ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 09 ສິງຫາ 2026

  

ກະກຽມ​ກ້ອນ​ກຳລັງສວນສະໜາມ ສະເຫຼີມສະຫຼອງ​ວັນຊາດ ຄົບຮອບ 50 ປີ
ເວລາອອກຂ່າວ: 2025-09-05 09:45:50 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1125 | ຄວາມນິຍົມ:



ເພື່ອ​ກະກຽມ​ຄວາມ​ພ້ອມ ແລະ ເປັນ​ເອກະ​ພາບ ທາງ​ດ້ານ​ເຕັກນິກ ຮັບປະກັນ​ໃຫ້​ແກ່​ກ້ອນ​ກຳລັງ​ເດີນ​ຂະ​ບວນ​ສວນສະໜາມ​ສະຫຼອງ​ວັນຊາດ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ທີ່​ຈະ​ມາ​ເຖິງ​ນີ້ ໃຫ້​ມີບັນ ຍາກາດ​ຟົດຟື້ນ, ເຂັ້ມແຂງ, ຈົບງາມ. ສະຫາຍ ພົນ​ຈັດຕະວາ ກົງ​ທອງ ສຸ​ຂະ​ວົງ ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການກອງທັບ, ຄະນະ​ຊີ້​ນຳ​ກ້ອນ​ກຳລັງ​ສວນສະ ໜາມ​ສະເຫຼີມສະຫຼອງ​ວັນຊາດ ຄົບຮອບ 50 ປີ ໄດ້​ໃຫ້​ສຳພາດ​ວ່າ: ກົມ​ອົບຮົມ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ໄດ້​ຮັບ​ມອບ​ໝາຍ​ຮັບຜິດຊອບ ກໍ​ໄດ້​ສ້າງ​ແຜນການ​ເປີດ​ຊຸດ​ບຳລຸງ​ຄູ​ເຝິກ​ເຕັກນິກ​ຮູບ​ແຖວ ການ​ເດີນ​ສວນສະໜາມສະ ເຫຼີມສະຫຼອງ ວັນຊາດ ທີ 2 ທັນ ວາ ຄົບຮອບ 50 ປີ. ທັງ​ນີ້​ກໍ​ເພື່ອ​ ຮັບປະກັນແກ່​ການຈັດຕັ້ງກະ ກຽມ-ຫັດ​ແອບ ກຳລັງ​ເດີນ​ສວນ ສະໜາມຂອງກຳລັງປ້ອງກັນ ຊາດ ໃຫ້​ໄດ້​ຕາມ​ຄາດໝາຍ ແລະ ແຜນການ​ວາງ​ອອກ ທັງເປັນ​ ການ​ເອກະ​ພາບ​ຄືນ​ວິຊາ​ລະບຽບ ແກ່​ຄູ​ເຝິກ​ແຕ່​ລະ​ກ້ອນສວນສະ ໜາມ ໃຫ້​ມີ​ຄວາມ​ຮູ້​ທາງ​ດ້ານ​ວິຊາ​ສະເພາະ ແລະ ມີ​ຄວາມ​ສາ ມາດ​ຈັດ​ຕັ້ງ​ສິດສອນໃຫ້ກົມກອງ ​ຕົນ​ໄດ້. ໂດຍ​ແນໃສ່​ເນື້ອ​ໃນ​ເພື່ອ​ເອກະ​ພາບ​ຄືນ​ດ້ານ​ເຕັກນິກ, ບັນ ດາ​ຈັງຫວະ​ຕ່າງໆ ເລີ່ມ​ແຕ່​ບຸກຄົນ​ຈົນ​ເຖິງ​ລວມ​ໝູ່, ລຳດັບບາດກ້າວ​ໃນ​ການ​ເດີນ​ສວນສະໜາມ ແລະ ລະບຽບ​ທຳນຽມ​ຄູ, ເພື່ອ​ອົບຮົມ​ໃຫ້​ຄູ​ເຝິກ ແລະ ພະນັກງານ​ວິຊາ​ສະເພາະ​ໃນ​ທົ່ວ​ກອງທັບ, ກຳ​ແໜ້ນ​ດ້ານ​ຫຼັກການ, ການ​ເຄື່ອນ​ເໜັງ​ເຕັກນິກ​ຈັງຫວະ​ຕ່າງໆ ແລະ ຮູ້​ສັງເກດ​ແນະນຳ​ໃນ​ການຈັດຕັ້ງ​ຫັດ​ແອບ​ຢ່າງ​ຖືກຕ້ອງ ແລະ ຄົບ​ຖ້ວນ ທັງ​ເປັນ​ລະບຽບ​ຈົບງາມ. ສຳລັບ​ກ້ອນ​ກຳລັງ​ສວນສະ ໜາມ ຂອງ​ກະຊວງ​ປ້ອງ​ກັນປະ ເທດ ລວມ​ມີ 18 ກ້ອນ, ພິເສດ​ແມ່ນ​ມີ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ເຂົ້າ​ເຝິກອົບຮົມນຳ, ພາຍຫຼັງ​ການ​ເຝິກອົບຮົມ​ຄູ​ເຝິກ​ສຳເລັດ​ແລ້ວ ຈະ​ໄດ້​ຈັດ​ຕັ້ງ​ຄູ​ເຝິກ​ເຂົ້າ​ໃສ່​ບັນດາ 3 ສູນ​ໃຫຍ່ ຄື: ກອງພັນ​ຍິງ​ປືນ 199, ວິທະຍາຄານ​ກົມ​ມະ​ດຳ, ວິທະຍາຄານ​ປ້ອງ​ກັນ​ຊາດ ໄກສອນ ພົມວິຫານ ແລະ ຈັດ​ຕັ້ງ​ລົງ​ບັນດາ​ກົມ​ກອງ ທີ່​ໄດ້​ອົບຮົມ-ຫັດ​ແອບ​ພາຍ​ໃນ​ກົມ​ກອງ​ຂອງ​ຕົນ. ໃນ​ໄລຍະ​ເຝິກອົບຮົມ ຄູເຝິກ ແລະ ກ້ອນ​ສວນສະໜາມ ຕ້ອງ​ຄົ້ນຄວ້າ​ກຳ​ແໜ້ນ​ພື້ນຖານ​ທ່າ​ຈັງຫວະ, ຕັ້ງໜ້າ​ເອົາໃຈໃສ່​ເຝິກ ແອບ​ດ້ວຍ​ຕົນ​ເອງ, ອົດທົນ​ຜ່ານ​ຜ່າ, ແນໃສ່​ໃຫ້​ມີ​ຄວາມ​ຊຳນິ​ຊຳ ນານ ສາມາດ​ນຳໄປ​ໝູນ​ໃຊ້​ເຂົ້າ​ໃນ​ການ​ອົບຮົມ​ໃຫ້​ກົມ​ກອງ​ຕົນ ໄດ້​ເປັນ​ຢ່າງ​ດີ. ໂດຍ: ສຸກ​ສາຄອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ