ເຊັນສັນຍາ ວ່າຈ້າງໃຊ້ບໍລິການທີ່ປຶກສາດ້ານການເງິນ ແບບປະຈໍາເດືອນ ປີ 2025
ເວລາອອກຂ່າວ: 2025-09-04 15:34:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1014 | ຄວາມນິຍົມ: ![]()
ໃນວັນທີ 4 ກັນຍາ 2025 ນີ້, ທີ່ນະຄອນຫຼວງວຽງຈັນ, ບໍລິສັດ ປຣະເສີດ ບໍລິການທຸລະກິດ ຈຳກັດຜູ້ດຽວ ແລະ ບໍລິສັດ ລັດວິສາຫະກິດ ນໍ້າມັນເຊື້ອໄຟວຽງຈັນ ໄດ້ຈັດພິທີ ເຊັນສັນຍາ ວ່າຈ້າງໃຊ້ບໍລິການທີ່ປຶກສາດ້ານການເງິນ ແບບປະຈໍາເດືອນ ປີ 2025 ເຊິ່ງ “ຜູ້ໃຫ້ບໍລິການ” ບໍລິສັດ ປຣະເສີດ ບໍລິຫານທຸລະກິດ ເຊັນໂດຍ ທ່ານ ປອ ນາງ ແກ້ວສຸດໃຈ ປຣະເສີດ ປະທານບໍລິສັດ ປຣະເສີດ ບໍລິການທຸລະກິດຈຳກັດຜູ້ດຽວ ແລະ “ຜູ້ໃຊ້ບໍລິການ” ບໍລິສັດ ລັດວິສາຫະກິດ ນໍ້າມັນເຊື້ອໄຟວຽງຈັນ ເຊັນໂດຍ ທ່ານ ພັນໂທ ອາລີ ສີວົງໄຊ ຜູ້ອໍານວຍການ ບໍລິສັດ ລັດວິສາຫະກິດ ນໍ້າມັນເຊື້ອໄຟ ວຽງຈັນ, ມີພະນັກງານທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.
ການເຊັນສັນຍາໃນຄັ້ງນີ້, ເພື່ອເປັນການຮັບຮອງ ກ່ຽວກັບໜ້າວຽກຫຼັກສະເພາະ ໃນການວ່າຈ້າງບໍລິການທີ່ປຶກສາດ້ານການເງິນພາຍໃນ ຂອງບໍລິສັດ ລັດວິສາຫະກິດ ນໍ້າມັນເຊື້ອໄຟ ວຽງຈັນ ໂດຍຜູ້ໃຊ້ບໍລິການ ແມ່ນໄດ້ໃຊ້ບໍລິການ ສະຫຼຸບແບບປະຈຳເດືອນ ຂອງປີ 2025. (ບໍລິສັດທີ່ປຶກສາດ້ານການເງິນ ຈະໄດ້ເລີ່ມເກັບຂໍ້ມູນ ໂດຍຈະນໍາຂໍ້ມູນເອກະສານນັບແຕ່ເດືອນມັງກອນ ຫາ ເດືອນກໍລະກົດ ຈົນຮອດ ເດືອນທັນວາ 2025).
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















