ໜ່ວຍພັກກອງຮ້ອຍປ້ອງກັນທີ່ຕັ້ງ ທະຫານແຂວງຫຼວງພະບາງ ປະເມີນຜົນການກໍ່ສ້າງ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ
ເວລາອອກຂ່າວ: 2025-09-05 09:34:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1099 | ຄວາມນິຍົມ: ![]()
ວັນທີ 29 ສິງຫາ 2025, ໜ່ວຍພັກກອງຮ້ອຍປ້ອງກັນທີ່ຕັ້ງກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມ ແຂງ ໜັກແໜ້ນ ປະຈຳປີ 2025, ໂດຍເປັນປະທານຂອງ ສະຫາຍ ພັນໂທ ສົມໃຈ ສີສະຫວັດ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຫຼວງພະບາງ, ມີຄະນະໜ່ວຍພັກ, ພະແນກການທີ່ກ່ຽວຂ້ອງ ຕະ ຫຼອດຮອດ ພະນັກງານສະມາຊິກພັກ ເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນມາ ສິງມະນີວອນ ຫົວໜ້າພະແນກຈັດຕັ້ງພັກ ຫ້ອງການເມືອງ ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຜ່ານມະຕິຕົກລົງຂອງຄະນະພັກກອງບັນຊາການທະຫານແຂວງຫຼວງພະບາງ ວ່າດ້ວຍການແຕ່ງຕັ້ງອະນຸກຳມະການລົງກວດກາປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນ ທົ່ວທະຫານແຂວງຫຼວງພະບາງ ປະຈຳປີ 2025; ຈາກນັ້ນ, ບັນດາສະຫາຍຄະນະໜ່ວຍພັກ ໄດ້ຜັດປ່ຽນກັນຜ່ານບົດສຳຫຼວດຕົນເອງ ເພື່ອຕີລາຄືນການຈັດຕັ້ງປະຕິບັດໜ້າທີ່ການເມືອງປິ່ນອ້ອມ 5 ມາດຖານເງື່ອນໄຂຂອງ
ສະມາຊິກພັກ ເພື່ອສຳຫຼວດກວດກາສະມາຊິກພັກ, ເສີມຂະຫຍາຍດ້ານດີທີ່ຕັ້ງໜ້າ ແລະ ປັບປຸງແກ້ໄຂຈຸດອ່ອນຂໍ້ຄົງຄ້າງພື້ນຖານ, ຕີຖອຍບັນຫາເສືອມຄຸນປ່ຽນທາດ, ພະຍາດອາດຍາສິດ ແລະ ບັນຫາອື່ນໆທີ່ຂັດຕໍ່ລະບຽບກົດ
ໝາຍຂອງລັດ, ບໍ່ສອດຄ່ອງກັບຂໍ້ກຳນົດກົດລະບຽບຂອງພັກ, ສົ່ງຜົນກະທົບຕໍ່ການຈັດຕັ້ງ ພາຍໃນພັກ, ເຊິ່ງກອງປະຊຸມໄດ້ຍົກສູງຄວາມຮັບຜິດຊອບຕໍ່ການຕຳນິສົ່ງຂ່າວ ກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ບົນພື້ນຖານແມ່ນຮັກສາໄດ້ຄວາມສາມັກຄີ ແລະ ມີຫຼັກສະນະທີ່ສ້າງສັນ. ໂອກາດດຽວກັນນີ້, ສະຫາຍ ພັນຕີ ຫຸມແພງ ອອນຕາ ເລຂາໜ່ວຍພັກ, ຫົວໜ້າການເມືອງກອງຮ້ອຍປ້ອງກັນທີ່ຕັ້ງ ກໍໄດ້ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024, ເຊິ່ງຜ່ານມາໜ່ວຍພັກ ໄດ້ມີລາຍຮັບຈາກການຂາຍພືດຜັກ, ສັດລ້ຽງ ແລະ ການບໍລິການຕ່າງໆ 231.000.000 ກີບ; ໜ່ວຍພັກກອງຮ້ອຍປ້ອງກັນທີ່ຕັ້ງ ມີສະມາຊິກພັກທັງໜົດ 29 ສະຫາຍ, ຍິງ 5 ສະຫາຍ, ຜ່ານການຕີລາຄາສາມາດຈັດແບ່ງສະມາຊິກພັກແຂງໄດ້ 28 ສະຫາຍ, ຍິງ 5 ສະຫາຍ, ກວມເອົາ 94% ໄດ້ນຳສະເໜີຂັ້ນເທິງອະນຸມັດຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025.
ໂດຍ: ທອງລິດ ແກ້ວທຸມມາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















