນແກ້ໄຂວຽກງານດັ່ງກ່າວ ເພື່ອເຮັດໃຫ້ມີຄວາມສະດວກຕໍ່ປະຊາຊົນພາຍໃນເມືອງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ