ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 18 ເມສາ 2026

  

ໂຮງຮຽນ​ທິດ​ສະ​ດີ​ການເມືອງ​ກອງທັບ ສະຫຼຸບ​ຕີ​ລາຄາ​ການຈັດຕັ້ງ ກໍ່ສ້າງ​ພັກ
ເວລາອອກຂ່າວ: 2025-09-05 09:41:19 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 955 | ຄວາມນິຍົມ:



ວັນ​ທີ 3 ກັນຍາ 2025 ນີ້, ໂຮງຮຽນ​ທິດ​ສະ​ດີ​ການເມືອງ​ກອງທັບ ໄດ້​ສະຫຼຸບ​ຕີ​ລາຄາການຈັດຕັ້ງ, ກໍ່ສ້າງ​ພັກ ປະຈຳ 6 ເດືອນ​ຕົ້ນ​ປີ ແລະ ວາງ​ທິດ​ທາງ​ແຜນການ 6 ເດືອນ​ທ້າຍ​ປີ 2025, ໂດຍ​ການ​ເປັນ​ປະທານຂອງ ​ສະຫາຍ ພັນ​ເອກ ​ປອ ທິມ​ສາວ ດວງ​ຈຳປາ ເລຂາ​ຄະນະ​ພັກ, ຫົວໜ້າ​ການເມືອງ ໂຮງຮຽນ​ທິດ​ສະດີ​ການເມືອງ​ກອງທັບ, ມີ​ສະຫາຍ ພົນ​ຈັດຕະວາ ​ປອ ບຸນ​ທັນ ທັນ​ທະ​ລີ​ມາ ຮອງ​ເລຂາ​ຄະນະ​ພັກ, ຫົວໜ້າ​ການ​ທະຫານ ໂຮງຮຽນ​ທິດ​ສະ​ດີ​ການເມືອງ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ອຳນວຍ​ການ, ຄະນະ​ພັກ​ຮາກ​ຖານ, ຄະ ນະ​ໜ່ວຍ​ພັກ ພ້ອມ​ດ້ວຍ​ພະນັກງານ​ສະມາຊິກ​ພັກ​ທົ່ວ​ໂຮງຮຽນ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ພູ​ວັນ ທິບ​ພະ​ວົງ ກຳມະການ​ຄະນະ​ພັກ, ຮອງ​ຫົວໜ້າ​ການເມືອງ ໂຮງຮຽນ​ທິດ​ສະ​ດີ​ການເມືອງ​ກອງທັບ ໄດ້​ສະຫຼຸບ​ຕີ​ລາຄາ​ຄືນ​ການຈັດຕັ້ງ​ກໍ່ສ້າງ​ພັກ​ໃນ​ໄລຍະ 6 ເດືອນ​ຜ່ານ​ມາ ເຊິ່ງຄະນະ​ພັກ ໄດ້​ເອົາໃຈໃສ່​ເຮັດ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້​ສະມາຊິກ​ພັກ, ພະນັກ​ງານ ຄູ-ອາຈານ ດ້ວຍ​ຫຼາຍ​ຮູບ​ການ​ເປັນຕົ້ນ​ແມ່ນ​ການ​ສຶກ​ສາ​ຮຽນ​ຮູ້​ທິດ​ສະ​ດີ​ ມາກ-ເລ​ນິນ, ແນວ​ຄິດ ໄກສອນ ພົມວິຫານ, ນອກ​ນັ້ນ​ຍັງ​ໄດ້​ສຸມ​ໃສ່​ປັບປຸງ​ພື້ນຖານ​ໂຄງ​ລ່າງ, ໂຄງການ​ຫຼັກສູດ​ການ​ຮຽນ-ການ​ສອນ ຂອງ​ບັນດາ​ຫົວ​ບົດ​ວິທະຍາສາດ​ເຂົ້າ​ສູ່​ລະບົບ ສາມາດ​ຮັບຮອງ​ການ​ຮຽນ-ການ​ສອນ​ທາງ​ດ້ານ ​ທິດ​ສະ​ດີ​ການເມືອງ, ການ​ທະຫານ, ເຫຼົ່າ​ຮົບ​ວິຊາ​ສະເພາະ, ຄຽງ​ຄູ່​ກັນ​ນັ້ນ​ຫັນ​ເອົາ​ແນວທາງ​ນະໂຍບາຍ, ມະຕິ, ຄຳ​ສັ່ງ, ກົດ​ລະບຽບ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ສຶກ​ສາ​ອົບຮົມ​ໃຫ້​ເຫັນ​ໄດ້​ອຸດົມ​ການ​ທາງ​ດ້ານ​ການເມືອງ, ຈັດ​ຕັ້ງ​ພະນັກງານ​ສະມາຊິກ​ພັກ​ເຂົ້າ​ຮ່ວມ​ຮັບ​ຟັງ​ປາຖະກະຖາ​ມູນເຊື້ອ​ວັນ​ສຳຄັນ​ຕ່າງໆ, ດຳ ເນີນ​ຊີວິດ​ການເມືອງ​ທີ່​ສຳຄັນ​ຂອງ​ສະມາຊິກ​ພັກ, ໜ່ວຍ​ພັກ ເພື່ອ​ຕີ​ລາຄາ​ຕຳ​ນິຕິ​ຊົມ​ຕົນ​ເອງ, ຕິ​ຊົມ​ເຊິ່ງ​ກັນ ແລະ ກັນ ເພື່ອ​ເສີມ​ຂະຫຍາຍ​ລະບອບ​ປະຊາທິປະໄຕ​ພາຍ​ໃນ​ພັກ ແລະ ທັງ​ເປັນ​ການ​ປັບປຸງ​ແກ້​ໄຂ​ຈຸດ​ອ່ອນຂໍ້ຄົງຄ້າງ ແລະ ເສີມ​ ຂະຫຍາຍ​ຈຸດ​ດີ ໃຫ້​ໄດ້​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ພ້ອມ​ກັນ​ນັ້ນ ​ຍັງ​ໄດ້​ຈັດ​ຕັ້ງ​ອະນຸ​ກຳມະການເຄື່ອນ​ໄຫວ​ຊຸກຍູ້ ແລະ ກວດກາ​ຕີ​ລາຄາ​ແຕ່​ລະ​ໜ່ວຍ​ພັກ​ກ່ຽວ​ກັບ​ການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ຕິດ​ພັນ​ກັບ​ກອງ 3 ປອດ, ກົມ​ກອງ​ວັດທະນະທຳ-ນັກຮົບ​ວັດທະນະທຳ, ໜ່ວຍ​ຊາວໜຸ່ມ 4 ບຸກ, ໜ່ວຍ​ສະຫະພັນ​ແມ່ຍິງ 3 ດີ, ທົ່ວ​ຄະນະ​ພັກ ໂຮງຮຽນທິດ​ສະ​ດີ​ການເມືອງກອງທັບ ປັດຈຸບັນມີ​ສະມາຊິກ​ພັກ ທັງ​ໝົດ 390 ສະຫາຍ, ຍິງ 58 ສະຫາຍ, ສຳຮອງ 20 ສະຫາຍ, ຮັບ​ສະມາຊິກ​ພັກ​ຍົກຍ້າຍ​ເຂົ້າ​ມາ​ໃໝ່ 3 ສະຫາຍ; ສະມາຊິກ​ພັກ​ຍົກຍ້າຍ​ໄປ​ກົມ​ກອງ​ໃໝ່ 12 ສະຫາຍ, ນັກ​ສຶກ​ສາ​ຮຽນ​ຈົບ ສົກຮຽນ 2024-2025 ມີ 104 ສະຫາຍ, ອອກ​ອຸດ​ໜູນ​ບຳນານ 9 ສະຫາຍ ແລະ ອອກ​ອຸດ​ໜູນ​ບຳ​ເນັດ 1 ສະຫາຍ ລວມຍົກຍ້າຍ​ອອກ​ທັງໝົດ 126 ສະຫາຍ ຕີ​ລາ ຄາ​ແບ່ງ​ປະເພດ​ສະມາຊິກ​ພັກແຂງ 358 ສະຫາຍ, ກາງ 3 ສະຫາຍ, ບໍ່​ໄດ້​ແບ່ງ​ປະເພດ 27 ສະຫາຍ. ຈາກ​ນັ້ນ​ ກໍ​ໄດ້​ມອບ​ບັດສະມາຊິກພັກ ໃຫ້ສະມາຊິກ​ພັກ​ສົມບູນ ຊຸດ​ທີ 3 ແລະ ຊຸດທີ 4 ທົ່ວ​ຄະນະ​ພັກໂຮງຮຽນ​ທິດ​ສະ​ດີ​ການເມືອງ​ກອງທັບ​ຈຳນວນ 93 ສະຫາຍ. ໂດຍ: ອະ​ວິ​ໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ