ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 17 ກັນຍາ 2026

  

ມອບ​ນ້ຳ​ດື່ມ ໃຫ້​ນັກ​ກິລາ ​ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ
ເວລາອອກຂ່າວ: 2025-09-05 09:42:51 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1002 | ຄວາມນິຍົມ:



ທ້າຍ​ເດືອນ​ສິງຫາ​ຜ່ານ​ມາ​ນີ້, ຄອບຄົວ ທ່ານ ນາງ ບົວ​ວອນ ແກ້ວ​ອຸດົມ ໄດ້​ນຳ​ເອົາ​ນ້ຳ​ດື່ມຈຳ ນວນ 40 ແພັກ ລວມ​ມູນ​ຄ່າ 2.000.000 ກີບ ມາ​ມອບ​ຊຸກຍູ້​ທີມ​ນັກ​ກິລາ​ບານເຕະ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ເຝິກຊ້ອມ ແລະ ແຂ່ງຂັນ​ກິລາ ຕ້ອນຮັບ​ກອງ​ປະຊຸມ​ໃຫຍ່ ອົງຄະ​ນະ​ພັກ​ແຂວງ​ໄຊ​ຍະ​ບູ​ລີ ຄັ້ງ​ທີ VIII, ກ່າວ​ຮັບ​ ໂດຍ ສະຫາຍ ຮ້ອຍ​ເອກ ອຸນ​ເຮືອນ ວິໄລ​ສັກ ຄູ​ເຝິກ​ນັກ​ກິລາ​ກອງ​ບັນຊາ​ການ​ທະຫານ​ແຂວງ, ມີ​ສະຫາຍ ພົນ​ຈັດຕະວາ ບຸນ​ຍອງ ດວງ​ດີ ຫົວໜ້າ​ການ​ທະຫານກອງ ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ ຍະ​ບູ​ລີ ເຂົ້າ​ຮ່ວມ. ສະຫາຍ ຮ້ອຍ​ເອກ ອຸນ​ເຮືອນ ວິໄລ​ສັກ ໄດ້​ກ່າວ​ສະແດງ​ຄວາມ​ຂອບໃຈ ມາ​ຍັງ​ຄອບ​ຄົບ ທ່ານ ນາງ ບົວ​ວອນ ແກ້ວ​ອຸດົມ ທີ່​ໄດ້​ໃຫ້ການ​ສະໜັບສະໜູນ​ນ້ຳ​ດື່ມ ໃຫ້​ນັກ​ກິລາ​ກອງ​ບັນຊາ​ການ​ທະ ຫານ​ແຂວງ ໃນ​ຄັ້ງ​ນີ້ ເຊິ່ງ​ເປັນ​ການ​ປະກອບສ່ວນ​ອັນ​ສຳຄັນ​ໃນ​ການ​ຊຸກຍູ້​ກຳລັງ​ໃຈ ທີມ​ນັກ​ກິລາ​ບານເຕະ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ເພື່ອ​ເຂົ້າ​ຮ່ວມ​ແຂ່ງຂັນ​ກິລາ​ຕ້ອນຮັບ​ກອງ​ປະຊຸມ​ໃຫຍ່ ອົງຄະ​ນະ​ພັກ​ແຂວງ​ໄຊ​ຍະ​ບູ​ລີ ຄັ້ງ​ທີ VIII ໃຫ້​ໄດ້​ຮັບ​ຜົນສຳເລັດ​ຕາມ​ລະດັບ​ຄາດໝາຍ. ໂດຍ: ສົມ​ຈີນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ